ຄະນະຊ່ຽວຊານຈາກອິດສະຣາແອນ ເປີດເຜີຍຄວາມສຳເລັດຄັ້ງທຳອິດຂອງໂລກ ໃນການຍົກລະດັບການດົມກິ່ນໃຫ້ຫຸ່ນຍົນ ຜ່ານຕົວຮັບຮູ້ທາງຊີວະພາບ, ຕາມການໃຫ້ຮູ້ຂອງສຳນັກຂ່າວຊິນຫົວ ໃນວັນທີ 19 ມັງກອນນີ້; ເຊິ່ງຄະນະນັກວິໄຈ ໄດ້ພັດທະນາຄວາມສາມາດໃນການດົມກິ່ນໃຫ້ຫຸ່ນຍົນ, ໂດຍໃຊ້ເຊັນເຊີຊີວະພາບ ແລະ ຖືເປັນຄັ້ງທຳອິດໃນໂລກ ທີ່ຫຸ່ນຍົນສາມາດກວດຈັບກິ່ນໃນສະພາບແວດລ້ອມ ໂດຍຜ່ານລະບົບເຊັນເຊີຊີວະພາບ, ພ້ອມດຽວກັນນັ້ນ ຫຸ່ນຍົນຍັງສາມາດສົ່ງສັນຍານໄຟຟ້າທີ່ສາມາດຈຳແນກປະເພດຂອງກິ່ນໄດ້ນຳອີກ.

ລາຍງານລະບຸວ່າ: ທີມນັກວິໄຈໄດ້ທົດລອງເຊື່ອມຕໍ່ລະບົບເຊັນເຊີຊີວະພາບ ເຂົ້າກັບລະບົບເອເລັກໂຕຣນິກ, ໂດຍອີງໃສ່ໜວດຕັກກະແຕນ ແລະ ພົບວ່າ ມັນສາມາດແຍກກິ່ນດ້ວຍຄວາມໄວສູງກວ່າອຸປະກອນເອເລັກໂຕຣນິກປັດຈຸບັນ ເຖິງ 10.000 ເທົ່າ ໂດຍໃຊ້ອັນກໍຣີທຶມການຮຽນຮູ້ຂອງເຄື່ອງຈັກ.

ທັງນີ້, ລະບົບເຄິ່ງຊີວະພາບໃໝ່ນີ້ ສາມາດຈຳແນກກິ່ນໄດ້ຫຼາກຫຼາຍ ເຊັ່ນ: ດອກໄມ້, ໝາກນາວ, ເຂົ້າໜົມເຄັກ ແລະ ເຫຼົ້າວິດສະກີບາງຊະນິດ; ເຊິ່ງສາມາດເຮັດໃຫ້ນັກວິໄຈ ສ້າງຄັງກິ່ນຜ່ານການຮຽນຮູ້ຂອງເຄື່ອງຈັກໄດ້.

ສຳລັບລະບົບການດົມກິ່ນຂອງຫຸ່ນຍົນນີ້ ໄດ້ຮັບການພັດທະນາຕໍ່ຍອດຈາກຫຸ່ນຍົນຟັງສຽງ ທີ່ພັດທະນາໂດຍທີມງານວິໄຈຊຸດດຽວກັນຈາກ 2 ປີກ່ອນ; ເຊິ່ງຜົນການວິໄຈທັງ 2 ຢ່າງ ອາດນຳໄປສູ່ການພັດທະນາອື່ນທີ່ມີລັກສະນະຄ້າຍກັນ ເຊັ່ນ: ລະບົບປະສາດການເບິ່ງ ແລະ ປະສາດສຳພັດ ເພື່ອປົກປ້ອງຊີວິດມະນຸດ ແລະ ການລະບຸຄວາມອັນຕະລາຍຕ່າງໆ ເຊັ່ນ: ວັດຖຸລະເບີດ, ຢາເສບຕິດ, ໄພພິບັດທາງທຳມະຊາດ ແລະ ພະຍາດຕ່າງໆ.