ໃນໄລຍະ 9 ເດືອນ 2022, ການລົງທຶນທົ່ວສັງຄົມ ມີອັດຕາພົ້ນເດັ່ນ ແລະ ຟົດຟື້ນດີ ເຊິ່ງສາມາດປະຕິບັດ 46.893,35 ຕື້ກີບ ເທົ່າກັບ  106,7% ຂອງແຜນການ ໃນນັ້ນ, ການລົງທຶນຈາກງົບປະມານລັດ ໄດ້ອະນຸມັດກວດຜ່ານເບີກຈ່າຍຈາກຂະແໜງແຜນການ ຈໍານວນ 3.000 ກວ່າຕື້ກີບ.

ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 5 ທັນວາ 2022 ວ່າ: ໃນໄລຍະ 9 ເດືອນຜ່ານມາ, ການລົງທຶນທົ່ວສັງຄົມ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກໃນດ້ານຕ່າງໆ ແຕ່ການລົງທຶນກໍຍັງພົ້ນເດັ່ນ ແລະ ຟົດຟື້ນດີ ເຊິ່ງສາມາດປະຕິບັດໄດ້ 46.893,35 ຕື້ກີບ ເທົ່າກັບ 106,7% ຂອງແຜນການ ( ແຜນການ 43.950 ຕື້ກີບ) ໃນນີ້, ການລົງທຶນຈາກງົບປະມານລັດ ໄດ້ອະນຸມັດກວດຜ່ານເບິກຈ່າຍຈາກຂະແໜງແຜນການຈໍານວນ 3.515 ຕື້ກີບ ເທົ່າກັບ 89% ຂອງແຜນການ ແລະ ເບີກຈ່າຍຕົວຈິງຜ່ານກະຊວງການເງິນ ຈໍານວນ 2.085 ຕື້ກີບ ເທົ່າກັບ 53% ຂອງແຜນການ (ແຜນການ 3.950 ຕື້ກີບ), ການຊ່ວຍເຫຼືອທາງການເພື່ອການພັດທະນາ ປະຕິບັດໄດ້ 6.255,96 ຕື້ກີບ ເທົ່າກັບ 927% ຂອງແຜນການ (ແຜນການ 6.750 ຕື້ກີບ) ແລະ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ມີທຶນນໍາເຂົ້າຕົວຈິງທັງໝົດ 37.122,39 ຕື້ກີບ ເທົ່າກັບ 126,2% ຂອງແຜນການ (ແຜນການແມ່ນ 29.420 ຕື້ກີບ).

ທ່ານຍັງກ່າວຕື່ມວ່າ: ເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນປີ 2023 ມີອັດຕະຂະຫຍາຍຕົວ ໂດຍສະເພາະແມ່ນດ້ານການລົງທຶນເພື່ອການພັດທະນາ ຈະສູ້ຊົນລະດົມການລົງທຶນລວມໃຫ້ໄດ້ 52.098 ຕື້ກີບ ເພີ່ມຂຶ້ນ 61,76%  ເມື່ອທຽບໃສ່ແຜນການປີ ກໍຄື 43.950 ຕື້ກີບ ເທົ່າກັບ 2225% ຂອງ GDP ໃນນີ້, ການລົງທຶນຂອງລັດທັງໝົດ 17.308 ຕື້ກີບ ເພີ່ມຂຶ້ນ 61,76% ທຽບໃສ່ແຜນປີຜ່ານມາກວມເອົາ 33,22% ຂອງການລົງທຶນລວມ ແລະ ເທົ່າກັບ 7,39% ຂອງ GDP ໃນນັ້ນ: ການລົງທຶນຈາກງົບປະມານພາຍໃນ 4.318 ຕື້ກີບ ເພີ່ມຂຶ້ນ 9,32% ທຽບໃສ່ແຜນປີຜ່ານມາກວມເອົາ 8,29% ຂອງການລົງທຶນລວມ ແລະ ເທົ່າກັບ 1,84% ຂອງ GDP ແລະ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 12.990 ຕື້ກີບ, ເພີ່ມຂຶ້ນ 92,44% ທຽບໃສ່ແຜນປີຜ່ານມາກວມເອົາ 24,93% ຂອງການລົງທຶນລວມ ແລະ ເທົ່າກັບ 5,55% ຂອງ GDP. ສໍາລັບການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 30.890 ຕື້ກີບ ເພີ່ມຂຶ້ນ 5,00% ທຽບໃສແຜນປີຜ່ານມາ ກວມເອົາ 59,29% ຂອງການລົງທຶນລວມ ແລະ ເທົ່າກັບ 13,19% ຂອງ GDP ແລະ ການລົງທຶນຈາກແຫຼ່ງອື່ນໆ (ການລົງທຶນຈາກຊຸມຊົນ) 3.900 ຕື້ກີບ ເພີ່ມຂຶ້ນ 1,83% ກວມເອົາ 7,49% ຂອງການລົງທຶນລວມ ແລະ ເທົ່າກັບ 1,67% ຂອງ GDP.