ໃນວັນທີ 6 ທັນວາ 2022, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຮ່ວມກັບ ຄະນະກໍາມະການເພື່ອຄວບຄຸມຢາເສບຕິດ ແຫ່ງອິນໂດເນ ເຊຍ ໄດ້ພົບປະແລກປ່ຽນບົດຮຽນການແກ້ໄຂບັນຫາຢາເສບຕິດ ທີ່ກະຊວງປ້ອງກັນຄວາມສະຫງົບ; ຝ່າຍລາວ ນໍາໂດຍ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ຕໍາຫຼວດ ພ້ອມຄະນະ, ຝ່າຍອິນໂດເນເຊຍ ນໍາໂດຍ ພົນເອກ ປອ ເປຕຣຸສ ໂກລູເຊ ຫົວໜ້າຄະນະກໍາມະການ ເພື່ອຄວບຄຸມຢາເສບຕິດ ແຫ່ງອິນໂດເນເຊຍ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.

ໂອກາດດັ່ງກ່າວ, ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ: ໃນປັດຈຸບັນ, ບັນຫາຢາເສບຕິດໄດ້ເປັນການກົດໜ່ວງທ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ບັນຫາຢາເສບຕິດ ບໍ່ແມ່ນບັນຫາຂອງປະເທດໃດໜຶ່ງ ແຕ່ເປັນບັນຫາຂອງທຸກໆປະເທດທີ່ຈະຕ້ອງໄດ້ຮ່ວມມືກັນແກ້ໄຂ; ການພົບປະໃນຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ເຊິ່ງເປັນໂອກາດອັນດີໃຫ້ແກ່ພວກເຮົາໄດ້ຕີລາຄາຄືນເຖິງບັນດາຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ຈາການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງສັນຍາ ວ່າດ້ວຍການຮ່ວມມືຄວບຄຸມຢາເສບຕິດ ທີ່ໄດ້ເຊັນຮ່ວມກັນໃນວັນທີ 12 ຕຸລາ 2017 ທີ່ໂບໂກ ປະເທດອິນໂດເນເຊຍ; ໂອກາດນີ້ ພວກເຮົາຈະໄດ້ພ້ອມກັນກໍານົດທິດທາງແຜນການ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມື ໃນການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າຂອງສອງປະເທດ.

ໃນປີ 2020 ຈົນເຖິງປັດຈຸບັນ, ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ເປັນບັນຫາສໍາຄັນໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ເຊິ່ງປັດຈຸບັນ ກະຊວງປ້ອງກັນຄວາມສະຫງົບ ກໍາລັງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ( 2021-2023 ) ເຊິ່ງໄດ້ມີການປັບປຸງເນື້ອໃນກົດໝາຍຢາເສບຕິດ, ອອກມະຕິຄໍາສັ່ງຫຼາຍສະບັບ ເພື່ອຊີ້ນໍາໃຫ້ພາກສ່ວນຕ່າງໆນັບທັງສູນກາງ ແລະ ທ້ອງຖິ່ນ, ເຊິ່ງສາມາດມ້າງຄະດີ ແລະ ຈັບກຸມຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ ພ້ອມທັງຢຶດຂອງກາງຢາເສບຕິດ, ຊັບສິນ, ອາວຸດ ໄດ້ຈໍານວນຫຼາຍ.

ຈາກນັ້ນ, ໃນກອງປະຊຸມ ທັງສອງຝ່າຍ ກໍໄດ້ປຶກສາຫາລືຮ່ວມກັນ ເພື່ອຊອກຫາວິທີທາງໃນການ ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ ເປັນຕົ້ນແມ່ນ ທັງສອງພາກສ່ວນຕ້ອງໄດ້ເພີ່ມການຮ່ວມມືຂອງສອງອົງການຄວບຄຸບຢາເສບຕິດ ໃຫ້ມີຄວາມໜັກແໜ້ນກວ່າເກົ່າ ເຊິ່ງແມ່ນຄວາມຈໍາເປັນພາວະວິໃສ ເຊັ່ນ: ການແຈ້ງຂໍ້ມູນ-ຂ່າວສານໃຫ້ກັນຊາບ, ການຊ່ວຍເຫຼືອທາງດ້ານວິຊາການ, ວັດຖຸອຸປະກອນທີ່ຈໍາເປັນ ແລະ ຖອດຖອນບົດຮຽນໃນດ້ານຕ່າງໆທີ່ເປັນປະໂຫຍດໃນການປະຕິບັດວຽກວິຊາສະເພາະ ກໍຈະຊ່ວຍໃຫ້ການຮ່ວມມື ຂອງສອງປະເທດ ໃນການແກ້ບັນຫາຢາເສບຕິດໄດ້ປະສົບຜົນສໍາເລັດໃນລະດັບທີ່ແນ່ນອນ ແລະ ຈະຊ່ວຍເຮັດໃຫ້ບັນຫາຢາເສບຕິດຂອງສອງປະເທດຫຼຸດໜ້ອຍຖອຍລົງເທື່ອລະກ້າວ.