ສຳນັກຂ່າວຕ່າງປະເທດ ລາຍງານຈາກເມືອງລິດເຕິຣັອກ ລັດອາຄັນຊໍ ສະຫະລັດອາເມຣິກາ ໃນວັນທີ 2 ເມສາ ວ່າ: ອົງການອຸຕຸນິຍົມວິທະຍາແຫ່ງຊາດ ສະຫະລັດ ອາເມລິກາ (NWS) ລາຍງານການເກີດມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ເປັນບໍລິເວນກວ້າງ ແລະ ການເກີດພາຍຸທໍນາໂດ ໃນເຂດມິດເວດສ໌, ບາງເຂດໃນພາກຕາເວັນອອກ ແລະ ພາກໃຕ້ຂອງປະເທດ; ເຊິ່ງຄວາມໄວຂອງລົມ ອາດຈະຮຸນແຮງກວ່າ 100 ກິໂລແມັດຕໍ່ຊົ່ວໂມງ, ໂດຍມີລາຍງານຜູ້ເສຍຊີວິດຫຼາຍກວ່າ 20 ຄົນ.

ຍ້ອນສະພາບອາກາດທີ່ຮຸນແຮງຄືດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 20 ຄົນ, ຫຼາຍກວ່າໝູ່ແມ່ນຢູ່ລັດເທັນເນດຊີ ມີຢ່າງໜ້ອຍ 7 ຄົນ ທີ່ຖືກຢືນຢັນ, ໃນຂະນະທີ່ ລັດອາຄັນຊໍ ມີຢ່າງໜ້ອຍ 5 ຄົນ, ລັດອີລີນອຍ ມີຢ່າງໜ້ອຍ 4 ຄົນ ແລະ ລັດອິນເດຍນາ ມີຢ່າງໜ້ອຍ 3 ຄົນ. ນອກນັ້ນ, ຍັງມີການຢືນຢັນອີກ 1 ຄົນ ທີ່ລັດມິດຊິດຊິບປີ. ທ່ານ ນາງ ຊາຣາ ຮັກຄາບີແຊນເດີ ຜູ້ປົກຄອງລັດອາຄັນຊໍ ໄດ້ປະກາດພາວະສຸກເສີນ ແລະ ໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານກາງຂອງ ທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ.

ສໍາລັບເຫດການສະພາບອາກາດທີ່ຮ້າຍແຮງນີ້ ເກີດຂຶ້ນພາຍຫຼັງພາຍຸທໍນາໂດພັດຖະຫຼົ່ມເປັນທາງຍາວ ຕັ້ງແຕ່ລັດໄອໂອວາ ໄປຮອດ ລັດມິດຊິດຊິບປີ ພຽງແຕ່ 1 ອາທິດ, ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ.