ກອງປະຊຸມແລກປ່ຽນສະພາບການຈັດຕັ້ງປະຕິບັດວຽກງານສັນຕິບານ ລະຫວ່າງຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ຈັດຂຶ້ນວັນທີ 9 ພຶດສະພາ 2018 ທີ່ຫ້ອງປະຊຸມ ປກສ ແຂວງບໍລິຄໍາໄຊ; ເປັນປະທານໂດຍ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ພັທ ຄໍາພອນ ສີກຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ມີບັນດາຄະນະຫ້ອງສັນຕິບານ, ປກສ ເມືອງ ແລະ ພະນັກງານຫຼັກແຫຼ່ງທັງສອງພາກສ່ວນເຂົ້າຮ່ວມ.

ໃນທີ່ປະຊຸມ, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານສັນຕິບານ ກໍຄືວຽກປ້ອງກັນຄວາມສະຫງົບໄລຍະ 1 ປີຜ່ານມາ ສາມາດຍາດໄດ້ຜົນງານໃນຫຼາຍດ້ານເຊັ່ນ: ກຳລັງສັນຕິບານທັງ 2 ປກສ ແຂວງ ສາມາດເກັບກຳສະຖິຕິເຄືອຂ່າຍອີນເຕີເນັດ ແລະ ຂໍ້ມູນຂ່າວສານທາງອີນເຕີເນັດໄດ້ 1.560 ຄັ້ງ, ສົມທົບກັບກໍາລັງປ້ອງກັນຊາດເກັບກູ້ອາວຸດຢູ່ເທດສະບານເມືອງວຽງທອງ ໄດ້ຈໍານວນ 410 ກະບອກ, ເກັບກໍາສະຖິຕິຄົນຕ່າງປະເທດເຂົ້າມາດໍາເນີນທຸລະກິດ ແລະ ປະກອບອາຊີບຕ່າງໆຢູ່ແຂວງບໍລິຄໍາໄຊ ແລະ ຄໍາມ່ວນ ຈໍານວນ 5.539 ຄົນ ຍິງ 834 ຄົນ, ມີ 25 ສັນຊາດ, ອອກບັດອະນຸຍາດພັກເຊົາຊົ່ວຄາວໃຫ້ຄົນຕ່າງປະເທດໄດ້ 3.739 ຄົນ ຍິງ 525 ຄົນ, ອອກບັດປັບສະຖານະພາບໄດ້ 1.725 ຄົນ ຍິງ 113 ຄົນ, ສຳລະສະສາງ 1.254 ຄົນ ຍິງ 435 ຄົນ, ອອກປຶ້ມຜ່ານແດນໄປໄທ ແລະ ຫວຽດນາມໄດ້ 1.588 ຫົວ, ຕໍ່ປຶ້ມຜ່ານແດນໄດ້ 2.835 ຫົວ, ເກັບກຳສະຖິຕິຄົນເຂົ້າ-ອອກເມືອງ ຈຳນວນ 423.322 ຄົນ ຍິງ 205.352 ຄົນ, ເດັກ 9.823 ຄົນ, ພາຫະນະເຂົ້າ-ອອກເມືອງທັງໝົດ 257.922 ຄັນ, ເຮືອເຂົ້າ-ອອກ 9.479 ຖ້ຽວລຳ, ຂຶ້ນສະຖິຕິ ແລະ ຄຸ້ມຄອງບັນດາໂຄງການລົງທຶນຕ່າງໆພາຍໃນມີ 341 ບໍລິສັດ, ໂຄງການລົງທືນຕ່າງປະເທດ 432 ບໍລິສັດ, ໄດ້ສົມທົບກັບອໍານາດການປົກຄອງເມືອງລົງແກ້ໄຂບັນຫາການຕັ້ງສະນໍາໄດ້ 38 ຄັ້ງ, ເອົາໃຈໃສ່ຄຸ້ມຄອງບັນດາໂຮງແຮມ, ບ້ານພັກ ແລະ ສະຖານທີ່ບັນເທີງຢ່າງເປັນປົກກະຕິ, ເກັບກຳສະຖິຕິນັກທ່ອງທ່ຽວ ແລະ ແຂກທີ່ມາພັກເຊົາທັງໝົດ 9.372 ຄົນ ຍິງ 1.651 ຄົນ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ລົງນາມເຊັ່ນບົດບັນທຶກຊ່ວຍຈໍາ ເພື່ອພ້ອມກັນນໍາໄປຈັດຕັ້ງເຄື່ອນໄຫວວຽກງານສັນຕິບານ ກໍຄືວຽກງານປ້ອງກັນຄວາມສະຫງົບຢູ່ແຕ່ລະທ້ອງຖິ່ນຂອງຕົນໃຫ້ມີປະສິດທິຜົນສູງ ແນໃສ່ເຮັດໃຫ້ທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພດີ; ລົງນາມໃນບົດບັນທຶກໂດຍ ພັທ ເຄນວອນ ລໍວັນໄຊ ຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ແລະ ພັທ ສາຍເງິນ ອິນທະວົງ ຫົວໜ້າຫ້ອງສັນຕິບານ ປກສ ແຂວງຄຳມ່ວນ.