ຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ ໄດ້ຈັດຕັ້ງ ຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດລະນຶກ ວັນສາກົນຕ້ານການຄ້າມະນຸດ ປະຈຳປີ 2019 ໃນຕອນເຊົ້າວັນທີ 27 ກໍລະກົດ 2019 ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ; ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ, ມີ ບັນດາທ່ານການນຳພັກ – ລັດ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ພາກລັດ – ເອກະຊົນ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ບັນດາປະຊາຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນພິທີ, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ ທັງເປັນຮອງປະທານ ຜູ້ປະຈຳການ ຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ ໄດ້ກ່າວບົດຄຳເຫັນຕໍ່ພິທີ ເຊິ່ງມີບາງຕອນ ທ່ານ ໄດ້ກ່າວວ່າ:
ສປປ ລາວ ຍັງເປັນປະເທດຕົ້ນທາງຂອງ ຂະບວນການຄ້າມະນຸດ; ເຊິ່ງສາເຫດ ແມ່ນເກີດຈາກຫຼາຍປັດໄຈ ເປັນຕົ້ນ: ບັນຫາຄວາມທຸກຍາກ, ລະດັບການສຶກສາ, ຄວາມຮູ້ດ້ານວິຊາຊີບ, ສີມືແຮງງານ ແລະ ສະພາບຄວາມແຕກໂຕນດ້ານການພັດທະນາ ໃນອະນຸພາກພື້ນ ບວກກັບ ການຂະຫຍາຍຕົວຢ່າງໄວວາຂອງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ, ສາທາລະນະ, ເຕັກໂນໂລຊີ ແລະ ການສື່ສານ ທີ່ບໍ່ມີເຂດແດນ.
ພົທ ວິໄລ ຫຼ້າຄໍາຟອງ ກ່າວອີກວ່າ:
ບັນຫາດັ່ງກ່າວ ໄດ້ກາຍເປັນສິ່ງກະຕຸກຊຸກຍູ້, ເປັນປັດໄຈດຶງດູດ, ເຮັດໃຫ້ມີການເຄື່ອນຍ້ານພົນລະເມືອງ ຈາກຊົນນະບົດເຂົ້າສູ່ຕົວເມືອງ ແລະ ຈາກ ສປປ ລາວ ໄປຫາປະເທດອື່ນ ເພື່ອສະແຫວງຫາຊີວິດການເປັນຢູ່ທີ່ດີກວ່າ.
ປະເພດຂອງການຄ້າມະນຸດ ທີ່ພົ້ນເດັ່ນກວ່າໝູ່ ແມ່ນການຂູດຮິດທາງເພດ ແລະ ການຂູດຮີດແຮງງານ ດ້ວຍການຕົວະຍົວະຫຼອກລວງ ໃນຮູບການໄປທ່ອງທ່ຽວ, ຄ້າຂາຍ, ອອກແຮງງານ ແລະ ແຕ່ງດອງກັບຄົນຕ່າງປະເທດ ໂດຍບໍ່ຜ່ານອົງການທີ່ກ່ຽວຂ້ອງ.
ຕໍ່ກັບບັນຫາການຄ້າມະນຸດ, ອົງການສະຫະປະຊາຊາດ ໄດ້ໃຫ້ຄວາມສຳຄັນເປັນພິເສດ ດັ່ງນີ້:
- ໃນປີ 2010, ກອງປະຊຸມສະມັດຊາໃຫຍ່ຂອງ ສະຫະປະຊາຊາດ ໄດ້ຮັບຮອງເອົາ ແຜນຜະຕິບັດງານສາກົນ ກ່ຽວກັບ ການຕ້ານການຄ້າມະນຸດ.
- ຕໍ່ມາວັນທີ 18 ທັນວາ 2013, ກອງປະຊຸມສະມັດຊາໃຫຍ່ຂອງ ສະຫະປະຊາຊາດ ຄັ້ງທີ 68 ໄດ້ຮັບຮອງເອົາ ຍັດຕິ ເລກທີ 192 ກ່ຽວກັບ ການເພີ່ມທະວີ ຄວາມພະຍາຍາມ ໃນການປະສານງານ ເພື່ອການຕ້ານການຄ້າມະນຸດ ແລະ ຕົກລົງຮັບຮອງເອົາ ວັນທີ 30 ກໍລະກົດ ຂອງທຸກໆປີ ເປັນ “ ວັນສາກົນຕ້ານການຄ້າມະນຸດ ”.
ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມຄະນະນຳ ກໍໄດ້ປ່ອຍປຸ່ມເປົ້າເປີດ ຂະບວນການຍ່າງເພື່ອສຸຂະພາບ ລະນຶກວັນສຳຄັນດັ່ງກ່າວ ຢ່າງເປັນທາງການ; ຂະບວນການຍ່າງໃນຄັ້ງນີ້, ບັນດາຄະນະນຳ ແລະ ມວນຊົນ ໄດ້ເລີ່ມຍ່າງແຕ່ຈຸດສວນເຈົ້າຟ້າງຸ່ມ ຮອດຈຸດໄຟແດງນາຄຳ ແລ້ວກັບຄືນຈຸດສວນເຈົ້າຟ້າງຸ່ມ; ເຊິ່ງບັນດາທ່ານ ທີ່ເຂົ້າຮ່ວມຂະບວນການຍ່າງ ແມ່ນໄດ້ພ້ອມກັນນຸ່ງເສື້ອສີຂາວ – ຂຽວ ທີ່ມີຂໍ້ຄວາມຢູ່ດ້ານຫຼັງ ວ່າ: “ ຮ່ວມໃຈຕ້ານການຄ້າມະນຸດ ”; ເຊິ່ງບັນຍາກາດໂດຍລວມ ແມ່ນເຕັມໄປດ້ວຍຄວາມຟົດຟື້ນ ແລະ ມີຄວາມໝາຍ – ຄວາມສໍາຄັນ ເພື່ອເປັນການລະນຶກເຖິງວັນສຳຄັນດັ່ງກ່າວ.