ນັກສຶກສາປະລິນຍາຕີ ຮຸ່ນທີ XXIII ວິທະຍາຄານຕໍາຫຼວດປະຊາຊົນ ກະຊວງ ປກສ ຈໍານວນ 282 ສະຫາຍ ກຽມພ້ອມຮັບໃຊ້ຊາດ ພາຍຫຼັງສຳເລັດການສຶກສາ. ພິທິປິດຊຸດຮຽນ ແລະ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ຈັດຂຶ້ນໃນວັນທີ 1 ກຸມພາ 2023, ເປັນປະທານ ໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ, ມີຄະນະພັກ-ຄະນະອໍານວຍການ, ຄູ-ອາຈານ, ແຂກຮັບເຊີນ ແລະ ນັກສຶກສາທີ່ສໍາເລັດການສຶກສາ ເຂົ້າຮ່ວມ.

ພັທ ອິນທະນົງ ເທບພະສຸວັນ ຫົວໜ້າຫ້ອງຄຸ້ມຄອງນັກສຶກສາຫຼັກສູດການສຶກສາ ໄດ້ຜ່ານບົດສະຫຼຸບວ່າ: ນັກສຶກສາປະລິນຍາຕີ ຮຸ່ນທີ XXIII ມີຈໍານວນ 282 ສະຫາຍ ຍິງ 51 ສະຫາຍ, ໃຊ້ເວລາ 4 ປີໃນການສຶກສາຄົ້ນຄວ້າ, ມີ 8 ພາກ ຮຽນ, ມີ 132 ໜ່ວຍກິດ, ແບ່ງອອກເປັນ 4 ໝວດ ຄື: ໝວດວິຊາເລືອກ ມີ 4 ໜ່ວຍກິດ, ໝວດວິຊາຄວາມຮູ້ທົ່ວໄປມີ 20 ໜ່ວຍກິດ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ ມີ 42 ໜ່ວຍກິດ, ໝວດວິຊາສະເພາະ ມີ 66 ໜ່ວຍກິດ ແລະ ມີ 8 ຂະແໜງລົງເລິກດ້ານວິຊາສະເພາະ. ຕະຫຼອດໄລຍະເວລາການສຶກສາ, ຄົ້ນຄວ້າຮໍ່າຮຽນຂອງນັກສຶກສາ, ຫຼາຍສະຫາຍໄດ້ເປັນເຈົ້າການຝຶກຝົນຫຼ່ໍຫຼອມຕົນເອງ, ມີສະຕິຕໍ່ການຈັດຕັ້ງ ແລະ ປະ ຕິບັດລະບຽບວິໄນເຂັ້ມງວດ.

ນັກສຶກສາປະລິນຍາຕີ ທີ່ສໍາເລັດການສຶກສາໃນຄັ້ງນີ້ ໄດ້ຮັບການເລື່ອນຊັ້ນ ຮ້ອຍໂທ ຂຶ້ນເປັນ ຮ້ອຍເອກ ຈໍານວນ 9 ສະຫາຍ; ປະດັບຊັ້ນ ຮ້ອຍໂທ ຈໍານວນ 234 ສະຫາຍ ຍິງ 51 ສະຫາຍ, ຮັກສາຊັ້ນປັດຈຸບັນມີ 39 ສະຫາຍ. ໃນນີ້, ມີ ຊັ້ນພັນຕີ 1 ສະຫາຍ, ຊັ້ນຮ້ອຍເອກ ຈໍານວນ 10 ສະຫາຍ, ຊັ້ນ ຮ້ອຍໂທ 28 ສະຫາຍ ແລະ ໄດ້ຮັບການຍ້ອງຍໍຂັ້ນກະຊວງປ້ອງກັນຄວາມສະຫງົບ 40 ສະຫາຍ ຍິງ 5 ສະຫາຍ; ຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ 71 ສະຫາຍ ຍິງ 9 ສະຫາຍ; ຍ້ອງຍໍຂັ້ນວິທະຍາຄານຕໍາຫຼວດປະຊາຊົນ 147 ສະຫາຍ ຍິງ 36 ສະຫາຍ; ໄດ້ປ້ອງກັນບົດຈົບຊັ້ນ ມີ 39 ສະຫາຍ ຍິງ 6 ສະຫາຍ, ສອບເສັງຈົບຊັ້ນ 243 ສະຫາຍ ຍິງ 45 ສະຫາຍ, ສອບເສັງ 3 ວິຊາ ຄື: ວິຊາການເມືອງ, ວິຊາກົດໝາຍ ແລະ ວິຊາສະເພາະ, ຜົນການສອບເສັງປະເມີນໄດ້ເກຼດສູງສຸດ A ແລະ ຕໍ່າສຸດ C+.

ຄຽງຄູ່ກັບການຄົ້ນຄວ້າຮໍ່າຮຽນ, ນັກສຶກສາຍັງໄດ້ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງທາງດ້ານຄຸນທາດການເມືອງ, ແບບແຜນນໍາພາ-ບັນຊາ, ປະຕິບັດລະ ບຽບວິໄນຂອງ ວຕປ ແລະ ເຂົ້າຮ່ວມເຄື່ອນໄຫວກິດຈະກໍາຕ່າງໆທີ່ວິທະຍາຄານຕໍາຫຼວດປະຊາຊົນຈັດຂຶ້ນຢ່າງເປັນປົກກະຕິ, ປະກອບສ່ວນປະຈໍາການປ້ອງກັນເວນຍາມຕາມການມອບໝາຍ ສະທ້ອນໃຫ້ເຫັນເຖິງຄວາມບາກບັ່ນພະຍາຍາມໃນການຊຸບຫຼ່ໍກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ, ມີທັງຄວາມຮູ້, ມີທັງສະຕິລະບຽບວິໄນຢ່າງເຂັ້ມງວດ ເພື່ອກຽມພ້ອມຮັບໃຊ້ຊາດຮັບໃຊ້ປະຊາຊົນ.