ວັນທີ 26 ພຶດສະພາ 2023, ສະຫາຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ກອງບັນຊາການປ້ອງກັນເຄື່ອນທີ່ ພ້ອມທັງເປັນກຽດໂອ້ລົມຕໍ່ກອງປະຊຸມ ໂດຍທ່ານເນັ້ນໃຫ້ ຄະນະພັກ ກອງບັນຊາການ ຕ້ອງສືບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນພັກ ເປັນປຶກແຜ່ນແໜ້ນໜາ, ປະຕິບັດລະບອບ ແລະ ລະບຽບຫຼັກການຂອງພັກ ໃຫ້ເຂັ້ມງວດ.

+ ສະຫາຍ ພົຕ ວັນທອງ ກອງມະນີ ໄດ້ເນັ້ນຕື່ມວ່າ:

ການເຕົ້າໂຮມຄວາມສາມັກຄີພາຍໃນພັກ ຢ່າງມີຄຸນນະພາບ, ບັນດາສະຫາຍໃນຄະນະພັກ ຕ້ອງມີການປັບປຸງແບບແຜນວິທີເຮັດວຽກ ຢ່າງເປັນເອກະພາບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຈິງໃຈຕຳນິກໍສ້າງຊ່ວຍເຫຼືອເຊິ່ງກັນແລະກັນ, ປະຕິບັດລະບອບ, ລະບຽບຫຼັກການຂອງພັກ ໃຫ້ເຂັ້ມງວດ ເຊັ່ນ: ລະບອບດຳເນີນຮ່ວມຊີວິດພັກແຕ່ລະຂັ້ນ, ການກໍ່ສ້າງ-ຂະຫຍາຍພັກ, ການກວດກາປ້ອງກັນ ແລະ ຄຸ້ມຄອງພັກ, ການປັບປຸງພັກຕ້ອງໃຫ້ຖືກຫຼັກການ.

ຄຽງຄູ່ກັນນີ້, ຄະນະພັກ ກອງບັນຊາການ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ມີສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ຮັກປະເທດຊາດ, ຮັກລະບອບໃໝ່, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະຊາຊົນບັນດາເຜົ່າ, ສາມາດຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ເຊື່ອມຊຶມບັນດາເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດໃຫ້ທົ່ວເຖິງ, ສຶກສາອົບຮົມໃຫ້ຖືກເປົ້າໝາຍ ເຮັດໃຫ້ສະມາຊິກພັກມີການຫັນປ່ຽນດີຂຶ້ນ.

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ຈັດຂຶ້ນໃນລະຫວ່າງວັນທີ 25-26 ພຶດສະພາ 2026, ເປັນປະທານໂດຍ ພົຈວ ພູນສະຫວັນ ພັນທະເສນາ ຄະນະພັກກະຊວງ ເລຂາອົງຄະນະພັກ ກອງບັນຊາການປ້ອງກັນເຄື່ອນທີ່, ມີບັນດາຄະນະພັກ-ຄະນະບັນຊາພາຍໃນກອງບັນຊາການ ເຂົ້າຮ່ວມ.