ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດ ຜູ້ດຽວ ໄດ້ມອບຄອມ ພິວເຕີ ຈໍານວນ 6 ຊຸດ ມູນຄ່າ 43.200.000 ກີບ ໃຫ້ກອງບັນຊາການ ປກສ ແຂວງວຽງຈັນ ໃນອາທິດຜ່ານມາ, ກ່າວມອບໂດຍ ທ່ານ ປອ ສົມຫວັງ ທໍາມະສິດ ຕາງໜ້າບໍລິສັດ ທີ່ປຶກສາ ດ້ານການລົງທືນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດ ຜູ້ດຽວ, ກ່າວຮັບໂດຍ ພັອ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ ເປັນຂັກຂີພະຍານ.

ທ່ານ ປອ ສົມຫວັງ ທໍາມະສິດ ກ່າວວ່າ: ການມອບຄອມພິວເຕີ ໃຫ້ ປກສ ແຂວງວຽງຈັນ ຄັ້ງນີ້, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງ ນາຍ ແລະ ພົນຕໍາຫຼວດ ທີ່ຍັງມີຄວາມຂາດເຂີນດ້ານອຸປະກອນຮັບໃຊ້ເຕັກນິກທີ່ທັນສະໄໝ່ເວົ້າລວມ, ເວົ້າສະເພາະກໍ່ແມ່ນຄອມພິວເຕີ. ນອກນັ້ນ, ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີ ມິດ ຕະພາບລະຫວ່າງ ບໍລິສັດທີ່ ປຶກສາດ້ານການລົງທືນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດ ຜູ້ດຽວ ກັບກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ພັອ ສົມຄິດ ດວງພະຈັນ ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ປຶກສາດ້ານ ການລົງທືນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ທີ່ໄດ້ເຫັນຄວາມ ສໍາຄັນຂອງວຽກງານປ້ອງ ກັນຄວາມສະຫງົບແຂວງວຽງຈັນ ແລະ ໄດ້ນໍາເອົາຄອມພິວເຕີມາມອບໃຫ້ ເພຶ່ອນໍາໃຊ້ເຂົ້າໃນ ວຽກງານໃຫ້ມີຄວາມສະດວກສະບາຍຂຶ້ນ.