ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ໄດ້ອອກແຈ້ງການເຖິງ ເຈົ້າຂອງ ລົດບັນທຸກໄມ້ ຈໍານວນ 25 ຄັນ ທີ່ຖືກໜ່ວຍງານສະເພາະກິດແຂວງຊຽງຂວາງ ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ຢຶດໄວ້ແຕ່ໃນວັນທີ 11 ກໍລະກົດ ທີ່ຜ່ານມາ, ເນື່ອງຈາກລະເມີດຕໍ່ຄໍາສັ່ງເລກທີ 15/ນຍ, ໃຫ້ມາພົວພັນເອົາຢູ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງພາຍໃນກໍານົດ 10 ວັນ ແຕ່ວັນທີ 3-13 ຕຸລາ 2019. ຖ້າຫາກກາຍກໍານົດດັ່ງກ່າວ, ຈະຖືກຢຶດເປັນຊັບສິນຂອງລັດ ທັງໄມ້ ແລະ ລົດ.
ເຈົ້າໜ້າທີ່ພະແນກຕໍາຫຼວດເສດຖະກິດ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ລົດບັນທຸກຈໍານວນດັ່ງກ່າວ ແມ່ນຢຶດໄວ້ຢູ່ໂຮງງານປຸງແຕ່ງໄມ້ ສຸກກະເສີມ ພັນທະວົງ ແລະ ໂຮງງານປຸງແຕ່ງໄມ້ ສຸນະລາດ ພັນ ທະວົງ. ຜ່ານການສືບສວນ-ສອບສວນ ເຈົ້າຂອງ ໂຮງງານປຸງແຕ່ງທັງ 2 ແຫ່ງ ໃຫ້ການວ່າ: ໄມ້ຈໍານວນດັ່ງກ່າວນີ້ ແມ່ນເປັນໄມ້ຂອງຄົນຫວຽດນາມ ທີ່ລັກລອບເອົາໄມ້ຂຶ້ນລົດໂດຍບໍ່ໄດ້ແຈ້ງຕໍ່ ເຈົ້າຂອງ ໂຮງງານ ຈຸດປະ ສົງແມ່ນຈະສົ່ງອອກໄປປະເທດ ສສ ຫວຽດນາມ ແລະ ເຈົ້າຂອງ ລົດແມ່ນໄດ້ເອົາຕົວຫຼົບໜີ. ໃນນີ້, ການລັກລອບເອົາໄມ້ຂຶ້ນໃສ່ລົດ ແມ່ນເປັນປະເພດລົດບັນທຸກ 12 ລໍ້ ລວມທັງໝົດຈໍານວນ 25 ຄັນ ແຕ່ລະຄັນມີໄມ້ເຕັມລົດ ປະເພດໄມ້ຕັບ, ໄມ້ເສັ້ນ ແລະ ໄມ້ປຸງແຕ່ງເປັນເຄື່ອງເຟີນີເຈີສໍາເລັດຮູບແລ້ວຈໍານວນໜຶ່ງ ມີບໍລິມາດທັງໝົດ 1.136,598 ແມັດກ້ອນມີດັ່ງນີ້:
ລົດບັນທຸກ ປະເພດ 12 ລໍ້ ຈໍານວນ 15 ຄັນ ທີ່ຈອດໄວ້ຢູ່ໂຮງງານປຸງແຕ່ງໄມ້ ສຸກກະເສີມ ພັນ ທະວົງ ທີ່ບໍ່ທັນມີ ເຈົ້າຂອງ ໄປພົວພັນເອົາປະ ກອບມີ:
- 1. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 2968 ກໍາແພງນະຄອນ,
- 2. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 1238 ຊຽງຂວາງ,
- 3. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 0955 ຊຽງຂວາງ,
- 4. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 9505 ກໍາແພງນະຄອນ,
- 5. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 2698 ກໍາແພງນະຄອນ,
- 6. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 0730 ຊຽງຂວາງ,
- 7. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1450 ຊຽງຂວາງ,
- 8. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 8888 ຫົວພັນ,
- 9. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 2488 ກໍາແພງນະຄອນ,
- 10. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1053 ຊຽງຂວາງ,
- 11. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1169 ຊຽງຂວາງ,
- 12. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-15842,
- 13. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-02719,
- 14. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 37c-07833
- 15. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 39c-14047.
ສ່ວນອີກຈໍານວນ 10 ຄັນທີ່ຈອດໄວ້ໂຮງງານປຸງແຕ່ງໄມ້ ສຸນະລາດ ພັນທະວົງ ໃຫ້ເຈົ້າຂອງລົດໄປພົວພັນເອົາດ່ວນ
- 1. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 6463 ຊຽງຂວາງ,
- 2. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1134 ຊຽງຂວາງ,
- 3. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 0987 ຊຽງຂວາງ,
- 4. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1454 ຊຽງຂວາງ,
- 5. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 4837 ກໍາແພງນະຄອນ,
- 6. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 0555 ຊຽງຂວາງ,
- 7. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-08398,
- 8. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-16729,
- 9. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-09939
- 10. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-11821.
ການກະທໍາດັ່ງກ່າວນີ້ ແມ່ນລະເມີດຕໍ່ຄໍາສັ່ງເລກທີ 15/ນຍ, ຄໍາແນະນໍາເລກທີ 2143/ອຄ.ກຂອ ມາດຕາ 101 ຂໍ້ 8, 9 ແລະ 13 ວ່າດ້ວຍກົດໝາຍໄມ້ (ຂໍ້ຫ້າມສໍາລັບນັກທຸກລະກິດ) ແລະ ກົດໝາຍອາຍາ ມາດຕາ 311 ວ່າດ້ວຍການລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກປ່າໄມ້ ມາດຕາ 327 ວ່າດ້ວຍການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ໂດຍບໍ່ຖືກຕ້ອງຕາມກົດໝາຍ.