ປີ 2022, ກອງບັນຊາການ ປກສ ແຂວງຫຼວງພະບາງ ສາມາດມ້າງກຸ່ມແກ້ງເຄື່ອຄ່າຍຄ້າ-ຂາຍຢາ ເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ໄດ້ທັງໝົດ, ກັກຕົວຜູ້ຖືກຫາ 386 ຄົນ ຍິງ 40 ຄົນ; ຢຶດຂອງກາງບ້າໄດ້ຈຳນວນ 4.070.131 ເມັດ.

ພັອ ຕູຊົງ ປັດໄຈ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ກ່າວໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມປີ 2023 ໃນວັນທີ 16 ທັນວາ ນີ້ວ່າ: ນັບແຕ່ໄດ້ຮັບຮອງເອົາການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບ ຕິດ ມາເປັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດເປັນຕົ້ນມາ ກຳລັງວິຊາສະເພາະຂອງພວກເຮົາ ສາມາດມ້າງກຸ່ມແກ້ງເຄື່ອຄ່າຍຄ້າ ຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍໄດ້ ທັງໝົດ 248 ເລື່ອງ, ກັກຕົວຜູ້ຖືກຫາ 386 ຄົນ ຍິງ 40 ຄົນ, ຄົນຕ່າງປະເທດ 4 ຄົນ; ຢຶດຢາບ້າ ຈຳນວນ 4.070. 131 ເມັດ ຫຼື 407.013,1 ກຼາມ, ຢາບ້າເມັດສີຂຽວ ຈຳນວນ 900 ກຼາມ, ເຮໂລອິນ ຈຳນວນ 458,9 ກຼາມ, ຝຸ່ນສີຂາວຄ້າຍຄືເຮໂຣອີນ ຈຳນວນ 385,4 ກິໂລກຼາມ, ຢາໄອສ໌ ຈຳນວນ 1.384.1 ກຼາມ, ຄ້າຍຄືຢາໄອສ໌ ຈຳນວນ 263,3 ກິໂລກຼາມ, ນ້ຳຕົ້ມໃບກະທ່ອມ ຈຳນວນ 13 ຕຸກ, ຄ້າຍຄືໂຄເຄນ ຈໍາ ນວນ 1.822.6 ກິໂລກຼາມ, ຢາອີເມັດສີຂຽວ, ເມັດສີສົ້ມ ແລະ ເມັດສີຟ້າ ຈຳນວນ 85,7 ກຼາມ, ຢາຝິ່ນ ຈຳ ນວນ 3.651.4 ກຼາມ, ຝຸ່ນສີ ເທົ່າຄ້າຍຄືມອກຝິ່ນ ຈຳນວນ 207 ກຼາມ, ຝຸ່ນສີສົ້ມຈຳນວນ 200 ກຼາມ, ຝຸ່ນຢາບ້າສີແດງ ຈໍານວນ 142,5 ກຼາມ, ຝຸ່ນສີໃບຕອງອ່ອນ 114,3 ກຼາມ; ຢຶດພາຫະນະລົດໃຫຍ່ ຈຳນວນ 18 ຄັນ, ລົດຈັກ 72 ຄັນ; ໂທລະສັບມືຖື ຈຳນວນ 300 ເຄື່ອງ; ຢຶດອາວຸເສີກໄດ້ຄື: ປືນກັກບີນ ຈຳນວນ 2 ກະບອກ ພ້ອມແມັກ 2 ແມັກ ແລະ ລູກກະສູນ 40 ລູກ, ປືນເບີ 1 ກະບອກ ພ້ອມລູກກະສູນ 7 ລູກ, ປືນສັ້ນ ຈໍານວນ 4 ກະບອກ, ໝາກແຕກ ຈຳນວນ 1 ໜ່ວຍ ແລະ ອາຍັດເຮືອນ 3 ຫຼັງ, ທີ່ດີນຈຳນວນ 6 ຕອນ.

ນອກຈາກນີ້, ກຳລັງປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ຍັງສາມາດເກັບກຳສະຖິຕິເປົ້າໝາຍ ຜູ້ເສບຢາເສບຕິດໃນທົ່ວແຂວງ ໄດ້ຈຳນວນ 10.584 ຄົນ ຍິງ 296 ຄົນ; ໃນນີ້, ມີຜູ້ເສບຢາບ້າ 10.160 ຄົນ ຍິງ 212 ຄົນ, ຜູ້ເສບ ຝິ່ນ 424 ຄົນ ຍິງ 84 ຄົນ; ພ້ອມດຽວກັນນີ້, ຍັງໄດ້ສົມທົບກັບອໍານາດການປົກຄອງ ເມືອງໂພນທອງ, ເມືອງນໍ້າບາກ, ກໍາລັງ ປກຊ-ປກສ ຂັ້ນເມືອງ, ອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງສໍາ ຫຼວດພື້ນທີ່ລັກລອບປູກຝິ່ນ ພົບເຫັນພື້ນທີ່ລັກລອບປູກຝິ່່ນຢູ່ເມືອງໂພນທອງ ແລະ ເມືອງນໍ້າບາກກວມເອົາ 27 ບ້ານ, ຈຳນວນ 385 ຄອບຄົວ ມີ 420 ຕອນ ມີຈຳນວນ 198,14 ເຮັກຕາ ແລະ ໄດ້ທຳລາຍສວນຝິ່ນ ທັງໝົດ 137,89 ເຮັກຕາ ແລະ ໄດ້ມອບໃຫ້ອຳນາດການປົກຄອງທ້ອງຖິ່ນ, ກຳລັງ ປກຊ-ປກສ ເມືອງ ສືບຕໍ່ກວດກາຕິດຕາມ ແລະ ທຳລາຍໄປພ້ອມກັນ ພ້ອມທັງໄດ້ສຶກສາອົບຮົມກ່າວເຕືອນພໍ່-ແມ່ປະຊາຊົນບັນດາເຜົ່າທີ່ລັກລອບປູກຝິ່ນຢູ່ໃນບ້ານເປົ້າໝາຍບໍ່ໃຫ້ກັບຄືນມາປູກຝິ່ນອີກ.