ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍພືດຜັກທີ່ນໍາເຂົ້າຈາກປະເທດເພື່ອນບ້ານທີ່ບໍ່ຖືກຕ້ອງ ໃນວັນທີ 28 ກັນຍາ 2019 ທີ່ບ້ານທ່າມ່ວງ, ໂດຍມີ ທ່ານ ໂສວັນ ນຸພາພະວົງສີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ພ້ອມດ້ວຍ ທ່ານ ຄໍາແກ່ງ ດວງພະຈັນ ຮອງເຈົ້າເມືອງຫາດຊາຍຟອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສົມພູ ສີພູວົງ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ກ່າວວ່າ:
ໃນເວລາ 17:30 ຂອງວັນທີ 26 ກັນຍາ 2019, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫາດຊາຍຟອງ ໄດ້ສົມທົບກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ( ກົມການຄ້າພາຍໃນ ) ໄດ້ລົງກວດກາການນໍາເຂົ້າສິນຄ້າ ປະເພດພືດຜັກ ທີ່ນໍາເຂົ້າມາຈາກປະເທດເພື່ອນບ້ານ ໂດຍຜ່ານດ່ານຂົວມິດຕະພາບ ລາວ-ໄທ I.
ຜ່ານການກວດຕົວຈິງ ແມ່ນໄດ້ພົບເຫັນລົດຂົນສິນຄ້າດັ່ງກ່າວ ຈໍານວນ 3 ຄັນລົດ ເຊິ່ງບັນທຸກສິນຄ້າປະເພດພືດຜັກຕ່າງໆ ປະກອບມີ:
- ໝາກເຂືອ 50 ກິໂລກຼາມ
- ໝາກນອຍ 50 ກິໂລກຼາມ
- ໝາກງູງ້ຽວ 30 ກິໂລກຼາມ
- ຫົວຜັກກາດຂາວ 140 ກິໂລກຼາມ
- ຜັກກາດຕີນໝີ 525 ກິໂລກຼາມ
- ຜັກຫອມປ້ອມ 135 ກິໂລກຼາມ
- ຜັກກາດນາ 195 ກິໂລກຼາມ
- ຜັກຫອມບົ່ວ 720 ກິໂລກຼາມ
- ຜັກແປ້ນ 20 ກິໂລກຼາມ
- ຜັກຮ່ອງເຕ້ 15 ກິໂລກຼາມ
- ໝາກລິ້ນໄມ້ 110 ກິໂລກຼາມ
ລວມທັງໝົດມີ 11 ລາຍການ, 1.990 ກິໂລກຼາມ ແລະ ຄິດເປັນມູນຄ່າ 18.810.000 ກີບ.
ເຈົ້າໜ້າທີ່ ໃຫ້ຮູ້ຕື່ມອີກວ່າ: ຜ່ານການກວດກາເອກະສານ ເຫັນວ່າ ສິນຄ້າປະເພດພືດຜັກດັ່ງກ່າວ ແມ່ນບໍ່ໄດ້ນອນຢູ່ໃນລາຍການທີ່ແຈ້ງເສຍພາສີ, ສະນັ້ນຈຶ່ງໄດ້ເຮັດບົດບັນທຶກຢຶດສິນຄ້າ ພ້ອມທັງປັບໃໝເປັນຈໍານວນເງິນ 13.000.000 ກີບ.
ຜ່ານການກວດກາ ຕົວຢ່າງປະເພດຜັກທີ່ຢຶດມາໄດ້ໃນຄັ້ງນີ້ ທີ່ສົ່ງໄປກວດພິສູດ ຢູ່ສູນປ້ອງກັນພືດຂອງ ກະຊວງກະສິກໍາ ແລະ ປ່າໄມ້ ພົບວ່າ: ຜັກຫອມບົ່ວ, ໝາກລິ້ນໄມ້ ແລະ ໝາກເຂືອ ມີສານຕົກຄ້າງ ( ຢາຂ້າແມງໄມ້ ) ຢູ່ໃນລະດັບສູງສຸດກວ່າຄ່າທີ່ກໍານົດໄວ້.