ສະຫະພັນແມ່ຍິງ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023) ໃນວັນທີ 7 ມີນາ 2023, ປາຖະກະຖາໂດຍ ທ່ານ ນາງ ວັນດີ ທໍາມະສິດ ພະນັກງານບໍານານ ພັນລະຍາອະດີດການນໍາກະຊວງ ປກສ, ເຂົ້າຮ່ວມຮັບຟັງໂດຍ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ, ພ້ອມດ້ວຍຫົວໜ້າຫ້ອງ-ຮອງຫ້ອງ, ສະຫະພັນແມ່ຍິງ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ທ່ານ ນາງ ວັນດີ ທໍາມະສິດ ໄດ້ເລົ່າເຖິງຕົ້້ນກໍາເນີດ ແລະ ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ, ເຊິ່ງໄດ້ກໍາເນີດເກີດຂຶ້ນໃນທ່າມກາງສະພາບຄວາມຫຍຸ້ງຍາກສັບສົນ ແມ່ຍິງຖືກກົດຂີ່ຂູດຮີດຈາກນາຍຈ້າງ, ເຮັດວຽກໜັກມື້ໜຶ່ງ 16-17 ຊົ່ວໂມງ ໂດຍບໍ່ມີມື້ພັກ, ບໍ່ມີປະກັນໄພເຮັດໃຫ້ມີການເຈັບເປັນ, ລົ້ມປ່ວຍ ແລະ ເສຍຊີວິດໄປເປັນຈຳນວນບໍ່ໜ້ອຍ ໂດຍທີ່ໄດ້ຮັບຄ່າແຮງງານພຽງໜ້ອຍດຽວ, ເມື່ອຖືພາກໍຖືກໄລ່ອອກ, ຄວາມທຸກທໍລະມານທີ່ພວກແມ່ຍິງໃນທົ່ວໂລກໄດ້ຮັບນັ້ນ ເຮັດໃຫ້ແມ່ຍິງຢູ່ປະເທດຕ່າງໆລຸກຂຶ້ນຕໍ່ສູ້ຢ່າງເປັນຂະບວນ ເພື່ອລຸກຮື້ຂຶ້ນປະທ້ວງດ້ວຍຫຼາຍຮູບການ ເປັນຕົ້ນແມ່ນນັດຢຸດງານປະທ້ວງ, ທວງໃຫ້ນາຍຈ້າງຫຼຸດເວລາການເຮັດວຽກລົງ, ຍັງເຫຼືອມື້ລະ 8 ຊົ່ວໂມງ, ທວງໃຫ້ມີການປັບປຸງສະຫວັດດີການສັງຄົມ ແລະ ໃຫ້ຜູ້ຍິງມີສິດອອກສຽງເລືອກຕັ້ງ.

ຕໍ່ມາໃນວັນທີ 8 ມີນາ 1910, ຄວາມພະຍາຍາມຂອງແມ່ຍິງ ກໍໄດ້ຂະຫຍາຍໄປໃນວົງກວ້າງໄປສູ່ປະເທດຕ່າງໆ, ເຮັດໃຫ້ເກີດມີການຮ່ວມມືກັນຂຶ້ນ. ຈາກນັ້ນ, ກອງປະຊຸມແມ່ຍິງສາກົນ ທີ່ນະຄອນໂຄເພັນຮາເກັນ ປະເທດດານມາກ ຈຶ່ງໄດ້ປະກາດຮັບຮອງເອົາຂໍ້ຮຽກຮ້ອງຂອງບັນດາກໍາມະກອນຍິງທີ່ໃຫ້ຫຼຸດເວລາເຮັດວຽກລົງ ເຫຼືອມື້ລະ 8 ຊົ່ວໂມງ, ໃຫ້ເວລາໃນການສຶກສາຫາຄວາມຮູ້, ໃຫ້ເວລາພັກຜ່ອນ, ຂຶ້ນຄ່າແຮງງານໃຫ້ເທົ່າທຽມກັບເພດຊາຍ ແລະ ໃຫ້ມີການຄຸ້ມຄອງທາງດ້ານສະຫວັດດີການສັງຄົມແກ່ແມ່ຍິງ ແລະ ຄຸ້ມຄອງແຮງງານເດັກນ້ອຍນໍາອີກ.