ສູນການສຶກສາ ໄອແຄນດູ ເຊິ່ງເປັນສູນການສຶກສານອກໂຮງຮຽນ ຮ່ວມກັບສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ໄດ້ຈັດສຳມະນາຫົວຂໍ້: “ປ່ຽນວິທີຄິດເພື່ອຄວາມສຳເລັດຂອງອົງກອນ” ໃນ ວັນທີ 30 ມີນາ 2019 ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ເຂົ້າຮ່ວມເປັນ ປະທານໂດຍ ທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ອາຈານ ດາວເດືອນ ເຮືອງສະຫວັດ ປະທານຜູ້ຮ່ວມກໍ່ຕັ້ງສູນການສຶກສາ ໄອແຄນດູ ທັງ ເປັນວິທະຍາກອນ ພ້ອມດ້ວຍບັນດານັກສຳມະນາກອນຈາກ 50 ກວ່າບໍລິສັດ ທີ່ເປັນສະມາຊິກຂອງສະພາການຄ້າເຂົ້າຮ່ວມ.
![](https://www.lsecuritynews.com/wp-content/uploads/2019/04/DSC_2790-1024x536.jpg)
ທ່ານ ພູໄຊ ເທບພະວົງ ກ່າວ ວ່າ:
ເພື່ອເປັນການປະກອບສ່ວນ ແລະ ມີສ່ວນຮ່ວມໃນວຽກງານການສົ່ງເສີມ ແລະ ພັດທະນາສະມາຊິກ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈຶ່ງໄດ້ຮ່ວມກັນຈັດງານສຳມະນາຂຶ້ນພາຍໃຕ້ ຫົວຂໍ້: “ປ່ຽນວິທີຄິດເພື່ອຄວາມສຳເລັດຂອງອົງກອນ” ແນໃສ່ບຸກຄະລາກອນພາຍໃນອົງກອນຂອງແຕ່ລະບໍລິສັດມີຄວາມເຂັ້ມແຂງ, ມີວີທີຄິດທີ່ຖືກຕ້ອງ, ມີທັດສະນະຄະຕິທີ່ດີ ສາມາດຊ່ວຍເຮັດໃຫ້ອົງກອນເຂັ້ມແຂງ, ເຕີບໃຫຍ່ ແລະ ປະສົບຜົນສໍາເລັດໄດ້ໄວອີກດ້ວຍ.
ໂອກາດດຽວກັນ, ທ່ານ ອຈ ດາວເດືອນ ເຮືອງສະຫວັດ ໄດ້ກ່າວ ວ່າ:
ທຸກການປ່ຽນແປງເພື່ອສິ່ງທີ່ດີກວ່າ ແມ່ນຕ້ອງປ່ຽນວິທີຄິດໃໝ່, ປັບທັດສະນະຄະຕິໃໝ່ໃຫ້ແກ່ພະນັກງານໃນອົງກອນ ເພື່ອຄຸນນະພາບຂອງການເຮັດວຽກໃນອົງກອນໃຫ້ມີຄຸນນະພາບທີ່ດີຂຶ້ນ; ເຊິ່ງຫົວຂໍ້ທີ່ນຳມາສຳມະນາໃນຄັ້ງນີ້ແມ່ນມາຈາກປະສົບການ, ອີງຕາມຫຼັກສູດມາດຕະຖານຂອງສູນການສຶກສາ ໄອແຄນດູ ທີ່ຈະສາມາດຊ່ວຍໃນການພັດທະນາອົງກອນ ແລະ ບໍລິສັດ, ຫ້າງຮ້ານຕ່າງໆໃຫ້ປະສົບຜົນສຳເລັດໄດ້ຢ່າງແນ່ນອນ.
ການສຳມະນາຄັ້ງນີ້ ເປັນພຽງພື້ນຖານເລີ່ມຕົ້ນກ່ຽວກັບການປ່ຽນວິທີຄິດເພື່ອຄວາມສຳເລັດຂອງອົງກອນ; ເຊິ່ງທາງສູນ ແລະ ສະພາການຄ້າຍັງຈະມີການສຳມານາຫົວຂໍ້ດັ່ງກ່າວ ແລະ ຫົວຂໍ້ອື່ນໆທີ່ກ່ຽວຂ້ອງຢ່າງລະອຽດຕື່ມ; ຫາກບໍລິສັດໃດມີຄວາມສົນໃຈເຂົ້າຮ່ວມ ນຳເອົາຫຼັກສູດຂອງສູນການສຶກສາ ໄອແຄນດູ ເຂົ້າໄປປັບປຸງພັດທະນາລະບົບການເຮັດວຽກ ໃນອົງກອນໃຫ້ດີຂຶ້ນ ກໍສາມາດຕິດຕໍ່ສອບຖາມໄດ້ທີ່: ສູນການສຶກສາ ໄອແຄນດູ ( ຫ້ອງການໄອເຕັກມໍຊັ້ນ 4 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ), ໂທ: 020 5547 9961 ແລະ ເຟສບຸກ: I can do academy.