ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ມອບເງິນອຸດໜູນໃຫ້ຄອບຄົວຍາດພີ່ນ້ອງຂອງຜູ້ເສຍຊິວິດ ໃນອາທິດຜ່ານມາ, ເຂົ້າຮ່ວມ ແລະ ມອບເງິນໂດຍ ພັທ ນາງ ຄໍາມີ ເພັດມະນີ ຮອງຫົວໜ້າຫ້ອງການເມືອງ, ມີບັນດາສະຫາຍຄະນະພະແນກນະໂຍບາຍປະກັນສັງຄົມ, ຍາດພີ່ນ້ອງຂອງຜູ້ເສຍຊິວິດ ເຂົ້າຮ່ວມ.

ພັຕ ນາງ ບົວຊ້ອນ ສຸທໍາມາ ຮອງຫົວໜ້າພະແນກນະໂຍບາຍປະກັນສັງຄົມ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ສະບັບເລກທີ 8393/ປກສ.ຫຼທ 7 ຕຸລາ 2022 ວ່າດ້ວຍການປະຕິບັດນະໂຍບາຍມອບເງິນນະໂຍບາຍປົງສົບຂອງສະຫາຍ ພັຕ ໜານອຸ່ນຄໍາ ແສງມະນີ ພະນັກງານບໍານານ ຈໍານວນ 96.477.000 ກີບ ໃຫ້ຄອບຄົວຍາດພີ່ນ້ອງຂອງຜູ້ກ່ຽວ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ ໃນຕອນເຊົ້າຂອງວັນດຽວກັນ, ກໍໄດ້ມອບເງິນອຸດໜູນບໍາເນັດ ອອກສ້າງເສດຖະກິດຄອບຄົວຂອງ ສະຫາຍ ພັຕ ຄໍາເກັງ ຈັນທະກຸມມານ ສັງກັດຢູ່ກອງບັນຊາການ ປກສ ເມືອງລອງ ຈໍານວນ 147.977.000 ກີບ ໃຫ້ກຽດມອບໂດຍ ພັທ ນາງ ຄໍາມີ ເພັດມະນີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ.