ໃນວັນທີ 13 ມັງກອນ 2023, ຄ້າຍຄຸມຂັງຕານປ່ຽວ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງຄ້າຍຄຸມຂັງ ປະຈຳປີ 2022, ໂດຍການເຂົ້າຮ່ວມ ຂອງ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີບັນດາຫົວໜ້າ, ຮອງຄ້າຍ ຄຸມຂັງ ແລະ ພະນັກງານນັກຮົບ ພາຍໃນຄ້າຍເຂົ້າຮ່ວມ.

ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ຫົວໜ້າຄ້າຍຄຸມຂັງຕານປ່ຽວ ຜ່ານບົດສະຫຼຸບວ່າ: ໃນ 1 ປີຜ່ານມາ, ຄ້າຍຄຸມຂັງຕານປ່ຽວ ໄດ້ເຮັດສໍາເລັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້, ຄະນະຄ້າຍ ກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ຢ່າງເປັນປົກກະຕິ, ໄດ້ມີການປັບປຸງການຈັດຕັ້ງໃຫ້ສອດຄ່ອງກັບວຽກງານຂອງຄ້າຍ; ຄຽງຄຸ່ກັນນີ້, ໄດ້ຈັດຕັ້ງການປ້ອງກັນເວນຍາມຂຶ້ນປ້ອມຍາມ ແລະ ປະ ຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ເອົາໃຈໃສ່ຕິດຕາມສະພາບພາຍໃນ ແລະ ພາຍນອກ, ເປັນຕົ້ນແມ່ນສະພາບການເຄື່ອນໄຫວຂອງນັກໂທດ-ຜູ້ຖືກດັດສ້າງທີ່ຜິດຕໍ່ລະບຽບຂອງຄ້າຍ ເຮັດໃຫ້ພາຍໃນຄ້າຍມີຄວາມສະຫງົບປອດໄພ 100%.

ໃນ 1 ປີຜ່ານມາ, ໄດ້ຂຶ້ນປ້ອມຍາມ 10 ປ້ອມ ຕະຫຼອດ 24 ຊົ່ວໂມງ ກວດກາລາດຕະເວນອ້ອມ ຄ້າຍ 12 ຄັ້ງ ສາລະເວຈຸປະຈຳການ 42 ຄັ້ງ ປ້ອງ ກັນນັກໂທດອອກເຄື່ອນໄຫວຕ່າງໆໄດ້ 752 ຄັ້ງ, ປ້ອງກັນນັກໂທດໄປປີ່ນປົວລວມ ມີ 144 ຄັ້ງ. ປັດຈຸບັນ, ພາຍໃນຄ້າຍມີນັກໂທດ-ດັດສ້າງທັງ ໝົດ 5.942 ຄົນ ຍິງ 499 ຄົນ, ດັດສ້າງ 1.294 ຄົນ ຍິງ 31 ຄົນ. ນອກນີ້, ຄ້າຍຄຸມຂັງ ກໍໄດ້ເອົາໃຈໃສ່ສຶກສາອົບຮົມນັກໂທດ-ດັດສ້າງ ດ້ວຍ ຫຼາຍວິທີການ ພ້ອມທັງຝຶກວິຊາຊີບ ແລະ ທຳການຜະລິດແກ້ໄຂຊີວິດການເປັນຢູ່ ໂດຍເລັ່ງໃສ່ປູກຝັງຫັດຖະກຳຈັກສານ, ແກະສະຫຼັກໄມ້, ຜະລິດດິນບອ໋ກ, ເຟີນີເຈີ້ ແລະ ຕ່ຳຫູກ ສາມາດສ້າງລາຍຮັບ ໄດ້ທັງໝົດ 674 ລ້ານກວ່າກີບ ສາມາດແກ້ໄຂຊີວິດການເປັນຢູ່ພາຍໃນຄ້າຍໄດ້ຈໍານວນໜຶ່ງ.

ພົຈວ ສົມລິດ ດາວຮຸ່ງສຸລິ ໄດ້ເນັ້ນໃຫ້ຄະນະຄ້າຍຄຸມຂັງເອົາໃຈໃສ່ໃນການສຶກສາອົບຮົມແນວຄິດຕໍ່ນັກໂທດ-ດັດສ້າງໃຫ້ເຂົາເຈົ້າເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ມີແນວຄິດຮູ້ສຶກກິນແໜງແຄງໃຈຕໍ່ການກະທຳຜິດຂອງຕົນ ແລະ ກັບກາຍເປັນຄົນດີ ສືບຕໍ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ນັກໂທດ-ດັດ ສ້າງພາຍໃນຄ້າຍໃຫ້ດີຂຶ້ນ, ສ້າງພະລາທິການກັບທີ່ດ້ວຍການປູກຝັງ-ລ້ຽງສັດ, ທຳການຜະລິດເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ, ສຸມໃສ່ກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງຫ້ອງການ, ຫໍພັກ, ອາຄານກັກຂັງ, ກຳແພງ, ປ້ອມຍາມໃຫ້ມີຄວາມຮັບ ປະກັນດ້ວຍການນໍາໃຊ້ທຶນຮອນ, ທ່າແຮງ ແລະ ເງື່ອນໄຂຄວາມສາມາດຕົວຈິງຂອງຄ້າຍ ເພື່ອຮັບປະກັນຄວາມສະຫງົບປອດໄພ.