ກອງປະຊຸມສໍາມະນາວິຊາການລະດັບສາກົນ ຄັ້ງທີ 4 ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ” ໄດ້ຈັດຂຶ້ນໃນວັນທີ 2-3 ເມສາ 2023 ທີ່ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຜູ້ແທນຈາກປະເທດສະມາຊິກ MRC ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ບຸນຄຳ ວໍລະຈິດ ກ່າວວ່າ:

ຄວາມໝັ້ນຄົງດ້ານຊັບພະຍາກອນນ້ຳ ຖືເປັນບຸລິມະສິດທີ່ເປັນແນວຄວາມຄິດອັນສຳຄັນ ສໍາລັບການພັດທະນາແບບຍືນຍົງ, ຄວາມໝັ້ນຄົງດ້ານຊັບພະຍາກອນນ້ຳ ແມ່ນນັບມື້ນັບສົ່ງຜົນກະທົບເຖິງທຸກຂົງເຂດໃນທົ່ວໂລກ ທີ່ກຳລັງປະເຊີນກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນຕົວເມືອງ ກໍຄື ໄພພິບັດທາງທຳມະຊາດ; ສະຖານະການດັ່ງກ່າວນີ້ ຄາດວ່າຈະຮ້າຍແຮງຂຶ້ນກວ່າເກົ່າ, ຖ້າພວກເຮົາຍັງສືບຕໍ່ພັດທະນາແບບບໍ່ຄໍານຶງເຖິງບັນຫາດັ່ງກ່າວ. ສະນັ້ນ, ພວກເຮົາຈຶ່ງຈໍາເປັນຕ້ອງໄດ້ເອົາໃຈໃສ່ຮ່ວມກັນ ຕໍ່ກັບສິ່ງທ້າທາຍນີ້ຮ່ວມກັນຕື່ມອີກ.

ບັນຫາການຄຸ້ມຄອງຊັບພະຍາກອນນໍ້າ ຕ້ອງໄດ້ຮັບການແກ້ໄຂທັງໃນລະດັບທ້ອງຖິ່ນ, ລະດັບຊາດ, ລະດັບພາກພື້ນ ແລະ ສາກົນ ຢ່າງເໝາະສົມ; ພາກສ່ວນກ່ຽວຂ້ອງທັງໝົດ ລວມທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ປະຊາຊົນ ແລະ ສະຖາບັນການສຶກສາ ກໍຄວນມີສ່ວນຮ່ວມ ແລະ ຕ້ອງເອົາໃຈໃສ່ເປັນພິເສດ ເຖິງຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ.

ທ່ານກ່າວອີກວ່າ: ກອງປະຊຸມໃນຄັ້ງນີ້ ຈະເປັນໂອກາດອັນສໍາຄັນ ແລະ ທັນກັບເວລາພໍດີ ໃນການທົບທວນບັນດາວິທີການພັດທະນາ, ເຮັດຫຍັງ, ເຮັດແນວໃດ, ໃຜຈະເຮັດ ແລະ ເຮັດເວລາໃດ, ບັນດາສິ່ງທ້າທາຍ ແລະ ກາລະໂອກາດ ເພື່ອການຄຸ້ມຄອງອ່າງແມ່ນໍ້າຂອງ ແບບມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີຄວາມຍືນຍົງ ເພື່ອກ້າວໄປເຖິງວາລະ ແລະ ວິໄສທັດຂອງອ່າງແມ່ນ້ຳຂອງ

“ເສດຖະກິດ ຈະເລີນຮຸ່ງເຮືອງ, ສັງຄົມ ມີຄວາມຍຸຕິທໍາ ແລະ ສິ່ງແວດລ້ອມ ມີຄວາມອຸດົມສົມບູນໃນອ່າງແມ່ນໍ້າຂອງ“ ແລະ ວາລະສາກົນປີ 2030 “ເປົ້າໝາຍການພັດທະນາແບບຍືນຍົງ”

ການສ້າງນະໂຍບາຍ, ເຕັກໂນໂລຊີ ແລະ ຊ່ອງທາງການຮ່ວມມືຢ່າງມີນະວັດຕະກຳ ແມ່ນເປັນສິ່ງທີ່ສຳຄັນ ເພື່ອສ້າງຂະບວນການໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນການແລກປ່ຽນຄວາມຮູ້, ຂໍ້ມູນ-ຂ່າວສານ ແລະ ການຮ່ວມມືດ້ານການຄຸ້ມຄອງຊັບພະຍາກອນນໍ້າ ໃນອ່າງແມ່ນ້ຳຂອງ.

ສປປ ລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ຕໍ່ການພັດທະນາທີ່ບໍ່ພຽງແຕ່ໃຫ້ຍືນຍົງ, ແຕ່ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບ, ລັດຖະບານລາວ ໄດ້ໃຫ້ຄວາມສໍາຄັນສູງໃນການສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການຮ່ວມມືກັບບັນດາປະເທດແມ່ນ້ຳຂອງ ໂດຍອີງຕາມສັນຍາແມ່ນ້ຳຂອງປີ 1995; ສັນຍາສະບັບດັ່ງກ່າວນີ້ ໄດ້ສ້າງພື້ນຖານໃຫ້ແກ່ພວກເຮົາ ເພື່ອສົ່ງເສີມອຸດົມການແຫ່ງການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ເທົ່າທຽມກັນໃນອ່າງແມ່ນ້ຳຂອງ.

+ ທ່ານລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວອີກວ່າ:

ໃນຂະນະທີ່ພາກພື້ນຂອງພວກເຮົາ ກຳລັງມີການປ່ຽນແປງ ແລະ ຫັນປ່ຽນຢ່າງໄວວາ, ພວກເຮົາຕ້ອງເຮັດວຽກຮ່ວມກັນຢ່າງຈິງຈັງຫຼາຍຂຶ້ນກວ່າເກົ່າ, ພວກເຮົາຕ້ອງໄດ້ປະຕິບັດການຮ່ວມມືກັນກັບບັນດາພາກສ່ວນທີ່ກ່ຽວຂ້ອງຫຼາຍຂຶ້ນ ໂດຍຜ່ານເຕັກໂນໂລຊີທີ່ມີນະວັດກໍາ ທີ່ສາມາດຊ່ວຍໃຫ້ພວກເຮົາຫັນປ່ຽນການຄຸ້ມຄອງນ້ໍາ, ປັບປຸງການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ສົ່ງເສີມລະບົບການຕິດຕາມ ດ້ວຍເຕັກໂນໂລຊີໃນລະດັບພາກພື້ນ.

ກົນໄກການຮ່ວມມືທີ່ມີນະວັດຕະກໍາເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍ ແລະ ຈຸດປະສົງຮ່ວມກັນ ໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ ກໍຄື ການຫຼີກລ່ຽງ ແລະ ຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ໂດຍສະເພາະ ເຂດຊຸມຊົນທີ່ມີຄວາມສ່ຽງໃນລະດັບພາກພື້ນ.