ໜ່ວຍຊາວໜຸ່ມ ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງຫົວພັນ ເປີດກອງປະຊຸມປະເມີນຂໍ້ແຂ່ງຂັນ 4 ບຸກ ໃນທ້າຍອາທິດຜ່ານມາ, ເປັນປະທານຂອງ ສະຫາຍ ຮອ ຈັນໄຊ ສຸວັນຄຳ ເລຂາຊາວໜຸ່ມໜ່ວຍ 4, ມີ ສະຫາຍ ພັທ ບຸນເສີມ ເພັດທອງຄຳ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່, ສະຫາຍ ຮອ ເພັງສະຫວັນ ບຸນຄຸນ ຄະນະຮາກຖານຊາວໜຸ່ມ ປກສ ແຂວງຫົວພັນ ຕະຫຼອດຮອດສະມາຊິກຊາວໜຸ່ມເຂົ້າຮ່ວມ.

ສະຫາຍ ຮທ ນ້ອຍ ສັກດາສິງ ຮອງເລຂາໜ່ວຍຊາວໜຸ່ມ 4 ກ່າວວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ, ສະມາຊິກ ຊາວໜຸ່ມມີແນວຄິດອຸ່ນອຽນທຸ່ນ ທ່ຽງຕໍ່ກັບການນຳພາ-ຊີ້ນຳຂອງຄະນະ ພັກ-ຄະນະນຳທຸກຂັ້ນ, ສະມາຊິກຊາວໜຸ່ມທຸກສະຫາຍເອົາໃຈໃສ່ເຄື່ອນໄຫວວຽກງານຂະບວນການຂອງຊາວໜຸ່ມຢ່າງພ້ອມພຽງ ດ້ວຍຄວາມສາມັກຄີເປັນປືກແຜ່ນ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ຊາດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄວາມສາມັກຄີພາຍໃນ-ພາຍນອກ ຢ່າງແໜ້ນແຟ້ນ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມປະກອບສ່ວນນຳບັນດາຂະບວນການຂອງແຂວງ ກໍຄືຂອງກອງບັນຊາການຈັດຂຶ້ນ ເປັນຕົ້ນເຂົ້າຮ່ວມການແຂ່ງຂັນກິລາປະເພດຕ່າງໆທີ່ກອງບັນຊາການຈັດຂຶ້ນ 72 ເທື່ອ, ຂຶ້ນປະຈຳການຢູ່ປ້ອມຍາມແຕ່ລະສຳນັກງານອົງການ 3.090 ຄັ້ງ, ອອກກວດກາສາລາດຕະເວນ 30 ຄັ້ງ ແລະ ປ້ອງກັນແຂກພາຍໃນແລະຕ່າງປະເທດໄດ້ 18 ຄັ້ງ.

ຄຽງຄູ່ກັນນັ້ນ, ຍັງໄດ້ສະເໜີສະມາຊິກຊາວໜຸ່ມຮຽນສະໜັບສະໜູນ 10 ສະຫາຍ, ຮຽນສະບຽບພັກ 11 ສະຫາຍ ສະເໜີເຂົ້າພັກສຳຮອງ 6 ສະຫາຍ ແລະ ສະເໜີເຂົ້າພັກສົມບູນ 6 ສະຫາຍ.