ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ຈັດພິທິປາຖະກະຖາຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975- 2022 ) ແລະ ວັນຄ້າຍວັນເກີດຂອງທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ໃນວັນທີ 1 ທັນວາ 2022, ປາຖະກະຖາໂດຍ ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປ້ອງກັນສູນກາງ, ມີບັນດາຄະນະພັກ-ຄະນະນຳ, ກົມ, ຫ້ອງ, ກອງຮ້ອຍ ແລະ ພະນັກງານ-ນັກຮົບເຂົ້າ.

ພັອ ຄໍາເກື່ອງ ຜິວວັນນາ ກ່າວວ່າ: ການຫວນຄືນມູນເຊື້ອ ທີ 2 ທັນວາ ແລະ ວັນຄ້າຍວັນເກີດຂອງທ່ານ ໄກສອນ ພົມວິຫານໃນຄັ້ງນີ້ ເພື່ອເຮັດໃຫ້ຄະນະນຳ, ກົມ, ຫ້ອງ ແລະ ພະນັກງານອ້ອມຂ້າງຫ້ອງວ່າການ ມີຄວາມຮັບຮູ້ເຂົ້າໃຈ ມູນເຊື້ອ ແລະ ຄວາມສຳຄັນຂອງວັນຊາດ ທີ 2 ທັນວາ 1975, ເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງດັງກ້ອງກັງວານ ວ່າ: “ ນັບແຕ່ມື້ນີ້ ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ຈະໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນ ຂອງຕົນ” ສຽງປະກາດອັນສະຫງ່າລາສີ ແລະ ສົມກຽດນັ້ນ, ເຮັດໃຫ້ຊາດລາວ ເປັນຊາດໜຶ່ງທີ່ມີກຽດສັກສີ ເທົ່າທຽມກັບຊາດອື່ນໆ ໃນອາຊີ ແລະ ໃນໂລກ. ພວກເຮົາພ້ອມກັນສະຫຼອງວັນຊາດ ທີ 2 ທັນວາ ທຸກໆປີ ແມ່ນການສະຫຼອງວັນມະຫາໄຊ ອັນເຕັມໄປດ້ວຍຄວາມພາກພູມໃຈຂອງຄົນໃນຊາດ, ເຊິ່ງໄດ້ມາຈາກການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ ຂອງບັນພະບູລຸດເຮົາ, ໄດ້ມາຈາກເລືອດ, ຢາດເຫຶື່ອ ແລະ ນໍ້າຕາຂອງນັກຮົບຜູ້ກ້າຫານ, ຈາກປະຊາຊົນລາວຜູ້ຮັກຊາດບັນດາເຜົ່າ ທີ່ໄດ້ຕໍ່ສູ້ດ້ວຍນຳໃຈເສຍສະຫຼະ ຈຶ່ງໄດ້ນຳເອົາວັນນີ້ມາໃຫ້ຊາດ, ມາໃຫ້ປະຊາຊົນເຮົາ.

ມູນເຊື້ອອັນພິລະອາດຫານ ແລະ ຜົນງານຂອງອາດິດປະທານ ໄກສອນ ພົມວິຫານ ແລະ ຜົນງານອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເຮັດໃຫ້ບັນດາພະນັກງານຫຼັກແຫຼ່ງ ມີຄວາມຮັບຮູ້ ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ແລະ ວິລະກຳຂອງບັນດາວິລະບູລຸດໃນອະດີດ ທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງໄວ ຄຸນງານຄວາມດີອັນໃຫຍ່ຫຼວງຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີເຄົາລົບຮັກຂອງພວກເຮົາ ເພື່ອຮໍ່າຮຽນເອົາຄຸນສົມບັດ ທັດສະນະປະຕິວັດ ແບບແຜນໃນການນຳພາ ແບບແຜນການດຳລົງຊີວິດ ແລະ ອຸດົມຄະຕິປະຕິວັດຂອງທ່ານປະທານໄກສອນ ພົນວິຫານ ພະນັກງານຫຼັກຕ້ອງເສີມຂະຫຍາຍມູນເຊື້ອຮັກຊາດ ມູນເຊື້ອຕໍ່ອັນອົງອາດກ້າຫານມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.