ໃນວັນທີ 5 ເມສາ 2023 ນີ້, ທີ່ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ໂດຍການເປັນປະທານ ຮ່ວມຂອງ ພົຈວ ປອ ສຸວັນນີ  ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບລາວ, ມີພົຕ ຟານ ຊັວນ ຕຸຍ  ອຳນວຍການວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນບັນດາກິດຈະກຳຕ່າງ ແລະ ການກໍ່ສ້າງພາຍໃນ, ດ້ານແຮງງານ ແລະ ກົນຈັກນຳໃຊ້ໃນໂຄງການ, ການນຳເຂົ້າເຄື່ອງວັດສະດຸອຸປະກອນກໍ່ສ້າງຈາກ ສສ ຫວຽດນາມ, ການຈັດຕັ້ງປະຕິບັດວຽກກໍ່ສ້າງຮູບປັ້ນຫຼ່ໍປະທານ ໄກສອນ ພົມວິຫານ ແລະ ການ ຈັດຕັ້ງປະຕິບັດວຽກປູກຕົ້ນໄມ້ຢູ່ພື້ນທີ່ດິນໂຄງການ.

ມາຮອດປັດຈຸບັນ, ຕາມການລາຍງານຂອງບໍລິສັດ ຮັບເໝົາກໍ່ສ້າງ ໃນເດືອນມີນາ 2023 ເຫັນວ່າ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງມີຄວາມຄືບໜ້າຕາມແຜນການທີ່ວາງໄວ້, ພາກສ່ວນໂຄງສ້າງເບຕົງເສີມເຫຼັກ 100%, ຕົກແຕ່ງກໍ່ໂບກ 30% ພາຍໃນທ້າຍເດືອນເມສາ ບັນດາອາຄານຕ່າງໆແມ່ນກະກຽມເລີ່ມຕົ້ນຕິດຕັ້ງເຫຼັກໂຄງຫຼັງຄາ ພ້ອມມຸງກະເບື້ອງສີແດງ. ສະນັ້ນ, ສັງລວມແລ້ວການຈັດຕັ້ງປະຕິບັດໂຄງການແມ່ນມີຜົນສຳເລັດຕົວຈິງ ສະເລ່ຍ ປະມານ 60-65% ຂອງທັງໝົດໂຄງການກໍ່ສ້າງ.