ວັນທີ 9 ມັງກອນ 2023, ດ່ານຕໍາຫຼວດກວດຄົນເຂົ້າອອກ-ເມືອງ ( ຕມ ) ປະຈຳຢູ່ດ່ານສາກົນພູເກືອ ໄດ້ນຳຄອມພິວເຕີ ໂນດບຸກ ຈຳນວນ 1 ເຄື່ອງ ມູນຄ່າ 6.000.000 ກີບ ມອບໃຫ້ຮາກຖານສະຫະພັນແມ່ຍິງກອງບັນຊາການ ປກສ ແຂວງອັດຕະປື, ມອບໂດຍ ພັຕ ເພັດອຸດົມ ສຸໂກດ ຫົວໜ້າ ຕມ ປະຈຳຢູ່ດ່ານສາກົນພູເກືອ, ຮັບໂດຍ ພັທ ນາງ ກອງແພງ ຄູຫາເທບ ປະທານສະຫະພັນແມ່ຍິງ ປກສ ແຂວງ, ໂດຍມີ ພັທ ປທ ອຳໄພວັນ ອຸດຕະມະນີ ຮອງຫົວໜ້າຫ້ອງການເມືອງ ປກສ ພ້ອມດ້ວຍຄະນະຮາກຖານສະຫະພັນແມ່ຍິງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ຄອມພິວເຕີທີ່ນຳມາມອບໃຫ້ຮາກຖານສະຫະພັນແມ່ຍິງກອງບັນຊາການ ປກສ ແຂວງອັດຕະປື ໃນຄັ້ງນີ້, ຈະຊ່ວຍເຮັດໃຫ້ການເຮັດວຽກງານຕ່າງໆມີຄວາມສະດວກ ແລະ ວ່ອງໄວຂຶ້ນຕື່ມ, ເພື່ອຮັບປະກັນໄດ້ໃນການເປັນເສນາທິການໃຫ້ຄະນະນຳ-ຄະນະບັນຊາ ປກສ ແຂວງໄດ້ດີຂຶ້ນກວ່າເກົ່າ.

ໃນພີທີ, ພັທ ປທ ອຳໄພວັນ ອຸດຕະມະນີ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະຫ້ອງການເມືອງມອບໃບຍໍຍ້ອງໃຫ້ດ່ານຕຳຫຼວດກວດກາຄົນເຂົ້າອອກ-ເມືອງ ດ່ານສາກົນພູເກືອ ເພື່ອເປັນການຕອບແທນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊຸກຍູ້ວຽກງານອົງການຈັດຕັ້ງມະຫາຊົນໃນຄັ້ງນີ້; ເຊິ່ງທັງໝົດນີ້ ກໍເພື່ອເຮັດໃຫ້ວຽກງານອົງການຈັດຕັ້ງມະຫາຊົນຂອງກອງບັນຊາການ ປກສ ແຂວງ ໃຫ້ມີຄຸນນະພາບຢ່າງບໍ່ຢຸດຢັ້ງ, ໃຫ້ທຽບເທົ່າກັບອົງການຈັດຕັ້ງມະຫາຊົນໃນຂົງເຂດອື່ນ, ພ້ອມທັງໃຫ້ຄວາມໝັ້ນສັນຍາກັບດ່ານຕຳຫຼວດກວດກາຄົນເຂົ້າ-ອອກເມືອງວ່າຈະນໍາໃຊ້ອຸປະກອນດັ່ງກ່າວເຂົ້າໃນວຽກງານຕ່າງໆຂອງສະຫະພັນແມ່ຍິງໃຫ້ເກີດປະໂຫຍດສູງສຸດ.