ການດື່ມສິ່ງທີ່ມີທາດເຫຼົ້າຫຼາຍ ນອກຈາກຈະເຮັດໃຫ້ເມົາ ແລ້ວຍັງເປັນການທຳລາຍສຸຂະພາບຕື່ມອີກ ໂດຍສະເພາະ ອະໄວຍະວະທີ່ຈະຖືກທຳລາຍດ້ວຍທາດເຫຼົ້າເມື່ອດື່ມເຂົ້າໄປ:

  1. ຕັບ: ເປັນອະໄວຍະວະທຳອິດທີ່ຜູ້ຄົນສ່ວນໃຫຍ່ຮູ້ດີວ່າດື່ມເຄື່ອງດື່ມທີ່ມີທາດເຫຼົ້າຫຼາຍໆແລ້ວຈະເກີດພະຍາດ ຕັບແຂງ ເພາະຕັບຈະຮັບກ່ອນລຳໄສ້. ແຕ່ຖ້າຫາກດື່ມເຄື່ອງດື່ມທີ່ມີທາດເຫຼົ້າຫຼາຍເປັນປະຈໍາ ຈະເຮັດໃຫ້ຕັບ ມີອາການ ບວມຕາມເຊວຂອງຕັບ ຖ້າຫາກວ່າທ່ານບໍ່ຢຸດດື່ມເຄື່ອງດື່ມທີ່ມີທາດເຫຼົ້າກໍກາຍເປັນຕັບແຂງໃນ ທີ່ສຸດ. ນອກນັ້ນ, ການດື່ມເຫຼົ້າຫຼາຍເກີນຂອບເຂດ ຈະເຮັດໃຫ້ເຫຼົ້າໄປກະຕຸ້ນຕັບ ແລ້ວຫຼັ່ງນໍ້າຍ່ອຍອອກມາ ຫຼາຍຂຶ້ນ ເຮັດໃຫ້ຕັບເກີດອາການອັກເສບຈົນເກີດອາການເຈັບທ້ອງຢ່າງຮ້າຍແຮງ, ມີໄຂ້ຂຶ້ນສູງ ແລະ ບາງ ເທື່ອອາດອັນຕະລາຍເຖິງຊີວິດໄດ້ເຊັ່ນກັນ.
  2. ກະເພາະອາຫານ: ເຄື່ອງດື່ມທີ່ມີທາດເຫຼົ້າຈະໄປທຳລາຍເຍື່ອຫຸ່ມກະເພາະອາຫານ, ກະຕຸ້ນກະເພາະໃຫ້ຜະລິດນ້ຳ ຍ່ອຍອອກມາຫຼາຍຂຶ້ນກວ່າເກົ່າ ຈົນເປັນເຫດເຮັດໃຫ້ກະເພາະອາຫານອັກເສບເປັນແຜໃນກະເພາະ ແລະ ມີອາ ການເຈັບທ້ອງ ຫຼື ຖ້າຫາກເຖິງຂັ້ນຮ້າຍແຮງ ອາດຈະຮາກອອກເປັນເລືອດໄດ້.
  3. ຫົວໃຈ: ເຄື່ອງດື່ມທີ່ມີທາດເຫຼົ້າ ຈະເຮັດໃຫ້ຫົວໃຈເຮັດວຽກບໍ່ປົກກະຕິ, ຈັງຫວະເຕັ້ນໄວຂຶ້ນ, ຫົວໃຈບີບຕົວ ຫຼາຍຂຶ້ນ ລວມໄປເຖິງການເຮັດວຽກຂອງກ້າມເນື້ອຫົວໃຈທີ່ບໍ່ໄດ້ປະສິດທິພາບ.
  4. ຫຼອດເລືອດ: ເຄື່ອງດື່ມທີ່ມີທາດເຫຼົ້າ ເຮັດໃຫ້ຫຼອດ ເລືອດຂະຫຍາຍຕົວ ແລະ ເຮັດໃຫ້ໄຂມັນໃນເສັ່ນເລືອດ ສູງຂຶ້ນ, ເສັ່ນເລືອດ ກໍຈະແຂງຕົວໄດ້ງ່າຍ ແລະ ຈະເກີດອາການເສັ້ນເລືອດໃນສະໝອງແຕກໄດ້ງ່າຍຄືກັນ.
  5. ເມັດເລືອດ: ເຄື່ອງດື່ມທີ່ມີທາດເຫຼົ້າ ຈະເຮັດໃຫ້ການເຮັດວຽກຂອງເມັດເລືອດແດງເສຍ ຈົນອາດຢູ່ໃນພາວະ ເລືອດຈາງຂາດສານໂຟລິກ ລວມໄປເຖິງການຜະລິດເມັດ ເລືອດຂາວກໍຈະໜ້ອຍລົງ, ຄວາມຕ້ານທານຕໍ່ເຊື່ອ ພະຍາດຕ່າງໆຫຼຸດລົງ ຖ້າຫາກໄດ້ຮັບບາດເຈັບເລືອດອອກ, ເລືອດ ອາດຈະຢຸດເຊົາຍາກ ເນື່ອງຈາກເມັດເລືອດໃນ ຮ່າງກາຍເຮັດໜ້າທີ່ບໍ່ດີ ຈຶ່ງເຮັດໃຫ້ເລືອດອອກງ່າຍ.
  6. ລະບົບປະສາດ: ເມື່ອລະບົບປະສາດສ່ວນປາຍອັກເສບຈາກລິດຂອງເຄື່ອງດື່ມທີ່ມີທາດເຫຼົ້າ ກໍຈະເກີດອາການ ມຶນຊາຕາມປາຍນີ້ວມື ແລະ ນີ້ວຕີນ.
  7. ສະໝອງ: ເຄື່ອງດື່ມທີ່ມີທາດເຫຼົ້າ ອາດເຮັດໃຫ້ສະໝອງຕື່ນຕົວ ຫຼື ບາງຄົນອາດຈະຮູ້ສຶກຢາກນອນ ແລະ ຈະ ເລີ່ມມີອາການຄວາມຈຳເສື່ອມ, ຄວາມຄິດເລື່ອນລອຍ, ເຊວຂອງສະໝອງອາດຈະນ້ອຍລົງ ຈົນເກີດອາການປ່ຽນ ແປງຕໍ່ບຸກຄະລິກະພາບ ເຊັ່ນ: ບໍ່ສົນໃຈໃຜ, ເສົ້າຊຶມ ຫຼື ປະສາດຫຼອນ.
  8. ລະບົບຂັບຖ່າຍ ແລະ ອະໄວຍະວະສືບພັນ: ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າຫຼາຍເປັນປະຈຳ ຜູ້ຊາຍອາດມີຄວາມ ຕ້ອງການທາງເພດຫຼຸດລົງ ຂະໜາດຂອງອັນທະນ້ອຍລົງ ແລະ ແມ່ຍິງທີ່ກຳລັງຖືພາອາດຈະມີຄວາມສ່ຽງຕໍ່ການ ແທ້ງລູກໄດ້.
  9. ອະໄວຍະວະຕ່າງໆພາຍໃນສ່ຽງຕໍ່ການເກີດເປັນພະຍາດມະເຮັງ: ນອກຈາກອາການທີ່ກ່າວມາຂ້າງເທິງນີ້ແລ້ວ ຍັງເປັນສາເຫດອັນດັບຕົ້ນໆຂອງການເກີດພະຍາດມະເຮັງໃນຮ່າງກາຍ ແລະ ຜູ້ທີ່ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ເລື້ອຍໆນັ້ນ ສ່ຽງຕໍ່ການເປັນພະຍາດຕ່າງໆຫຼາຍກວ່າຄົນທົ່ວໄປເຖິງ 10 ເທົ່າ.