ກອງບັນຊາການ ປກສ ແຂວງວຽງຈັນ ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈໍາປີ 2023, ເປັນປະທານໂດຍ ພັອ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ, ຫົວໜ້າຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ຄໍາສິງ ຮົ່ມດວງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ກ່າວວ່າ: ໃນໜຶ່ງປີຜ່ານມາ, ກຳລັງປ້ອງກັນຄວາມສະຫງົບແຂວງວຽງຈັນ ໄດ້ ເອົາ ໃຈໃສ່ຊີ້ນຳ-ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງຕໍ່ເນື່ອງ ຕິດພັນກັບການຈັດຕັ້ງເຜີຍແຜ່ມະຕິຕ່າງໆ, ຄຳສັ່ງ, ຂໍ້ ກຳ ນົດກົດລະບຽບ, ເອກະສານທີ່ສຳຄັນຕ່າງໆມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ຈຶ່ງເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ໃນກໍາລັງມີຄວາມອຸ່ນອຽນທຸ່ນທ່ຽງ, ມີຫຼັກໝັ້ນສິນທຳປະຕິວັດ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ໂດຍຕິດພັນກັບວຽກງານ 3 ສ້າງຂອງ ແຂວງວາງອອກ ແລະ ໄດ້ຖືເອົາການປະຕິບັດ 4 ຄາດໝາຍ 4 ແຜນງານໃຫຍ່ ແລະ ບັນດາໂຄງການຕ່າງໆ ທີ່ກະຊວງປ້ອງກັນຄວາມສະຫງົບ ວາງອອກ.

ປັດຈຸບັນນີ້, ທົ່ວແຂວງວຽງຈັນ ມີ 11 ເມືອງ, ມີ ປກສ ກຸ່ມບ້ານ 58 ກຸ່ມ, ມີ 424 ບ້ານ, ມີ 88.990 ຄອບ ຄົວ, ມີພົນລະເມືອງ ທັງໝົດ 477. 418 ຄົນ ຍິງ 241.503 ຄົນ, ຂຶ້ນທະ ບຽນສໍາມະໂນຄົວແລ້ວ 87.362 ຄອບຄົວ, ມີ 471.208 ຄົນ ຍິງ 237.906 ຄົນ, ບໍ່ທັນຂຶ້ນສຳມະໂນ ຄົວ 399 ຄອບຄົວ ມີ 6.210 ຄົນ ຍິງ 3.597 ຄົນ. ໃນໄລຍະ 1 ປີຜ່ານມາສາມາດປະກາດບ້ານປ້ອງກັນຄວາມສະຫງົບດີ ໄດ້ 27 ບ້ານ ມີ 6,315 ຄອບຄົວ. ນອກນັ້ນ, ເຈົ້າໜ້າທີ່ຍັງໄດ້ເປັນເຈົ້າການກວດກາການເຂົ້າ-ອອກ ເມືອງ 2 ດ່ານຊາຍແດນ, ມີຄົນລາວ ແຈ້ງເຂົ້າ-ອອກດ່ານ ທັງໝົດ 9.456 ຄົນ ຍິງ 5.923 ຄົນ, ຄົນໄທແຈ້ງເຂົ້າ-ອອກດ່ານ 1.811 ຄົນ ຍິງ 780 ຄົນ, ລົດລາວຕ່າງສິນຄ້າເຂົ້າ-ອອກຜ່ານ ແດນ 1.333 ຄັນ, ລົດໄທ 14 ຄັນ, ເຮືອລາວຜ່ານແດນ ທັງໜົດ 878 ຖ້ຽວ, ເຮືອໄທ 763 ຖ້ຽວ, ທົ່ວແຂວງ ມີຄະດີອາຍາເກີດຂຶ້ນ ທັງໝົດ 867 ເລື່ອງ, ກັກຕົວຜູ້ຖືກຫາ 861 ຄົນ ຍິງ 80 ຄົນ, ຫຼາຍກວ່າໝູ່ແມ່ນບັນຫາ ຢາເສບຕິດ, ລັກຊັບ, ປຸ້ນຊັບ, ສໍ້ໂກງຊັບ. ໃນນີ້, ມີເຄື່ອງຂອງເສຍຫາຍເງິນກີບທະນາຄານ 440.081.000ກີບ, ເງິນໂດລາ 169.160 ໂດລາ, ເງິນ ບາດ 2.566.480 ບາດ, ລົດໃຫຍ່ 8 ຄັນ, ລົດຈັກ 304 ຄັນ, ລົດຖີບ 5 ຄັນ, ສັດ 48 ໂຕ, ວັດຖຸຄ້າຍຄືຄໍາ ນໍ້າໜັກ 10 ບາດ ແລະ ອຸປະກອນ ເຄື່ອງໃຊ້ອື່ນໆອິກຈໍານວນໜຶ່ງ, ພວມດໍາເນີນຂັ້ນເຈົ້າໜ້າທີ່ 745 ເລື່ອງ, ສົ່ງໄອຍະການແຂວງ 108 ເລື່ອງ, ຊັດມ້ຽນ 9 ເລື່ອງ, ໂຈະ 5 ເລື່ອງ.

ນອກນັ້ນ, ຍັງສຸ່ມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ໂດຍສົມທົບກັບອົງການປົກຄອງທຸກຂັ້ນສຶກສາອົບຮົມເປົ້າໝາຍເສບໄດ້ ຈໍານວນ 11.185 ຄົນ ຍິງ 348 ຄົນ, ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 314 ເລື່ອງ ຜູ້ຖືກຫາ 472 ຄົນ ຍິງ 40 ຄົນ, ຕ່າງປະເທດ 1 ຄົນ, ມີຂອງກາງປະເພດຢາບ້າ 3.940.000 ເມັດ, ຢາໄອສ໌ 25 ກິໂລກຼາມ, ເຮໂລ ອິນ 5 ຖົງນ້ອຍ, ຢາອີ 59 ຖົງນ້ອຍ, ເງິນກີບທະນາຄານ 186.454.000 ກີບ, ເງິນບາດ 20.000 ບາດ, ເງິນໂດ ລາ 304 ໂດລາ, ລົດໃຫຍ່ 9 ຄັນ, ລົດຈັກ 69 ຄັນ, ປືນສັ້ນ 2 ກະບອກ ລູກປືນ AK 25 ລູກ, ມີອຸບັດຕິເຫດເກີດຂຶ້ນ ທັງໝົດ 521 ເລື່ອງ, ພາຫະ ນະເປ່ເພເລັກໜ້ອຍ 510 ຄັນ, ເປ່ເພສົມຄວນ 399 ຄັນ, ໃຊ້ການບໍ່ ໄດ້ 12 ຄັນ, ຄົນໄດ້ຮັບບາດເຈັບເລັກ ໜ້ອຍ 396 ຄົນ ຍິງ 111 ຄົນ, ເຈັບສົມຄວນ 318 ຄົນ ຍິງ 90 ຄົນ, ສາຫັດ 75 ຄົນ ຍິງ 18 ຄົນ ແລະ ເສຍ ຊີວິດ 48 ຄົນ ຍິງ 7 ຄົນ, ມີອັກຄິໄພ ເກີດຂຶ້ນ 7 ຄັ້ງ ປະເມີນມູນຄ່າຜົນເສຍຫາຍ 1 ຕື້ກວ່າກີບ.