ທາງການເມັກຊິກ ເປີດເຜີຍໃນວັນທີ 1 ເມສາ ທີ່ຜ່ານມາ ວ່າ: ມີຕຳຫຼວດເສຍຊີວິດເນື່ອງຈາກກະອັກຄວັນໄຟ 6 ຄົນ ຫຼັງຈາກທີ່ນັກໂທດຈູດໄຟ ຂະນະພະຍາຍາມຂັດຂວາງການຍ້າຍນັກໂທດອັນຕະລາຍອອກຈາກເຮືອນຈຳໃນລັດເວຣາກຣູດ ແຄມຝັ່ງອ່າວເມັກຊິກ.

ເຈົ້າຄອງລັດເວຣາກຣູດ ກ່າວວ່າ: ຍັງມີຜູ້ເສຍຊີວິດເພີ່ມອີກ 1 ຄົນ ເປັນຄົນທີ 7 ແຕ່ຍັງບໍ່ຮູ້ວ່າເປັນນັກໂທດ ຫຼື ຜູ້ຄຸມເຮືອນຈຳ, ນັກໂທດອັນຕະລາຍ 4 ຄົນ ກຳລັງໃຫ້ການຊ່ວຍເຫຼືອເຄືອຂ່າຍອາດຊະຍາກຳໃນພື້ນທີ່ອ້ອມຮອບເຮືອນຈຳ ລາໂຕມາ ໃນເມືອງອາມັດລັນ ເລ ລອດ ເຣເຢດ ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງຕັດສິນໃຈຍ້າຍພວກເຂົາໄປຍັງເຮືອນຈຳທີ່ມີລະບົບຮັກສາຄວາມປອດໄພເຂັ້ມງວດສູງສຸດ ເຖິງແມ່ນວ່າເຈົ້າໜ້າທີ່ບໍ່ໄດ້ລະບຸວ່າເປັນແກ້ງອາດຊະຍາກຳແກ້ງໃດ ແຕ່ພື້ນທີ່ດັ່ງກ່າວເປັນພື້ນທີ່ທີ່ແກ້ງເຊຕັັດ ມີອິດທິພົນມາດົນ.

ເຈົ້າຄອງລັດເວເຣກຣູດ ເປີດເຜີຍຕື່ມວ່າ: ຕຳຫຼວດທັງ 6 ຄົນ ຖືກນັກໂທດລຸມທຳຮ້າຍ ຂະນະທີ່ເຂົ້າໄປໃນເຮືອນຈຳເພື່ອນຳຕົວນັກໂທດອັນຕະລາຍອອກໄປ, ພວກເຂົາຖືກປິດລ້ອມໃນພື້ນທີ່ທີ່ບໍ່ມີທາງອອກ ຈາກນັ້ນນັກໂທດໄດ້ຈູດໄຟ ເຮັດໃຫ້ພວກເຂົາອາດຂາດອາກາດຫາຍໃຈ ແລະ ເສຍຊີວິດໃນທີ່ສຸດ. ນອກຈາກນີ້, ຍັງມີນັກໂທດອີກ 7 ຄົນ ໄດ້ຮັບບາດເຈັບ ໂດຍ 2 ຄົນອາການສາຫັດ ແລະ ມີຕຳຫຼວດອີກ 15 ຄົນ ຖືກນຳຕົວສົ່ງໂຮງໝໍ ໜຶ່ງໃນນັ້ນມີອາການສາຫັດ.