ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດຕັ້ງເຊື່ອມຊຶມບັນດານິຕິກຳກ່ຽວກັບວຽກງານກວດກາ-ປ້ອງກັນກຳລັງໃນໄລຍະໃໝ່ໃຫ້ນາຍ ແລະ ພົນຕຳຫຼວດໃນທ້າຍອາທິດຜ່ານມາ, ເຜີຍແຜ່ໂດຍ ພັທ ແກ້ວມະນີ ຈິດຕະນະພັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີບັນດາຄະນະກອງພັນປ້ອງກັນເຄື່ອນທີ່, ຫົວໜ້າສຳນັກງານ, ຫົວໜ້າໝວດ-ກອງຮ້ອຍ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ການເຊື່ອມຊຶມນິຕິກໍາຄັ້ງນີ້, ເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ແລະ ສິດໃນການເຄື່ອນໄຫວວຽກງານ, ຕິດຕາມກວດກາ ແລະ ລົງວິໄນຕໍ່ກັບສະມາຊິກພັກຜູ້ທີ່ກະທຳຜິດຢູ່ໃນຄວາມຮັບຜິດຊອບຂອງຄະນະພັກ, ຄະນະກວດກາພັກແຕ່ລະຂັ້ນ ແນ່ໃສ່ເຮັດໃຫ້ການປະຕິບັດໜ້າທີ່ ການເມືອງຂອງທຸກການຈັດຕັ້ງດຳ ເນີນໄປຖືກຕາມແນວທາງ, ມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍ ແລະ ລະບົບການຕ່າງໆຂອງລັດ ທັງເປັນການຍົກສູງລະດັບຄວາມຮັບຮູ້ທາງດ້ານນິຕິກໍາ ແລະ ຫຼັກການ ເພື່ອເປັນບ່ອນອີງໃຫ້ຄະນະພັກກວດກາ ພັກ, ອົງການກວດກາລັດທຸກຂັ້ນ ເພື່ອຕອບຕ້ານຕີຖອຍບໍ່ໃຫ້ພະນັກ ງານສະມາຊິກພັກມີການສໍ້ລາດບັງຫຼວງ ຍົກສູງວຽກງານກວດກາຂອງ ແຕ່ລະຂັ້ນສາມາດເຄື່ອນໄຫວວຽກງານຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຄ່ອງຕົວ, ພ້ອມທັງເປັນການຜັນຂະຫຍາຍນິຕິກຳຕ່າງໆ ຂອງຂັ້ນເທິງກ່ຽວກັບການແບ່ງຂັ້ນ ຄຸ້ມຄອງ ໂດຍສະເພາະແມ່ນການປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດຂອງຄະນະກວດກາພັກ, ອົງ ການກວດກາການສໍ້ລາດບັງຫຼວງ ແຕ່ລະຂັ້ນໃຫ້ປະ ກົດຜົນເປັນຈິງ.

ເອກສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້້, ມີເອກະສານຈັນຍາບັນ ແລະ ຈັນຍາທຳຂອງນາຍ ແລະ ພົນຕຳຫຼວດ, ເອກະສານຝືກຝົນຫຼ່ໍຫຼອມ ຄຸນສົມບັດສິນທຳປະຕິວັດຂອງພະ ນັກງານ-ນັກຮົບໃນໄລຍະໃໝ່, ບົດ ແນະນຳຂອງກົມໃຫຍ່ການເມືອງສະ ບັບເລກທີ 263/ກມປສ ລົງວັນທີ 29 ມັງກອນ 2021 ວ່າດ້ວຍການນຳ ໃຊ້ກາໝາຍຕິດຄໍເສື້ອຊຸດນ້ອຍຂອງ ກຳລັງປ້ອງກັນຄວາມສະຫງົບ, ຄຳ ສັ່ງຂອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ສະບັບເລກທີ 20/ປກສ, ລົງວັນທີ 26 ກໍລະກົດ 2022 ວ່າດ້ວຍການເພີ່ມທະວີວຽກງານສະ ກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງປ້ອງກັນຄວາມສະຫງົບ, ຄຳແນະນນຳສະບັບເລກທີ 4205/ກມປສ, ລົງວັນທີ 4 ຕຸລາ 2022 ວ່າດ້ວຍການເພີ່ມທະວີວຽກງານສະ ກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງປ້ອງກັນຄວາມສະຫງົບ.