ວັນທີ 29 ພະຈິກ 2022, ທີ່ຫ້ອງວ່າການປົກຄອງ ແຂວງອັດຕະປື, ຄະນະກຳມະການຕ້ານການຄ້າມະນຸດ ສູນກາງສະຫະພັນກຳມະບານລາວ ໄດ້ຈັດຊຸດອົບຮົມການຍົກລະດັບສ້າງຄວາມເຂັ້ມແຂງວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ສະຫະພັນກຳມະບານ 3 ແຂວງ ຄື: ແຂວງອັດຕະປື, ແຂວງສາລະວັນ ແລະ ແຂວງເຊກອງ, ໂດຍມີ ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຫົວໜ້າຄະນະກໍາມະການຕ້ານການຄ້າມະນຸດ ສູນກາງສະຫະພັນກໍາມະບານລາວ, ມີຄະນະປະທານສະຫະພັນກຳມະບານ 3 ແຂວງ ຄື: ແຂວງສາລະວັນ, ເຊກອງ ແລະ ແຂວງອັດຕະປື ເຂົ້າຮ່ວມ.

ທ່ານ ພອນສານ ວິໄລເມັ້ງ ກ່າວວ່າ:

ຈຸດປະສົງການຈັດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມສໍາຄັນ ໂດຍແນໃສ່ການຜັນຂະຫຍາຍແຜນຍຸດທະສາດວຽກງານຕ້ານການຄ້າມະນຸດ 5 ປີ ແຕ່ 2021-2025 ເພື່ອເຮັດໃຫ້ແຜນການປະຕິບັດວຽກງານຕ້ານການຄ້າມະນຸດ ກໍຄື ເຜີຍແຜ່ກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ ແລະ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການກຳມະບານລາວ ຕໍ່ກັບວຽກງານຕ້ານສະກັດກັ້ນການຄ້າມະນຸດ ໃຫ້ແກ່ສະຫະພັນກໍາມະບານເມືອງ ໃນ 3 ແຂວງ ຄື: ແຂວງອັດຕະປື, ແຂວງສາລະວັນ ແລະ ແຂວງເຊກອງ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ຕໍ່ກັບຜົນເສຍຫາຍຂອງການຕົກເປັນເຫຍື່ອຂອງການຄ້າມະນຸດ, ການປ້ອງກັນ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ຕິດພັນກັບວຽກງານຂອງອົງການກຳມະບານລາວ.

ອີກຢ່າງໜຶ່ງ ແມ່ນສ້າງຄວາມຮັບຮູ້ອັນໃໝ່ ໃຫ້ພະນັກງານກຳມະບານຂັ້ນແຂວງ, ເມືອງ ເພື່ອນຳໄປໂຄສະນາເຜີຍແຜ່ວຽກງານຕ້ານການຄ້າມະນຸດ ແລະ ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ດີຂຶ້ນ.

ຊຸດອົບຮົມເທື່ອນີ້, ສຳນັກມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບສະພາບການຄ້າມະນຸດໃນໂລກ ແລະ ສະເພາະຢູ່ ສປປ ລາວ, ຍຸດທະສາດຕ້ານການຄ້າມະນຸດຂອງ ສປປ ລາວ, ກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ ແລະ ການດຳເນີນຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ວຽກງານອື່ນໆທີ່ຕິດພັນກັບວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ, ເຊິ່ງຊຸດອົບຮົມຄັ້ງນີ້ ໄດ້ດຳເນີນເປັນເວລາ 2 ວັນ ຈຶ່ງສຳເລັດ.