ໃນວັນທີ 7 ທັນວາ 2022, ສານປະຊາຊົນແຂວງຫົວພັນ ໄດ້ຕັດສິນປ່ອຍຕົວນັກໂທດທີ່ມີເງື່ອນໄຂກ່ອນກຳນົດ ຈໍານວນ 19 ຄົນ; ໃນນັ້ນ, ນັກໂທດຄະດີຢາເສບຕິດ ຈໍານວນ 12 ຄົນ ຢູ່ທີ່ຄ້າຍຄຸມ ຂັງ-ດັດສ້າງ ປກສ ແຂວງຫົວພັນ.

ໂດຍຜ່ານຄຳຖະແຫຼງຂອງຫົວໜ້າອົງການໄອຍະການປະຊາຊົນວ່າດ້ວຍການປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ສະບັບເລກທີ 4, ລົງວັນທີ 23 ກັນຍາ 2022 ອີງຕາມຄຳແນະນຳຮ່ວມລະຫວ່າງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມ ສະ ຫງົບ ສະບັບເລກທີ 003, ລົງວັນທີ 13 ມີນາ 2015, ວ່າດ້ວຍການປ່ອຍຕົວນັກໂທດກ່ອນກຳນົດ ໂດຍມີເງື່ອນໄຂ, ອີງຕາມໜັງສືສະເໜີຂອງຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງຫົວພັນ ສະບັບເລກທີ 144 ລົງວັນທີ 10 ກັນຍາ 2022; ດັ່ງນັ້ນ, ຫົວໜ້າອົງການໄອຍະການປະຊາ ຊົນ ແຂວງຫົວພັນ ຈຶ່ງໄດ້ຖະແຫຼງ ເພື່ອພິຈາລະນາປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈຳນວນ 19 ຄົນ ຍິງ 1 ຄົນ. ໃນນີ້, ຄະດີຢາເສບ ຕິດ ຈຳນວນ 12 ຄົນ, ຄະດີທຳຮ້າຍຮ່າງກາຍ 1 ຄົນ, ຄະດີມີ ອາວຸດເສິກໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງຕາມກົດໝາຍ 1 ຄົນ ແລະ ຄະດີລັກຊັບ ຈຳນວນ 5 ຄົນ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນ, ຫຼັກຖານ ແລະ ເອກະສານຕ່າງໆຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ໃນໄລຍະປະຕິບັດໂທດຜ່ານມາ ຈຳນວນ 19 ຄົນນີ້ ເປັນຜູ້ທີ່ມີຄວາມກ້າວເຝິກຝົນຫຼ່ໍຫຼອມຕົນເອງ, ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ການກະທຳມີ ສະຕິຕື່ນຕົວຄົບລົບປະຕິບັດກົດໝາຍ, ລະບຽບຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ຍອມຮັບ ເອົາຄຳຕັດສິນຂອງສານທຸກຢ່າງ, ມີຄວາມຮູ້ສຶກກິນ ແໜງແຄງໃຈຕໍ່ການກະທຳທີ່ບໍ່ຖືກຕ້ອງຂອງຕົນເອງໃນໄລຍະຜ່ານມາ ແລະ ໄດ້ປະຕິບັດໂທດມາແລ້ວເກີນສອງສ່ວນສາມຂອງໂທດທີ່ສານຕັດສິນ ອິດສະຫຼະພາບ ແລະ ໄດ້ຜ່ານກວດກາແລ້ວ ຈຶ່ງຢັ້ງຢືນວ່າ: ນັກໂທດ ຈໍານວນ 19 ຄົນ ທີ່ກ່າວມາ ຂ້າງເທິງແມ່ນມີເງື່ອນໄຂຄົບຖ້ວນ ໃນການປ່ອຍ ຕົວກ່ອນກຳນົດໂດຍມີເງື່ອນໄຂ ຕາມມາດຕາ 104 ຂອງປະມວນກົດໝາຍອາຍາ.