ປັດຈຸບັນນີ້, ສະພາບການເກີດອຸບັດຕິເຫດຕາມທ້ອງຖະໜົນ ເປັນໄພຂົ່ມຂູ່ຕໍ່ຜູ້ໃຊ້ລົດ-ໃຊ້ຖະໜົນ ເຊິ່ງໃນແຕ່ລະ ເດືອນ ຈະມີຄົນໄດ້ຮັບບາດເຈັບຈາກການເກີດອຸບັດຕິເຫດຫຼາຍຮ້ອຍຄົນ ແລະ ເສຍຊີວິດຫຼາຍສົມຄວນ ອັນໄດ້ ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ. ບັນຫາດັ່ງກ່າວນີ້, ພັກ-ລັດຖະບານ ກໍຄືພາກສ່ວນທີ່ ກ່ຽວຂ້ອງ ກໍໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂຢ່າງຈິງຈັງ ໂດຍການທຸ່ມງົບປະມານ ເຂົ້າໃນວຽກງານປອດໄພທາງ ຫຼວງໃນແຕ່ລະປີຫຼາຍຕື້ກີບ ເພື່ອແນໃສ່ເຮັດໃຫ້ການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼຸດໜ້ອຍຖອຍລົງ; ແຕ່ ເຖິງຂະໜາດນັ້ນ, ອັດຕາການເກີດອຸບັດຕິເຫດກໍຍັງມີທ່າອ່ຽງເພີ່ມຂຶ້ນ ສະເລ່ຍ 3 ປີຜ່ານມາ, ນັບແຕ່ປີ 2015- 2017 ຈໍານວນ ຜູ້ເສຍຊີວິດຈາກອຸບັດຕິເຫດຍັງຢູ່ໃນເກນ 16 ຄົນ ຕໍ່ປະຊາກອນ 100.000 ຄົນ, ຖ້າທຽບໃສ່ບັນ ດາປະເທດທີ່ກໍາລັງພັດທະນາ ຫຼື ພັດທະນາແລ້ວ ຕົວເລກດັ່ງກ່າວຍັງຢູ່ໃນລະດັບສູງຫຼາຍ.

ບັນຫາດັ່ງກ່າວນີ້, ທ່ານ ປອ ບຸນຕາ ອ່ອນນາວົງ ວ່າການຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ໄດ້ເປີດເຜີຍໃຫ້ຮູ້ເມື່ອ ບໍ່ດົນມານີ້ວ່າ: ເພື່ອເຮັດໃຫ້ຈໍານວນຜູ້ເສຍຊີວິດຈາກອຸບັດຕິຕາມທ້ອງຖະໜົນຫຼຸດລົງຢູ່ໃນລະດັບປະເທດທີ່ພັດ ທະນາແລ້ວ ຄື: ຜູ້ເສຍຊີວິດ 10 ຄົນ ຕໍ່ປະຊາກອນ 100.000 ຄົນຕໍ່ປີນັ້ນ. ລັດຖະບານ ກໍຄືພາກສ່ວນທີ່ກ່ຽວຂ້ອງ ໄດ້ສຸມໃສ່ວຽກງານຄວາມປອດໄພທາງຫຼວງຢ່າງຈິງຈັງ. ເຊິ່ງຕະຫຼອດໄລຍະ 3 ປີຜ່ານມາ ສະເພາະສົມປີ 2014- 2015  ມີ 13 ໂຄງການ; ໃນນີ້, ວຽກແກ້ໄຂການຈະລາຈອນແອອັດໃນຕົວເມືອງ ມີ 5 ໂຄງການ ແລະ ກິດຈະກໍາ ອື່ນໆ ມີ 8 ໂຄງການ ລວມມູນຄ່າ 12,6 ຕື້ກີບ;  ບັນດາວຽກ ແລະ ໂຄງການສ່ວນໃຫຍ່ ແມ່ນເລັ່ງໃສ່ການແກ້ໄຂ ການຈະລາຈອນແອອັດໃນຕົວເມືອງ ໂດຍໄດ້ປັບປຸງບັນດາພື້ນຖານໂຄງລ່າງ ເປັນຕົ້ນແມ່ນ  ຕິດຕັ້ງໄຟອໍານາດ, ໄຟເຍືອງທາງ, ຂີດເສັ້ນຈະລາຈອນ, ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນຢູ່ຕົວເມືອງໃຫຍ່ ເຊັ່ນ: ນະຄອນ ຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ. ນອກນີ້, ຍັງໄດ້ນໍາ ໃຊ້ເຂົ້າໃນກິດຈະກໍາອື່ນໆທີ່ກ່ຽວຂ້ອງກັບວຽກງານ ຄວາມປອດໄພທາງຫຼວງ ເຊິ່ງປະຕິບັດຕົວຈິງສໍາເລັດ 8 ໂຄງການ ເທົ່າກັບ 62% ຂອງແຜນການ, ສ່ວນການນໍາໃຊ້ ງົບປະມານປະຕິບັດໄດ້ 98% ແລະ  ໃນສົກປີ 2015-2016 ມີ 43 ໂຄງການ; ໃນນີ້, ວຽກງານໂຄສະນາປູກຈິດສໍາ ນຶກ 19 ໂຄງການ, ວຽກແກ້ໄຂຈຸດເກີດອຸບັດຕິເຫດເລື້ອຍໆ ແລະ ແກ້ໄຂການຈະລາຈອນແອອັດໃນຕົວເມືອງ ມີ 17 ໂຄງການ ແລະ ກິດຈະກໍາອື່ນໆ ມີ 7 ໂຄງການລວມ ມູນຄ່າ 10 ຕື້ກີບ. ສະເພາະປີ 2017 ມີ 50 ໂຄງການ ລວມມີ ວຽກງານໂຄສະນາປູກຈິດສໍານຶກ 19 ໂຄງການ, ວຽກ ແກ້ໄຂຈຸດເກີດອຸບັດຕິເຫດເລື້ອຍໆ ແລະ ແກ້ໄຂການຈະລາ ຈອນແອອັດໃນຕົວເມືອງ ມີ 20 ໂຄງການ ແລະ ກິດຈະ ກໍາອື່ນໆມີ 11 ໂຄງການ ລວມມູນຄ່າ 16,5 ຕື້ກີບ. ນອກ ຈາກນີ້, ຍັງມີໂຄງ ການຊ່ວຍເຫຼືອລ້າຂອງທະນາຄານໂລກ ກ່ຽວກັບວຽກຄວາມປອດໄພທາງຫຼວງ ໂຄງການ LRSP ໃນປີ 2014-2015 ແມ່ນຕິດຕັ້ງປ້າຍຈະລາຈອນຢູ່ 5 ເສັ້ນ ທາງຫຼັກໃນນະຄອນຫຼວງວຽງຈັນ, ປັບເສັ້ນທາງຈະລາ ຈອນ, ຕິດຕັ້ງຖັງນໍ້າແບ່ງຊ່ອງທາງຈະລາຈອນ, ຕິດຕັ້ງໄຟອໍານາດ ແລະ ປັບເຟດໄຟອໍານາດທົ່ວນະຄອນຫຼວງວຽງ ຈັນ ແລະ ສົກປີ 2015-2016 ແມ່ນໄດ້ຕິດຕັ້ງປ້າຍເຕືອນທາງໂຄ້ງຮາວກັນຕົກ, ຂີດເສັ້ນແບ່ງຊ່ອງຈະລາຈອນ ແລະ ແກ້ໄຂຈຸດມັກເກີດອຸບັດຕິເຫດຕາມເສັ້ນທາງ R3 ແລະ 13 ເໜືອ. ສະເພາະການຈັດຕັ້ງປະຕິບັດວຽກງານ ຕົວຈິງ ແມ່ນໄດ້ສົມທົບກັບກະຊວງ ປກສ, ກະຊວງສາທາລະນະສຸກ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງ ອື່ນໆຫາວິທີເພື່ອປ້ອງກັນ, ແກ້ໄຂ ແລະ ຊ່ວຍຊີວິດຜູ້ຖືກເຄາະຮ້າຍພາຍຫຼັງເກີດອຸບັດຕິເຫດ ເພື່ອເຮັດໃຫ້ຈໍານວນ ຜູ້ບາດເຈັບ ແລະ ເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຜ່ານການຈັດຕັ້ງປະຕິບັດວຽກຄວາມປອດໄພທາງຫຼວງ ຕະຫຼອດໃນໄລຍະ 3 ປີຜ່ານມາເຫັນວ່າ ສະພາບການເກີດ ອຸບັດຕິເຫດຕາມທ້ອງຖະໜົນໃນທົ່ວປະເທດເກີດຂຶ້ນທັງໝົດ 17.055 ຄັ້ງ; ໃນນີ້, ປີ 2015  ມີອຸບັດຕິເຫດເກີດ ຂຶ້ນ 5.571 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 4.632 ຄັນ, ສົມຄວນ 4.795 ຄັນ, ໃຊ້ການບໍ່ໄດ້ 332 ຄັນ, ຄົນໄດ້ ຮັບບາດເຈັບເລັກໜ້ອຍ 4.147 ຄົນ, ສົມຄວນ 3.377 ຄົນ, ສາຫັດ 1.153 ຄົນ ແລະ ເສຍຊີວິດ 995 ຄົນ; ປີ 2016 ມີອຸບັດຕິເຫດຕາມທ້ອງຖະໜົນເກີດຂຶ້ນ 5.616 ຄັ້ງ, ພາຫະນະເປເພເລັກໜ້ອຍ 4.980 ຄັນ, ສົມຄວນ 5.422 ຄັນ, ໃຊ້ການບໍ່ໄດ້ 381 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 4.065 ຄົນ, ສົມຄວນ 3.483 ຄົນ, ສາຫັດ 1.371 ຄົນ ແລະ ເສຍຊີວິດ 1.086 ຄົນ ແລະ ໃນປີ 2017 ທີ່ຜ່ານ ມາ ມີອຸບັດຕິເຫດເກີດຂຶ້ນ 5.868  ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 5.012 ຄັນ, ສົມຄວນ 5.379 ຄັນ, ໃຊ້ການບໍ່ໄດ້ 348 ຄັນ, ຄົນໄດ້ຮັບບາດເຈັບເລັກ ໜ້ອຍ 4.194 ຄົນ, ສົມຄວນ 4.015 ຄົນ, ສາຫັດ 1.431 ຄົນ ແລະ ເສຍຊີວິດ 1.053 ຄົນ. ໃນນີ້, ຢູ່ນະຄອນ ຫຼວງວຽງຈັນ ມີອຸບັດຕິເຫດເກີດ ຂຶ້ນ 1.547 ຄັ້ງ ແລະ ມີຜູ້ເສຍຊີວິດ 251 ຄົນ. ຈາກຕົວເລກສະຖິຕິອຸບັດຕິເຫດ ນັບແຕ່ປີ 2015 -2017 ໄດ້ຊີ້ໃຫ້ ເຫັນວ່າຈໍານວນອຸບັດຕິເຫດຍັງບໍ່ມີທ່າອ່ຽງຈະຫຼຸດລົງ ແລະ ຈໍານວນຄົນເສຍຊີວິດ ຍັງຢູ່ໃນອັດຕາ 16 ຄົນ ຕໍ່ປະຊາ ກອນ 100.000 ຄົນຕໍ່ປີ.

ອັດຕາການເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນທີ່ຍັງສູງນີ້; ບັນດາຜູ້ໃຊ້ລົດ-ໃຊ້ຖະໜົນລ້ວນແຕ່ມີ ທັດສະນະໄປໃນທິດທາງດຽວກັນວ່າ: ເຖິງແມ່ນລັດຖະບານ ກໍຄືພາກສ່ວນທີ່ກ່ຽວຂ້ອງ ຈະທຸ້ມງົບປະມານເຂົ້າໃນວຽກ ງານຄວາມປອດໄພທາງຫຼວງໃນແຕ່ລະປີເປັນຈຳນວນບໍ່ໜ້ອຍ ແຕ່ເບິ່ງໃນຄວາມເປັນຈິງແລ້ວເຫັນວ່າ ທຶນສ່ວນ ໃຫຍ່ແມ່ນນຳໃຊ້ເຂົ້າໃນການປັບປຸງລະບົບໄຟອໍານາດ ທົ່ວນະຄອນຫຼວງວຽງຈັນ, ຕິດຕັ້ງປ້າຍເຕືອນທາງໂຄ້ງ, ຮາວກັນຕົກ, ຂີດເສັ້ນແບ່ງຊ່ອງຈະລາຈອນ, ແກ້ໄຂຈຸດມັກເກີດອຸບັດຕິເຫດ ແລະ ການໂຄສະນາປູກຈິດສຳນຶກ. ແຕ່ການນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິ ຊາສະເພາະຕົວຈິງພາກສະໜາມ ຍັງບໍ່ເຕັມສ່ວນ ໂດຍສະ ເພາະການປະຕິບັດໜ້າທີ່ເຮັດວຽກງານຈັບຄວາມໄວລົດ, ກວດກາທາດເຫຼົ້າ, ການປະຕິບັດໜ້າທີ່ໃນການລະບາຍ ການສັນຈອນຕາມສາຍທາງຕ່າງໆ ທີ່ມີສະພາບການສັນ ຈອນຕິດຂັດໃນຊົ່ວໂມງຮີບດ່ວນ. ວຽກງານດັ່ງກ່າວນີ້ເປັນ ຕົວຊີ້ວັດໃນການສະ ກັດກັ້ນອັດຕາການເສຍຊີວິດຈາກອຸບັດຕິເຫດ  ເພາະສາເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດ ຕາມທ້ອງຖະໜົນ ແມ່ນ ເກີດຈາກຜູ້ຂັບຂີ່ຂັບຂີ່ລົດໄວເກີນກຳນົດ, ຂັບຂີ່ໃນສະພາບມຶນເມົາເຫຼົ່ານີ້ເປັນຕົ້ນ.

ເຖິງຢ່າງໃດກໍດີ, ວຽກຄວາມປອດໄພທາງຫຼວງ ຖືເປັນວຽກງານທີ່ສໍາຄັນໃນການສະກັດກັ້ນ ແລະ ແກ້ໄຂການ ເກີດອຸບັດຕິເຫດຕາມທ້ອງຖະໜົນ ແຕ່ການທີ່ຈະເຮັດໃຫ້ບັນຫາດັ່ງກ່າວຫຼຸດໜ້ອຍຖອຍລົງໄດ້ນັ້ນ, ທຸກຄົນທີ່ໃຊ້ລົດ -ໃຊ້ຖະໜົນ ກໍຕ້ອງເປັນເຈົ້າການໃນການປະຕິບັດລະບຽບຈະລາຈອນຢ່າງເຂັ້ມງວດ. ຄຽງຄູ່ກັນນີ້, ພາກສ່ວນທີ່ ກ່ຽວຂ້ອງ ຕ້ອງໄດ້ສຸມໃສ່ໃນການຈັດຕັ້ງວຽກງານວິຊາສະເພາະໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຄວນໃຊ້ມາດຕະການເດັດ ຂາດຕໍ່ຜູ້ລະເມີດກົດຈະລາຈອນ. ແຕ່ສິ່ງສຳຄັນທຸກພາກສ່ວນທີ່ກ່ຽວຂ້ອງ ກໍຕ້ອງເພີ່ມທະວີໃນການຮ່ວມມືກັນຫາ ວິທີທາງສະກັດກັ້ນ-ແກ້ໄຂໃຫ້ຖືກຈຸດ ແລະ ຖືກຕ້ອງສອດຄ່ອງກັບສະພາບ ຄວາມເປັນຈິງທີ່ເປັນຢູ່ໃນປັດຈຸບັນ ເພື່ອ ຈະເຮັດໃຫ້ສະພາບການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼຸດລົງ ແລະ ເຮັດໃຫ້ອັດຕາການເສຍຊີວິດຈາກອຸບັດຕິ ເຫດຫຼຸດໜ້ອຍລົງຕາມລະດັບຄາດໝາຍ ໃຫ້ສົມຄູ່ກັບການທຸ່ມງົບປະມານທີ່ສູນເສຍໄປໃນແຕ່ລະປີ.