ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງ ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ (9 ມັງກອນ 1966-2023) ເພື່ອຫວນຄືນມູນເຊື້ອຂອງແມ່ຍິງກຳລັງ ປກສ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ຄຽງບ່າ-ຄຽງໄຫຼ່ກັບເພດຊາຍອຸດທິດເຫື່ອແຮງ ແລະ ສະຕິປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ໃນວັນທີ 6 ທັນວາ 2023, ໃຫ້ກຽດປາຖະກະຖາໂດຍ ພັອ ນາງ ວັດຊະລີ ສິດທິລືໄຊ ອະດີດປະທານສະຫະພັນແມ່ຍິງ ກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາ ແລະ ເອື້ອຍ-ນ້ອງແມ່ຍິງ ອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ພັອ ນາງ ວັດຊະລີ ສິດທິລືໄຊ ອະດີດປະທານສະຫະພັນແມ່ຍິງ ກະຊວງ ປກສ

ໃນພິທີ, ພັທ ນາງ ບຸນທະວີ ພິລາວັນ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ ຄັ້ງທີ 3 ສະໄໝທີ VII ທີ່ສຳເລັດໃນວັນທີ 28-29 ພະຈິກ 2022, ໃນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນແມ່ນ ໄດ້ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023.

ພັທ ນາງ ບຸນທະວີ ພິລາວັນ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ

ເຊິ່ງບົດສະຫຼຸບດັ່ງກ່າວ ສາມາດຍົກໃຫ້ເຫັນດ້ານດີຜົນງານທີ່ພົ້ນເດັ່ນ ໃນໄລຍະທີ່ຜ່ານມາ ແລະ ຈຸດອ່ອນຂໍ້ຄົງຄ້າງບາງບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງແກ້ໄຂ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງຮັບຟັງ ແລະ ປະກອບຄຳເຫັນຕໍ່ບົດສຳຫຼວດການນຳພາລວມຂອງ ຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ ໄລຍະ 1 ປີຜ່ານມາ ແລະ ການປະກອບຄໍາເຫັນຕໍ່ບົດສະຫຼຸບວຽກງານກວດກາ, ວຽກງານໂຄສະນາ ແລະ ຂະບວນການ, ວຽກງານ 3 ດີ ປະຈຳປີ 2022 ແລະ ຍັງໄດ້ຮັບຮອງເອົາທິດທາງແຜນການວຽກງານ ປີ 2023 ຂອງສະຫະພັນແມ່ຍິງ ກະຊວງ ປກສ.

ພ້ອມດຽວກັນນີ້, ຍັງໄດ້ຮັບຟັງບົດແນະນໍາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ ແມ່ຍິງກະຊວງ ປກສ ໂດຍສະເພາະເນື້ອໃນຂໍ້ແຂ່ງຂັນ 3 ດີ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະ ປິ່ນອ້ອມ 4 ແຜນງານ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກ ແລະ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເຮັດໃຫ້ການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ, ສະມາຊິກສະຫະພັນແມ່ຍິງແຕ່ລະຫາຍ ມີຄວາມຮັບຮູ້ເຂົ້າໃຈກຳແໜ້ນບັນດາເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຢ່າງເລິກເຊິ່ງທົ່ວເຖິງ ແລະ ສອດຄ່ອງກັບສະພາບຕົວຈິງຂອງ ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.

ໃນໂອກາດນີ້ , ພັອ ນາງ ວັດຊະລີ ສິດທິລືໄຊ ໄດ້ຍົກໃຫ້ເຫັນມູນເຊືຶ້ອວັນວັນທີ 9 ມັງກອນ 1966 ແມ່ນວັນສ້າງຕັ້ງສະຫະພັນແມ່ຍິງ ກຳລັງປ້ອງກັນຄວາມສະຫງົບ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດຂອງແມ່ຍິງ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍສະເພາະ 4 ຫົວຂໍ້ໃຫຍ່ທີ່ສຳຄັນ ເປັນຕົ້ນແມ່ນ:

ການກໍາເນີດສະຫະພັນແມ່ຍິງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ການເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນແມ່ຍິງ ກຳລັງປ້ອງກັນຄວາມສະຫງົບ ມີ 2 ໄລຍະ (ຄື: ໄລຍະແຕ່ປີ 1966-1975 ແລະ ປີ 1976 ຫາ ປັດຈຸບັນ), ຜົນງານການເຄື່ອນໄຫວ ແລະ ການຍ້ອງຍໍສັນລະເສີນ ແລະ ເສີມຂະຫຍາຍມູນເຊື້ອສະຫະພັນແມ່ຍິງ ກຳລັງປ້ອງກັນຄວາມສະຫງົບ.

ໃນນີ້, ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມຂອງ ສະຫະພັນແມ່ຍິງ ກຳລັງປ້ອງກັນຄວາມສະຫງົບ, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ຈະສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແມ່ຍິງລາວທົ່ວປະເທດ ແລະ ແຜນພັດທະນາແມ່ຍິງລາວ (2021-2025) 10 ແຜນງານ 65 ໂຄງການ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຜູ້ແທນອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ແລະ 4 ແຜນງານ 41 ໂຄງການ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ແລະ 6 ແຜນງານ 25 ໂຄງການ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນ:

  1. ພັດທະນາທາງດ້ານແນວຄິດຈິດໃຈ
  2. ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ
  3. ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ
  4. ອານຸລັກ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ, ຂອງແມ່ຍິງລາວບັນດາເຜົ່າ
  5. ພົວພັນຮ່ວມມືກັບຕ່າງປະເທດຕາມແນວທາງຂອງພັກ
  6. ປັບປຸງຫ້ອງການ ແລະ ສະຖານທີ່ເຮັດວຽກໃຫ້ມີຄວາມຈົບງາມ, ເປັນລະບຽບຮຽບຮ້ອຍ

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!