ວັນທີ 17 ທັນວາ 2022, ທີ່ເດີ່ນສະໜາມມ້າ ບ້ານວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ພ້ອມຄະນະ ໄດ້ຊົມການສະແດງສິລະປະຂອງຄະນະນັກສະແດງ ນວ ທີ່ຈະໄປສະແດງໃນພິທີມອບ-ຮັບທຸງກິລາແຫ່ງຊາດທີ່ ແຂວງຊຽງ ຂວາງ.

ທ່ານ ບົວເງິນ ຊາພູວົງ ອະດີດຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ປະທານສະມາຄົມສິລະປິນແຫ່ງຊາດ ທັງເປັນຜູ້ນໍາພາຂະບວນການຝຶກຊ້ອມລາຍການສະແດງສິລະປະຄັ້ງນີ້ ກ່າວວ່າ: ຜ່ານການກະກຽມໄລຍະໜຶ່ງຂອງອ້າຍເອື້ອຍນ້ອງນັກສະແດງທີ່ມາຈາກກອງສິລະປະກອນກະຊວງປ້ອງກັນຄວາມສະຫງົບ, ກອງສະແດງກາຍະສິນແຫ່ງຊາດ ແລະ ສະຫະພັນເຕັ້ນ (ສະມາຄົມຮິບຮັອບ) ໄດ້ຮ່ວມກັນຝຶກຊ້ອມ ເພື່ອກະກຽມໃຫ້ແກ່ການໄປຮັບເອົາທຸງ ກໍຄືການເປັນເຈົ້າພາບກິລາແຫ່ງຊາດຂອງ ນວ ໃນຄັ້ງຕໍ່ໄປ.

ຜ່ານການຝຶກຊ້ອມເຫັນວ່າ ມີຄວາມສະດວກສະບາຍ ໂດຍສະເພາະດ້ານວິຊາການໄດ້ມີການກະກຽມບົດຟ້ອນ, ດົນຕີ ແລະ ເພງຮ້ອງໄດ້ພ້ອມກັນຂຸ້ນຂ້ຽວອອກແບບ, ເຊິ່ງລັກສະນະການສະແດງໄດ້ນໍາເອົາຜາສາດເຜິ້ງນໍາໜ້າ ເພື່ອໃຫ້ເຫັນວ່າ ບຸນທາດຫຼວງໃນແຕ່ລະປີມີການແຫ່ຜາສາດເຜິ້ງເປັນການຖວາຍບຸນກຸສົນໃຫ້ແກ່ພະພຸດ, ພະທໍາ, ພະສົງ ກໍຄື ການຮັກສາຮີດຄອງປະເພນີອັນດີງາມຂອງຊາວ ນວ. ຫຼັງຈາກນັ້ນ, ມີການສະແດງກາຍະສິນ, ເຕັ້ນຮິບຮັອບ ແລະ ມີບົດເພງປະກອບໃຫ້ຊື່ວ່າ “ຍິນດີຕ້ອນຮັບສູ່ນະຄອນຫຼວງເກມ”, ເຊິ່ງເປັນການສະແດງໃຫ້ເຫັນວ່າ ຊາວ ນວ ຍິນດີຕ້ອນຮັບບັນດານັກກິລາ ກໍຄື ເພື່ອນມິດຈາກທົ່ວປະເທດ ກໍຄືປະເທດອ້ອມຂ້າງ ເພື່ອມາຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ ນວ ຈະຮ່ວມກັນເປັນເຈົ້າພາບ.

ນອກນີ້, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນວ ໃຫ້ສໍາພາດຕື່ມວ່າ: ການທົດລອງຜ່ານລາຍການສະແດງສິລະປະດັ່ງກ່າວຄັ້ງນີ້ ເປັນການຊ້ອມໃຫຍ່ຄັ້ງສຸດທ້າຍ ກ່ອນຈະເດີນທາງໄປສະແດງໃນພິທີປິດງານກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຊວາງ, ເຊິ່ງການກະກຽມຄັ້ງນີ້ໄດ້ເຊີນການນໍາ ນວ ການນໍາກະຊວງ ແລະ ຄະນະກໍາມະການກ່ຽວຂ້ອງມາຊົມການຊ້ອມການສະແດງ ໂດຍການສະແດງໄດ້ນໍາ ເອົາຮູບແບບຕົວຈິງທີ່ຈະນໍາໄປສະແດງຮັບທຸງເຈົ້າພາບໃນງານມະຫະກໍາກິລາໃນຄັ້ງຕໍ່ໄປ ສະນັ້ນ ທີມ ນັກສະແດງຂອງ ນວ ໄດ້ມີການຝຶກຊ້ອມມາຫຼາຍຄັ້ງແລ້ວ ຖືວ່ານັກສະແດງໄດ້ຟ້ອນຢ່າງພ້ອມພຽງ ມີຄວາມກົມກຽວ ແລະ ສວຍສົດງົດງາມ ປັດຈຸບັນມີຄວາມພ້ອມສະແດງ 100%.