ເຈົ້າໜ້າທີ່ຂອງທາງການອິນໂດເນເຊຍ ຖະແຫຼງການ ໃນວັນທີ 3 ເມສາ ທີ່ຜ່ານມາວ່າ: ອິນໂດເນເຊຍ ປະກາດພາວະສຸກເສີນຮອບເມືອງທ່າເຮືອ ບາລິກປາປັນ ແຂວງກາລິມັນຕັນ ຕາເວັນອອກ ເທິງເກາະບໍນຽວ ຫຼັງຈາກມີນ້ຳມັນຮົ່ວໄຫຼ ແລະ ໄຟໄໝ້, ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 4 ຄົນ ຕັ້ງແຕ່ທ້າຍອາທິດທີ່ຜ່ານມາ.

ເຈົ້າໜ້າທີ່ບັນເທົາໄພພິບັດ ສາມາດຄວບຄຸມໄຟໄໝ້ໄດ້ແລ້ວ ແຕ່ຍັງຄົງພະຍາຍາມສະກັດການຮົ່ວໄຫຼຂອງນ້ຳມັນທີ່ເລີ່ມມາຕັ້ງແຕ່ທ້າຍອາທິດຜ່ານມາ ແລະ ຂະຫຍາຍວົງກວ້າງອອກໄປ 12 ຕາລາງກິໂລແມັດ; ທ່ານ ຊູຢັນໂຕ ຫົວໜ້າສຳນັກງານສິ່ງແວດລ້ອມ ກ່າວວ່າ: ທາງການອອກປະກາດເຕືອນປະຊາຊົນ ບໍ່ໃຫ້ເຮັດກິດຈະກຳທີ່ຈະເຮັດໃຫ້ເກີດໄຟລຸກໄໝ້.

ເມືອງບາລິກປາປັນ ເປັນແຫຼ່ງພະລັງງານ ແລະ ເໝືອງແຮ່ຂະໜາດໃຫຍ່ ແລະ ເປັນທີ່ຕັ້ງຂອງໂຮງກັ່ນນ້ຳມັນຂອງບໍລິສັດ ເປີຕາມິນາ ຂອງທາງການອິນໂດເນເຊຍ; ລາຍງານລະບຸວ່າ: ບໍລິສັດ ເປີຕາມິນາ ກຳລັງສອບສວນທີ່ມາຂອງນ້ຳມັນຮົ່ວ ເນື່ອງຈາກບໍ່ພົບວ່າມີນ້ຳມັນຮົ່ວຈາກທໍ່ສົ່ງນ້ຳມັນໃນບໍລິເວນດັ່ງກ່າວ.