ໃນປີ 2023 ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ວາງທິດທາງລວມ ຈະສືບຕໍ່ເພີ່ມທະວີປັບປຸງແບບແຜນການບັງຄັບບັນຊາທີ່ເດັດດ່ຽວ-ເດັດຂາດ ເພື່ອໃຫ້ບັນລຸຄາດໝາຍໃນການກໍ່ສ້າງປັບປຸງກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມທັນສະໄໝ, ໜັກແໜ້ນທາງດ້ານການເມືອງ ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ.

ທິດທາງລວມດັ່ງກ່າວ ໄດ້ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານກົມໃຫຍ່ການເມືອງ ປກສ ປະຈຳປີ 2022, ແລະ ທິດທາງແຜນການຈຸດສຸມ ປະຈຳປີ 2023 ຄັ້ງວັນທີ 28 ທັນວາ 2022, ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ການ ເມືອງ ປກສ; ມີບັນດາຮອງຫົວໜ້າກົມໃຫຍ່, ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມ, ຫ້ອງ, ໂຮງຮຽນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ການເມືອງ ເຂົ້າຮ່ວມ.

ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານກົມໃຫຍ່ການເມືອງ ປກສ ປະຈຳປີ 2022 ແລະ ທິດທາງແຜນການຈຸດສຸມ ປະຈຳປີ 2023 ໃຫ້ຮູ້ວ່າ: ໃນປີ 2023, ກົມໃຫຍ່ການເມືອງ ປກສ ຈະເພີ່ມທະວີການປັບປຸງແບບແຜນການບັງຄັບບັນຊາທີ່ເດັດດ່ຽວ-ເດັດຂາດ ໂດຍການເພີ່ມຂີດຄວາມສາມາດ, ມີຈັນຍາບັນ-ຈັນຍາທຳ ແລະ ມີຄວາມທັນສະໄໝ ພ້ອມທັງເຊີດຊູບົດບາດການນຳ ພາເດັດຂາດ-ໂດຍກົງ ແລະ ຮອບດ້ານ ຂອງພັກຕໍ່ວຽກງານປ້ອງກັນຄວາມສະຫງົບ ແນໃສ່ຮັບປະກັນໃຫ້ສາມາດບັນລຸຄາດໝາຍໃນການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມທັນສະໄໝ, ໜັກແໜ້ນ, ເຂັ້ມແຂງ ສືບຕໍ່ເປັນກຳລັງທີ່ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະທີ່ມີແບບ ແຜນນຳພາ-ບັນຊາ ເຄື່ອນໄຫວວຽກງານຢ່າງມີວິທະຍາສາດທັນສະໄໝເຂັ້ມແຂງ.

ໃນປີ 2022, ກົມໃຫຍ່ການເມືອງ ປກສ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄາດໝາຍໃນການກໍ່ສ້າງ ແລະ ປັບປຸງກຳລັງ ປກສ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ມີແບບແຜນທັນສະໄໝ ສະແດງອອກອັນພົ້ນເດັ່ນແມ່ນວຽກງານພະນັກງານເຫັນໄດ້ວ່າ ກົງຈັກການຈັດຕັ້ງກຳລັງ ປກສ ແຕ່ລະຂັ້ນໄດ້ຮັບການປັບປຸງຕໍ່ເນື່ອງ, ປັບປຸງພາລະບົດບາດຂອງກົມກອງ-ທ້ອງຖິ່ນຈຳນວນໜຶ່ງໃຫ້ສອດຄ່ອງ ແລະ ສົມຄູ່ກັບໜ້າທີ່ຄວາມຮັບຜິດຊອບ; ໄດ້ຂຶ້ນແຜນກຳນົດກໍ່ສ້າງພະນັກງານສືບທອດປ່ຽນແທນແຕ່ລະຂັ້ນຕາມຂໍ້ກຳນົດຂອງສູນກາງພັກ ແລະ ຄະນະພັກກະຊວງວາງອອກ ເປັນຕົ້ນຂັ້ນ ສູນ ກາງ, ກະຊວງ ແລະ ກົມກອງຄຸ້ມ ຄອງສຳເລັດ; ບັນຈຸສັບຊ້ອນ, ຈັດວາງພະນັກງານເຂົ້າໃສ່ຕຳແໜ່ງງານຂອງບັນດາກົມກອງ-ທ້ອງຖິ່ນ; ຕິດພັນກັບວຽກງານກໍ່ສ້າງກຳລັງແມ່ນໄດ້ເອົາໃຈໃສ່ຂຶ້ນແຜນກຳນົດ, ກໍ່ສ້າງ-ບໍລຸງພະນັກງານປ້ອງກັນຄວາມສະຫງົບ, ປັບປຸງສະຖານການສຶກສາຂອງກຳລັງ ປກສ ເປັນຕົ້ນກໍ່ສ້າງພື້ນຖານໂຄງລ່າງ, ປັບປຸງໂຄງການຫຼັກສູດການຮຽນ-ການສອນຢູ່ບັນດາໂຮງຮຽນໃຫ້ສອດຄ່ອງກັບສະພາບການ ແລະ ໜ້າທີ່ການເມືອງໃນໄລຍະໃໝ່ ແລະ ໄດ້ມີການສົ່ງພະນັກງານໄປຍົກລະດັບທາງດ້ານວິຊາສະເພາະ, ທິດສະດີຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 2.000 ກວ່າ ສະຫາຍ ຍິງ 600 ກວ່າສະຫາຍ.