ພິທີປະກາດແຕ່ງຕັ້ງ ຫົວໜ້າກົມກວດກາ ສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 2 ມີນາ 2023, ເປັນປະທານໂດຍ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານສານປະຊາຊົນສູງສຸດ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າຄະນະສານ ສານປະຊາຊົນສູງສຸດ ພ້ອມດ້ວຍບັນດາຄະນະປະທານສານປະຊາຊົນພາກກາງ, ຜູ້ພິພາກສາ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ອຸໄທ ສີວິໄລ ຮອງຫົວກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າກົມກວດກາ ສານປະຊາ ຊົນສູງສຸດ ແລະ ມະຕິຕົກລົງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ຮອງປະທານຄະນະກວດກາພັກ ສານປະຊາຊົນສູງສຸດ ເຊິ່ງປະທານສານປະຊາຊົນສູງສຸດ ຕົກລົງແຕ່ງຕັ້ງ ” ທ່ານ ວາດສະໜາ ວົງປັນຍາ ” ຮັກສາການ ຫົວໜ້າກົມກວດກາ ເປັນ ຫົວໜ້າກົມກວດກາ ສານປະຊາຊົນສູງສຸດ.

ຫ້ອງການ, ກົມຈັດຕັ້ງພະນັກງານ, ກົມແຜນການ-ການເງິນ, ກົມກວດກາ, ບັນດາກົມ, ບັນດາຄະນະສານ, ບັນດາສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ;

ຄະນະເລຂາທິການສູນກາງພັກ ຕົກລົງບົ່ງຕົວແຕ່ງຕັ້ງ ” ສະຫາຍ ວາດສະໜາ ວົງປັນຍາ ” ເປັນ ຮອງປະທານຄະນະກວດກາພັກ ສານປະຊາຊົນສູງສຸດ.

ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພ້ອມດ້ວຍຜູ້ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງ ຈົ່ງຮັບຮູ້ ແລະ ປະຕິບັດຕາມມະຕິຕົກລົງສະບັບນີ້ເປັນຢ່າງດີ.

ໂອກາດດັ່ງກ່າວ, ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກໍໄດ້ໂອ້ລົມ ເຊິ່ງທ່ານເນັ້ນວ່າ:

ສໍາລັບສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນຈັນຍາທໍາ, ມີຄວາມຮູ້ວິຊາສະເພາະໃຫ້ນັບມື້ນັບສູງ. ພ້ອມນັ້ນ, ກໍເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີນໍ້າໃຈຮັບໃຊ້ປະຊາຊົນ, ມີຄວາມຈົງຮັກພັກດີ, ສັດຊື່ບໍລິສຸດຕໍ່ຊາດ, ໃຫ້ການບໍລິການແກ່ປະຊາຊົນດ້ວຍຄວາມຈິງໃຈ, ເປັນທໍາ ແລະ ສະເໝີພາບ, ເຄົາລົບກົດໝາຍຢ່າງມີຄວາມຮັບຜິດຊອບສູງ.

ນໍາພາວຽກງານກວດກາ, ປ້ອງກັນພັກ, ເພີ່ມທະວີກວດກາການປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ເອົາໃຈໃສ່ນຳພາ-ຊີ້ນໍາວຽກງານຄຸ້ມຄອງປ້ອງກັນພັກ ໃນໄລຍະໄໝ່.

ເຄັ່ງຄັດປະຕິບັດວິໄນຢ່າງເຂັ້ມງວດ ຕໍ່ສະມາຊິກພັກ, ພະນັກງານທີ່ເຄື່ອນໄຫວລະເມີດກົດລະບຽບຂອງພັກ-ກົດໝາຍຂອງລັດ ທີ່ສ້າງຄວາມເສື່ອມເສຍຕໍ່ບົດບາດ ແລະ ອິດທິພົນຂອງພັກ, ຂອງສານປະຊາຊົນ ຢ່າງເໝາະສົມ ແລະ ທັນການ.