ແຂວງຊຽງຂວາງ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມນິຕິກຳກ່ຽວກັບວຽກງານກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະນັກ ງານໃຫ້ພະນັກງານນໍາພາ-ຄຸ້ມຄອງຂອງແຂວງໃນວັນທີ 23 ເມສາ 2018 ໂດຍ ການເຜີຍແຜ່ຂອງ ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ, ມີຄະນະປະຈຳພັກແຂວງ, ຄະນະພັກຮາກຖານ, ໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ບຸນຕົ້ນ ຈັນທະພອນ ກ່າວວ່າ: ນິຕິກຳກ່ຽວກັບວຽກງານກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະນັກງານ ແມ່ນປະກອບມີມະຕິເລກທີ 030/ກມສພ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ມະຕິເລກທີ 031/ກມສພ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ມະຕິເລກທີ 032/ກມສພ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານ ແລະ ຄຳສັ່ງເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.


ເຊິ່ງການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຢູ່ແຂວງ ແມ່ນເພື່ອແນໃສ່ໃນການກໍານົດເປົ້າໝາຍພະນັກ ງານທີ່ຈະບໍາລຸງ-ກໍ່ສ້າງ ແລະ ຈັດວາງ, ບັນຈຸເຂົ້າໃສ່ຕໍາແໜ່ງ ງານຕ່າງໆເປັນຕົ້ນແມ່ນຕໍາແໜ່ງນໍາພາ-ຄຸ້ມຄອງຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງໄລຍະສັ້ນ ແລະ ໄລຍະຍາວໃຫ້ມີຄວາມໜັກແໜ້ນທາງຄຸນທາດການເມືອງ ແລະ ພຽບພ້ອມໄປດ້ວຍຄວາມຮູ້-ຄວາມສາມາດ, ທັງເປັນວິທີການໜຶ່ງທີ່ສໍາຄັນ ເພື່ອຫັນເອົາວຽກງານພະນັກງານເຂົ້າສູ່ລະບຽບແຜນຕື່ມອີກກ້າວໜຶ່ງ ແລະ ເປັນການກະກຽມເປົ້າໝາຍບຸກຄະລາກອນໃນລັກສະນະເປີດກວ້າງ, ໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງທີ່ເປັນພື້ນຖານສໍາຄັນໃນການວາງ ແຜນການລະອຽດ ເພື່ອຮັບປະກັນການບໍາລຸງ-ກໍ່ສ້າງຖັນແຖວພະນັກງານສືບທອດປ່ຽນແທນໃນແຕ່ລະໄລຍະໂອ ກາດດຽວກັນທ່ານຮັກສາການເຈົ້າແຂວງໆຊຽງຂວາງ ກໍໄດ້ເນັ້ນພະນັກງານຂັ້ນນໍາພາທຸກຂັ້ນສຸມໃສ່ແກ້ໄຂການເຊື່ອ ມຖອຍຄຸນທາດການເມືອງຂອງສະມາຊິກພັກ, ສືບຕໍ່ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ທັບມ້າງກົນອຸ ບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ, ກວດກາຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ພ້ອມກັນປະຕິບັດຕາມແນວທາງຂອງພັກຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເຄົາລົບ ເຊິ່ງກັນ ແລະ ກັນຖືຄວາມສາມັກຄີເປັນປຶກແຜ່ນ, ຖືເອົາສິດຜົນປະໂຫຍດຂອງປະຊາຊົນເປັນຫຼັກຢຶດໝັ້ນນໍາເອົາການຕຳນິຕິຊົມຂອງໝູ່ຄະນະເພື່ອປັບປຸງຕົນເອງໃຫ້ກາຍເປັນສະມາຊິກພັກແຂງ-ຮູ້ນຳພາຮອບດ້ານ ແລະ ເປັນພະນັກງານດີເດັ່ນໃນຕໍ່ໜ້າ.