ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທິປະກາດນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ໃນວັນທີ 26 ພຶດສະພາ 2023, ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກ, ຄະນະກົມກອງອ້ອມຂ້າງ ແລະ ພະນັກງານຜູ້ທີ່ໄດ້ພັກການ-ຮັບອຸດໜູນບໍານານ ເຂົ້າຮ່ວມ.

ໃນພິທີ, ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ຈໍານວນ 5 ສະຫາຍ ເຊິ່ງໄດ້ອະນຸມັດດັ່ງນີ້:

  • ພັທ ຊະນະ ລັດຕະນະສີທິບ ຮອງຫົວໜ້າຫ້ອງກໍາມະບານ
  • ພັທ ສົງການ ສີວົງສາ ຮອງຫົວໜ້າພະແນກ
  • ພັທ ວຽງມາ ເພັດສາພອນ ຮອງຫົວໜ້າພະແນກ
  • ພັຕ ນາງ ຈັນສຸກ ໂສດາຮັກ ວິຊາການ ກົມກອງສັງກັດ ກົມໃຫຍ່ການເມືອງ ປກສ
  • ພັທ ນາງ ພິມມະລາວັນ ແສງອາລຸນເດດ ວິຊາການ ກົມກອງສັງກັດ ກົມໃຫຍ່ການເມືອງ ປກສ

ໂອກາດນີ້, ພົຈວ ຄໍາສາຍ ຈັນທະວົງ ກໍໄດ້ໂອ້ລົມຕໍ່ພິທີ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ພັກການ-ອຸດໜູນບໍານານໃນຄັ້ງນີ້ ທີ່ໄດ້ອຸທິດຕົນຢ່າງສຸດກົກສຸດປາຍ, ປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງທີ່ບໍ່ຮູ້ອິດເມື່ອຍ ເຂົ້າໃນພາລະກິດປະຕິວັດ ໃນຕະຫຼອດໄລຍະທີ່ຜ່ານມາ, ສາມາດເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ.

ເມື່ອຮອດກຳນົດອາຍຸກະສຽນ ແລະ ຄົບຖ້ວນບັນດາມາດຖານທີ່ໄດ້ກໍານົດ ກໍຈະໄດ້ຮັບນະໂຍບາຍດັ່ງກ່າວນີ້, ເຊິ່ງມັນແມ່ນກຽດສັກສີ, ແມ່ນນະໂຍບາຍອັນສູງສົ່ງທີ່ພັກ-ລັດ ກໍຄື ການຈັດຕັ້ງໄດ້ຕອບແທນຄຸນງາມຄວາມດີໃຫ້.