ປີ 2023, ສະຫະພັນແມ່ຍິງ ກະຊວງ ປກສ ຈະສືບຕໍ່ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນ ໂດຍການເອົາໃຈໃສ່ໂຄສະນາປຸກລະດົມສະມາຊິກ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນຕ່າງໆໃຫ້ມີສ່ວນຮ່ວມ, ເຮັດໃຫ້ສະມາຊິກສ່ວນຫຼາຍ ໄດ້ຮັບການສຶກສາອົບຮົມການເມືອງ-ແນວຄິດການເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ເສີມຂະຫຍາຍວັດທະນະທໍາຮີດຄອງປະເພນີອັນດີງາມຂອງແມ່ຍິງລາວ, ມູນເຊື້ອຂອງກໍາລັງ ປກສ ເພື່ອເຮັດໃຫ້ບັນດາໜ່ວຍແມ່ຍິງທີ່ຂຶ້ນກັບ ໄດ້ຮັບຮອງເປັນໜ່ວຍແມ່ຍິງ 3 ດີ ໃຫ້ໄດ້ຫຼາຍທີ່ສຸດ.

ພັທ ນາງ ບຸນທະວີ ພິລາວັນ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ ກ່າວໃນກອງປະຊຸມຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ ຄັ້ງທີ 3 ສະໄໝທີ VII ໃຫ້ຮູ້ວ່າ:

ໃນຕໍ່ໜ້າ, ຄະນະສະຫະພັນແມ່ຍິງ ກະຊວງ ປກສ ຈະສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ກໍຄື ການເຜີຍແຜ່ເນື້ອໃນຄໍາຂວັນຂໍ້ແຂ່ງຂັນ 3 ດີ ໃຫ້ທົ່ວເຖິງ, ຊຸກຍູ້ຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນການຟົດຟື້ນ ແລະ ເລິກເຊິ່ງ, ນຳເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ແຜນພັດທະນາຂອງ ກະຊວງ ປກສ ກໍຄື 4 ແຜນງານ 41 ໂຄງການ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການປະຕິບັດໜ້າທີ່ວິຊາສະເພາະ ໂດຍຖືເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ມາເປັນເນື້ອໃນການສຳຫຼວດກວດກາ ແລະ ຄັດເລືອກປະເພດບຸກຄົນໃນແຕ່ລະເດືອນ, ໄຕມາດ, ປີ ແລະ 3 ປີ ພ້ອມທັງສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 3 ປີ (2020-2022) ແລະ ມອບໃບຍ້ອງຍໍ, ໃບຊົມເຊີຍຂອງ ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ.

ພັທ ນາງ ບຸນທະວີ ພິລາວັນ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ

ຈັດຕັ້ງເຊື່ອມຊຶມຄຳແນະນຳ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ສະບັບປັບປຸງໃໝ່ ປີ 2021-2025 ໃຫ້ສະມາຊິກແມ່ຍິງຮາກຖານ, ຊຸກຍູ້ສະຫະພັນແມ່ຍິງຮາກຖານ ອ້ອມຂ້າງ ກະຊວງ ປກສ ດໍາເນີນຊີວິດການເມືອງຕີລາຄາແບ່ງປະເພດບຸກຄົນ, ໜ່ວຍ ແລະ ສະຫະພັນແມ່ຍິງຮາກຖານ 3 ດີ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023.

ຄຽງຄູ່ກັນນີ້, ຕ້ອງປຸກລະດົມແມ່ຍິງປະຕິບັດໜ້າທີ່ວິຊາສະເພາະ ໂດຍການສືບຕໍ່ປຸກລະດົມສະມາຊິກສະຫະພັນແມ່ຍິງຢູ່ແຕ່ລະຂົງເຂດວຽກງານ ໃນກຳລັງປ້ອງກັນຄວາມສະຫງົບ ຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນ ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ, ວຽກງານຮັກສາຄວາມສະຫງົບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມ, ວຽກງານພະລາທິການ, ວຽກງານເສນາທິການ ໄປພ້ອມກັບ ການປັບປຸງແບບແຜນວິທີເຮັດວຽກ, ຍົກສູງຫົວຄິດປະດິດສ້າງ, ຄວາມຊໍານານງານ ແລະ ປະສິດທິຜົນຂອງວຽກງານແຕ່ລະດ້ານ ເພື່ອປະກອບສ່ວນເຮັດສຳເລັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້.

ໃນ 1 ປີຜ່ານມາ, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາຄົ້ນຄວ້າເຊື່ອມຊຶມເນື້ອໃນຄໍາຂວັນ ແລະ ຂໍ້ແຂ່ງແຂ່ງຂັນ 3 ດີ ເພື່ອປຸກລະດົມຊຸກຍູ້ສະມາຊິກແມ່ຍິງ ເຂົ້າຮ່ວມການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ ຕິດພັນກັບ ຂະບວນການຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂໍ້ແຂ່ງຂັນຂອງ ອົງການຈັດຕັ້ງມະຫາຊົນ, ກົມກອງ ແລະ ວຽກງານວິຊາສະເພາະ, ຕິດຕາມ, ຊຸກຍູ້ສະຫະພັນແມ່ຍິງຮາກຖານ ປະຕິບັດລະບອບຮ່ວມຊີວິດ, ນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ເປັນເນື້ອໃນ ໃນການສໍາຫຼວດກວດກາຕີລາຄາແບ່ງປະເພດບຸກຄົນ 3 ດີ ໃນແຕ່ລະເດືອນ, ໄຕມາດ ແລະ ປີ.

ໃນນີ້, ໄດ້ຈັດຕັ້ງດໍາເນີນຊີວິດການເມືອງຕີລາຄາປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2022 ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 3.105 ສະຫາຍ, ສາມາດຄັດເລືອກພົນລະເມືອງດີໄດ້ 3.065 ສະຫາຍ, ພັດທະນາດີ 2.983 ສະຫາຍ, ສ້າງຄອບຄົວດີ 3.036 ສະຫາຍ.

ເປັນແມ່ຍິງ 3 ດີ ປະເພດ I ມີ 2.968 ສະຫາຍ ເທົ່າກັບ 96,66%; ປະເພດ II ມີ 112 ສະຫາຍ ເທົ່າກັບ 3,64%; ປະເພດ III ມີ 17 ສະຫາຍ ເທົ່າກັບ 0,52%; ປະເພດ IV ມີ 5 ສະຫາຍ ເທົ່າກັບ 0,16%, ປະເພດ V ມີ 3 ສະຫາຍ ເທົ່າກັບ 0,03%.

ໜ່ວຍ 3 ດີ ມີ 137 ໜ່ວຍ ເທົ່າກັບ 93,20% ແລະ ສະຫະພັນແມ່ຍິງຮາກຖານ 3 ດີ ມີ 14 ຮາກຖານ ເທົ່າກັບ 87,50%.

ບຸກຄົນດີເດັ່ນດ້ານຕ່າງໆ ມີທັງໝົດ 199 ສະຫາຍ ຄື: ດ້ານວຽກງານວິຊາສະເພາະ 95 ສະຫາຍ, ການສ້າງເສດຖະກິດຄອບຄົວ ຈໍານວນ 23 ສະຫາຍ ແລະ ການສ້າງຄອບຄົວດີ ຈໍານວນ 81 ສະຫາຍ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!