ສື່ຕ່າງປະເທດ ລາຍງານຈາກເມືອງຊານຟຣານຊິດສ໌ໂກ ສະຫະລັດອາເມລິກາ ໃນວັນທີ 19 ມັງກອນ ວ່າ: ທະວິດເຕີ ກຽມປົດພະນັກງານຝ່າຍຜະລິດຕະພັນຈຳນວນຫຼາຍສິບຄົນ, ໃນຂະນະທີ່ ລາຍໄດ້ຂອງບໍລິສັດໃນໄຕມາດທີ 4 ຂອງປີ 2022 ຫຼຸດລົງເຖິງ 35%.

ເຊິ່ງຖ້າມີການດຳເນີນເລື່ອງ ດັ່ງກ່າວແທ້ ຈະເປັນເວລາປະມານ 6 ອາທິດ ພາຍຫຼັງ ອີລອນ ມັດສ໌ ເຈົ້າຂອງ ແລະ ປະທານຄະນະບໍລິຫານງານ ບໍລິສັດ ທະວິດເຕີ ປະກາດວ່າຈະບໍ່ມີການຫຼຸດຈຳນວນພະນັກງານໃນອົງກອນຕື່ມອີກ, ພ້ອມທັງການປົດພະນັກງານໃນຝ່າຍໂຊຊຽວມີເດຍ ຈະເຮັດໃຫ້ຈຳນວນພະນັກງານທີ່ສຳນັກງານໃຫຍ່ ໃນເມືອງຊານຟຣານຊິດສ໌ໂກ ເຫຼືອບໍ່ຮອດ 2.000 ຄົນ, ໂດຍພະນັກງານຂອງທະວິດເຕີ ຫຼຸດລົງຫຼາຍກວ່າເຄິ່ງ ນັບຕັ້ງແຕ່ ອີລອນມັດສ໌ ເຂົ້າມາເປັນເຈົ້າຂອງກິດຈະການ ເມື່ອເດືອນຕຸລາ 2022.

ຂະນະດຽວກັນ, ທະວິດເຕີ ປະຕິເສດທີ່ຈະໃຫ້ຄວາມເຫັນຢ່າງເປັນທາງການຕໍ່ກັບການລາຍງານຂ່າວດັ່ງກ່າວ, ແຕ່ມີການເປີດເຜີຍຂ້ໍມູນກ່ຽວກັບລາຍໄດ້ຂອງບໍລິສັດ ໃນໄຕມາດທີ 4 ຂອງປີ 2022 ແມ່ນຫຼຸດລົງ 35% ຫຼື ຢູທີ່ປະມານ 1.025 ລ້ານໂດລາສະຫະລັດ.