ກອງປະຊຸມກາງສະໄໝຂອງຄະ ນະພັກເມືອງປາກລາຍ ແຂວງໄຊຍະ ບູລີ ສະໄໝ VIII ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານຂອງສະຫາຍ ກອງສີ ວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກລາຍ, ເຂົ້າຮ່ວມມີສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີການນໍາຫຼັກແຫຼ່ງຂອງເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງເມືອງ, ມີເລຂາພັກບ້ານ, ນາຍບ້ານທົ່ວເມືອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນທົບທວນຕີລາຄາຄືນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VIII ຜົນງານ ໃນແຕ່ລະດ້ານທີ່ຍາດມາໄດ້, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງນຳພາປະຕິບັດແນວທາງນະໂຍບາຍຂອງພັກ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງ ແລະ ຄົ້ນຄວ້າ, ປະກອບຄຳຄິດ-ຄຳເຫັນໃສ່ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງກາງສະໄໝ, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ, ການປະກອບຄໍາເຫັນຂອງບັນດາຕົວແບບຕ່າງໆ ເປັນຕົ້ນແມ່ນຕົວແບບດ້ານການປູກ, ການລ້ຽງ ແລະ ການບໍລິ ການອື່ນໆ.

ໃນກອງປະຊຸມໄດ້ລາຍງານໃຫ້ຮູ້ວ່າ: ໄລຍະຜ່ານມາ, ເມືອງປາກລາຍ ພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກເມືອງ ແມ່ນມີຄວາມສະຫງົບປອດໄພຮອບດ້ານ, ເສດຖະກິດສືບຕໍ່ຂະຫຍາຍຕົວ ໃນລະດັບ 7,2 %, ທຽບໃສ່ຄາດໝາຍປະຕິບັດໄດ້ 90%, ລວມຍອດລາຍຮັບພາຍໃນເມືອງໄດ້ທັງໝົດ 1.984 ຕື້ກວ່າກີບ, ທຽບໃສ່ຄາດໝາຍປະຕິບັດ ໄດ້ 54,55%, ຈັດເກັບລາຍຮັບເຂົ້າງົບປະມານໄດ້ 20 ຕື້ກວ່າກີບ ທຽບໃສ່ຄາດໝາຍປະຕິບັດໄດ້ 52,31%.

ສະຫາຍ ພົງສະຫວັນ ສິດທະວົງ ໄດ້ຍ້ອງຍໍຊົມເຊີຍ ແລະ ໄດ້ເນັ້ນໃຫ້ຄະນະພັກເມືອງ ແລະ ການນໍາທຸກພາກສ່ວນຂອງເມືອງ ຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວ ພະນັກງານ, ສະມະຊິກພັກ, ປະຊາຊົນບັນດາເຜົ່າໃຫ້ເປັນພົນລະເມືອງດີ, ເຄົາລົບ ແລະ ປະຕິບັດລະບຽບກົດ ໝາຍຂອງບ້ານ, ເມືອງເຮັດໃຫ້ບັນຫາຫຍໍ້ທໍ້ທີ່ເກີດຂຶ້ນຫຼຸດໜ້ອຍຖອຍລົງ, ມີສະຕິຕໍ່ການປັ່ນປ່ວນມ້າງເພ ໂດຍການສວຍໃຊ້ບັນຫາຊົນເຜົ່າ, ບັນຫາສາສະ ໜາ, ຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສຸມໃສ່ນໍາພາປະຊາຊົນ ຈັດຕັ້ງປະຕິບັດໂຄງການພັດທະນາຢູ່ບ້ານ, ການຂະຫຍາຍການຜະລິດເປັນສິນຄ້າ, ສ້າງລາຍໄດ້ເຂົ້າຄອບຄົວ.