ໃນທ້າຍອາທິດຜ່ານມາ, ພົຈວ ແອນ ອຸ່ນອານົງນຸດ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ວຽກງານວິຊາສະເພາະ ຢູ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ຕ້ອນຮັບໂດຍ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າຫ້ອງ-ຮອງຫ້ອງ, ຫົວໜ້າ ແລະ ຮອງກອງບັນຊາການ ປກສ ເມືອງ, ຄະນະພະແນກ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ, ພົຈວ ສົມໝາຍ ພົມມະຈັນ ໄດ້ລາຍງານການເຄື່ອນໄຫວວຽກງານວິຊາສະເພາະຮອບດ້ານ ໃນ 1 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ; ຈາກນັ້ນ, ພັອ ຈັນທາ ວັນນະແສງ ຫົວໜ້າກົມປ້ອງກັນກຳລັງ ໄດ້ຂຶ້ນເຜີຍແຜ່ເນື້ອໃນເອກະສານ ກ່ຽວກັບ ວຽກງານການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ໃນກຳລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ກໍຄື ກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງສະຫວັນນະເຂດ.

ຈຸດປະສົງ ກໍເພື່ອໃຫ້ນາຍ ແລະ ພົນຕຳຫຼວດ ໄດ້ຮັບຮູ້ ແລະ ເຂົ້າໃຈ ບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຢູ່ໃນກຳລັງປ້ອງກັນຄວາມສະຫງົບ ທີ່ຈະຕ້ອງສຸມໃສ່ໃນຂົງເຂດວຽກງານການເມືອງນຳພາ-ແນວຄິດ, ຂົງເຂດປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ທາງດ້ານການເມືອງ, ທາງດ້ານວຽກງານທີ່ພົວພັນກັບເສດຖະກິດ, ວຽກງານເສນາທິການ ແລະ ການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ປ້ອງກັນກຳລັງ.

ເພື່ອຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ກາຍເປັນອັນລະອຽດຕົວຈິງ, ທັງເປັນເຄື່ອງມື ແລະ ເປັນກົນໄກໃນການເຄື່ອນໄຫວຕິດຕາມ-ກວດກາ, ຕ້ານ ແລະ ສະກັດກັ້ນບັນດາໜໍ່ແໜງທີ່ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ສ້າງຄວາມເປັນເອກະພາບໃນດ້ານການຈັດຕັ້ງປະຕິບັດ ທົ່ວກຳລັງປ້ອງກັນຄວາມສະຫງົບ, ເພື່ອຕີຖອຍບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງ.

ປັບປຸງກຳລັງປ້ອງກັນຄວາມສະຫງົບ ໃນທົ່ວກອງບັນຊາການ ປກສ ແຂວງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ກາຍເປັນກຳລັງທີ່ມີ   ຄວາມຈົງຮັກພັກດີຕໍ່ພັກ-ຕໍ່ລັດ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ ແລະ ສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສາມາດນຳໄປຈັດຕັ້ງເຊື່ອມຊຶມໃຫ້ນາຍ ແລະ ພົນຕຳຫຼວດ ທີ່ຢູ່ພາຍໃຕ້ການນຳພາຂອງຕົນ ສາມາດຮັບຮູ້ເຂົ້າໃຈ, ມີສະຕິຕໍ່ການຈັດຕັ້ງກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະແມ່ນ ກຳແໜ້ນເນື້ອໃນຂອງຄຳສັ່ງແນະນຳ ວ່າດ້ວຍ ການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ໃນກຳລັງປ້ອງກັນຄວາມສະຫງົບ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີຄວາມສະຫງົບ-ປອດໄພ.

ໂອກາດດຽວດັ່ງກ່າວ, ພົຈວ ແອນ ອຸ່ນອານົງນຸດ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາ ໂດຍເນັ້ນໃຫ້ສືບຕໍ່ເອົາໃຈໃສ່ວຽກງານສືກສາອົບຮົມການເມືອງ-ນຳພາແນວຄິດ, ຝຶກຝົນຫຼ່ໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ນາຍ ແລະ ພົນຕຳຫຼວດ ຢ່າງເປັນປົກກະຕິ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງຂອງຕົນ ໃຫ້ເຕີບໃຫຍ່ເຂັ້ມແຂງ, ກໍ່ສ້າງກຳລັງໃຫ້ມີຄວາມຮູ້-ຄວາມສາມາດ ແລະ ຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ, ພ້ອມທັງເປັນເຈົ້້າການໃນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້, ເອົາໃຈໃສ່ຕິດຕາມ-ກວດກຳລັງວິຊາສະເພາະຢ່າງໃກ້ຊິດຕິດແທດ, ຕີຖອຍປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເປັນກ້າວໆ ໃຫ້ສົມກັບເປັນກຳລັງທີ່ມາຈາກປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ.