ໃນວັນທີ 24 ພະຈິກ 2022, ຄະນະອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ນໍາສໍານວນຄະດີໃນສະຖານການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງຂຶ້ນມາພິຈາລະນາຕັດສິນລົງໂທດຕາມລະບຽບກົດໝາຍ. ໃນນັ້ນ, ມີຈໍາເລີຍທັງໝົດ 7 ຄົນ ຍິງ 2 ຄົນ ໂດຍຄະນະສານຕັດສິນຕັດອິດ ສະຫຼະພາບຜູ້ລະ 5-6 ປີ ພ້ອມທັງປັບໃໝຕາມລະບຽບການ.

ອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຖະແຫຼງກ່ຽວກັບຄະດີໂດຍມີຈໍາເລີຍຊື່ ນາງ ຈື່ເລົ່າ ອາຍຸ 41 ປີ ຢູບ້ານໜອງບົວແດງ ເມືອງຮຸນ ແຂວງອຸດົມໄຊ ຖືກກັກຕົວວັນທີ 3 ມີິຖູນາ 2022, ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈໍານວນ 189 ເມັດ; ທ້າວ ເປງ ອາຍຸ 41 ປີ ບ້ານໄລ່ໃຫຍ່ ເມືອງແບງ ຖືກກັກຕົວວັນທີ 5 ຕຸລາ 2021, ໃນຂໍ້ຫາມີຢາ ບ້າໄວ້ໃນຄອບຄອງ ຈໍານວນ 60 ເມັດ; ທ້າວ ເພັດ ອາຍຸ 28 ປີ ບ້ານໂພແກ້ວ ເມືອງແບງ ຖືກ ກັກຕົວວັນທີ 12 ຕຸລາ 2021, ໃນຂໍ້ຫາຄ້າຂາຍ ຢາບ້າມີໄວ້ໃນຄອບຄອງ ຈໍານວນ 52 ເມັດ; ນາງ ມອນ ອາຍຸ 40 ປີ ຢູ່ບ້ານຫ້ວຍຊານ ເມືອງ ງາ ແຂວງອຸດົມໄຊ ຖືກກັກຕົວວັນທີ 26 ເມສາ 2022, ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ ໃນຄອບຄອງ ຈໍານວນ 91 ເມັດ; ທ້າວ ຄືນ ອາຍຸ 22 ປີ ຢູ່ບ້ານຕົງປຼາງ ເມືອງໄຊ ຖືກກັກຕົວວັນທີ 13 ພະຈິກ 2022, ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈໍານວນ 200 ເມັດ ແລະ ທ້າວ ເພັດວົງມະນີ ອາຍຸ 26 ປີ ຢູ່ບ້ານໂຮມໄຊຄໍາ ເມືອງແບງ ຖືກກັກຕົວ ວັນທີ 21 ເມສາ 2022, ໃນຂໍ້ຫາຄ້າຂາຍຢາບ້າຢາ ບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈໍານວນ 52 ເມັດ; ໃນນັ້ນ, ຜ່ານຂະບວນການດຳເນີນການ ສືບສວນ-ສອບສວນຂອງເຈົ້າໜ້າທີ່ ແລະ ຂໍ້ມູນຫຼັກຖານທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດທີ່ຖ້ວນ, ພາວະວິໄສ ແລະ ຖືກຕ້ອງແລ້ວ ຄະ ນະສານອາຍາສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ພິຈາລະນາລົງໂທດຕັດອິດສະຫຼະພາບ 6 ຈໍາເລີຍ ໃຫ້ຮັບໂທດທາງອາຍາໃຫ້ຈໍາຄຸກຜູ້ລະ 5 ປີ ແລະ ປັບໃໝຜູ້ລະ 10.000.000 ກີບ; ພ້ອມທັງຮິບຢາເສບຕິດຈໍານວນດັ່ງກ່າວຂອງພວກຈຳເລີຍມາທຳລາຍຖິ້ມ.

ສໍາລັບຈໍາເລີຍ ຊື່ ທ້າວ ລີອອນ ບ້ານຈັນ ໄຕ ເມືອງຮຸນ ແຂວງອຸດົມໄຊ ຖືກກັກຕົວວັນ ທີ 6 ເມສາ 2022, ໃນຂໍ້ຫາມີຢາບ້າໄວ້ໃນຄອບຄອງ ຈໍານວນ 976 ເມັດ ຖືກຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນແຂວງ ຕັດອິດສາລະ ພາບລົງໂທດ 6 ປີ ແລະ ປັບໃໝ 12.000.000 ກີບ, ຮິບເງິນຈໍານວນ 200.000 ກີບ ແລະ ຮິບລົດຈັກຮອນດາເວັບ ສີດໍາເທົາ ໝາຍເລກທະບຽນ ຈຈ 2302 ອຸດົມໄຊ ຂອງ ຈໍາເລີຍທີ່ມີສ່ວນກ່ຽວຂ້ອງກັບຄະດີມາ ເປັນຂອງລັດ.