ກອງບັນຊາການ ປກສ ເມືອງສໍາພັນ ແຂວງຜົ້ງສາລີ ໄດ້ເຜີຍແຜ່ເອກະສານກ່ຽວກັບລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ນາຍ ແລະ ພົນຕໍາຫຼວດ ໃນອາທິດທີ່ຜ່ານມາ, ເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ພັທ ສານແສງ ເສົາສຸລິພົມ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັທ ສານແສງ ເສົາສຸລິພົມ ກ່າວວ່າ: ການເຜີຍແຜ່ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ ຄັ້ງນີ້ ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດໃນທົ່ວ ກອງບັນຊາການ ປກສ ເມືອງສໍາພັນ ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານ, ເປັນກຳລັງປະຕິວັດທີ່ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະ ໄໝ, ຮັບປະກັນໃນການເຄື່ອນໄຫວປະຕິບັດບັນດາຂໍ້ກຳນົດຕ່າງໆໃຫ້ມີຄວາມເປັນເອກະພາບກັນ, ຕີຖອຍ ທຸກກົນອຸບາຍຫັນປ່ຽນ ໂດຍສັນຕິຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ, ເວົ້າສະເພາະ ປກສ ເມືອງສໍາພັນ ມີຄວາມສະຫງົບປອດໄພ 100%.

ການເຜີຍແຜ່ຄັ້ງນີ້, ມີຄຳແນະນຳຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງປະຕິບັດ ຂໍ້ຕົກລົງເລກທີ 688/ປກສ, ລົງວັນ ທີ 25 ມີນາ 2020 ວ່າດ້ວຍລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງ ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ແລະ ຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການນຳໃຊ້ສື່ສັງຄົມອອນລາຍໃນກຳລັງປ້ອງກັນຄວາມສະຫງົບ.