ໃນວັນທີ 9 ມັງກອນ 2023, ເຈົ້າໜ້າທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ເຄື່ອນໄຫວປຸກລະດົມຊຸກຍູ້ ແລະ ເຜີຍແຜ່ຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດໃຫ້ພະນັກງານ-ລັດຖະກອນ ທົ່ວກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ໄດ້ກໍາແໜ້ນ, ເຊື່ອມຊຶມ ພ້ອມທັງຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ ໃຫ້ລົງເລິກທົ່ວເຖິງຢ່າງກວ້າງຂວາງ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ພັທ ນາງ ຄໍາກອງ ເພັດສົມພູ ຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ຍົກໃຫ້ເຫັນເຖິງຜົນຮ້າຍ ແລະ ໄພອັນຕະລາຍກ່ຽວກັບບັນຫາຢາເສບຕິດ, ການນໍາໃຊ້ສານເຄມີປະສົມໃສ່ສິ່ງຂອງປະເພດຕ່າງໆ ແລະ ການລັກລອບນໍາເຂົ້າ-ສົ່ງອອກສິ່ງເກືອດຫ້າມ ແລະ ຜິດກົດໝາຍ ເປັນຕົ້ນແມ່ນ: ຢາບ້າ, ຝິ່ນ, ເຮໂຣອິນ, ມອກຝິ່ນ, ກັນຊາ ແລະ ອື່ນໆ.

ເຊິ່ງສິ່ງດັ່ງກ່າວ ກາຍເປັນສານກະຕຸ້ນຕໍ່ລະບົບປະສາດ ພາຍຫຼັງທີ່ເສບເຂົ້າໄປແລ້ວກໍຈະເຮັດໃຫ້ຜູ້ຖືກເຄາະຮ້າຍເກີດມີອາການປະສາດຫຼອນ, ກາຍເປັນຄົນບ້າໄບ້ເສຍຈິດ, ມີອາລົມໂມໂຫໃຈຮ້າຍ ແລະ ຮ້າຍແຮງກວ່ານັ້ນ ຍັງເຮັດໃຫ້ບຸກຄົນດັ່ງກ່າວ ກາຍເປັນຄົນຂີ້ລັກງັດແງະ, ຂ້າເຈົ້າເອົາຂອງ, ລັກຊັບ, ປຸ້ນຊັບ ແລະ ກໍ່ອາຊະຍາກໍາອື່ນໆ ທີ່ພາໃຫ້ເກີດຜົນເສຍຫາຍທາງດ້ານຊັບສິນ ແລະ ຊີວິດຈິດໃຈ.

ການລົງເຄື່ອນໄຫວໂຄສະນາເຜີຍແຜ່ໃນຄັ້ງນີ້ ກໍເພື່ອເປັນການກະຕຸກຊຸກຍູ້ ແລະ ປຸກລະດົມບັນດາພະນັກງານ-ລັດຖະກອນ ທົ່ວກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮັບຮູ້-ເຂົ້າໃຈ ພ້ອມກັນຈັດຕັ້ງຜັນຂະຫຍາຍ ແລະ ສະກັດກັ້ນທຸກບັນຫາ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມນໍາອີກ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!