ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ຄະນະພັກຮາກຖານ ຄະນະບັນນາທິການຂ່າວສານ ປກສ (ຄບສ) ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2019 ໂດຍການເປັນປະທານຂອງ ສະຫາຍ ພັອ ເພີນຄໍາ ແສງດາລາ ເລຂາຄະນະພັກຮາກຖານ ຫົວໜ້າຄະນະບັນນາທິການຂ່າວສານ ປກສ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີ ຄະນະພັກ-ຄະນະກົມ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.
ສະຫາຍ ພັທ ພອນສະຫວັນ ອຸດົມເພັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະບັນນາທິການຂ່າວສານ ປກສ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ ໂດຍຍົກໃຫ້ເຫັນ ຜົນງານການປະຕິບັດວຽກງານວິຊາສະເພາະ ຂອງແຕ່ລະກອງທີ່ຂຶ້ນກັບ ວ່າ:
+ ວຽກງານໜັງສືພິມ:
ໄດ້ປັບປຸງຍົກລະດັບ ໜັງສືພິມຄວາມສະຫງົບ “ສຽງຂອງກໍາລັງປ້ອງກັນຄວາມສະຫງົບ” ໃຫ້ມີເນື້ອໃນອຸດົມສົມບຸນ, ມີສິນລະປະ ແລະ ຖືກກັບພື້ນຖານເຕັກນິກຂອງໜັງສືພິມ ເຊັ່ນ: ມີການເພີ່ມຄໍລໍາ, ເພີ່ມໜ້າໜັງສືພິມຈາກ 12 ໜ້າ ຂຶ້ນເປັນ 16 ໜ້າ, ສອດສີຈາກ 2 ໜ້າ ເປັນ 4 ໜ້າ ໂດຍໄດ້ຮັບຄວາມສົນໃຈ ແລະ ການສັ່ງຈອງ ໜັງສືພິມຄວາມສະຫງົບ ມີທ່າອ່ຽງເພີ່ມຂຶ້ນ.
+ ວຽກງານວາລະສານ:
ໄດ້ນໍາພາປັບປຸງທາງດ້ານຮູບແບບ, ສີສັນ ແລະ ເນື້ອໃນຂອງບົດ ໃຫ້ແຫຼມຄົມ, ມີທັງທິດສະດີ-ພຶດຕິກໍາ, ພ້ອມທັງກາຍເປັນເວທີສະແດງຜົນງານ ການຂີດຂຽນບົດວິທະຍາສາດໃຫ້ນັກສຶກສາ ແລະ ນັກຄົ້ນຄວ້າໃນສະຖາບັນສຶກສາຕ່າງໆຂອງ ກໍາລັງປ້ອງກັນຄວາມສະຫງົບ ເຊິ່ງສາມາດຈັດພິມໄດ້ຖືກຕ້ອງທັນກັບກໍານົດເວລາລາຍເດືອນ.
+ ວຽກງານວິທະຍຸ:
ໄດ້ນໍາພາ ສະຖານີວິທະຍຸກະຈາຍສຽງ ປ້ອງກັນຄວາມສະຫງົບ ຜະລິດລາຍການອອກອາກາດເລີ່ມແຕ່ 5 ໂມງເຊົ້າ ແລະ ປິດເວລາ 24:00 ໂມງ, ມີທັງໝົດ 24 ລາຍການ, ອອກອາກາດສົດມີ 5 ລາຍການ, ຜະລິດເອງມີ 11 ລາຍການ ແລະ ຮ່ວມມືກັບພາກສ່ວນນອກຜະລິດມີ 13 ລາຍການ. ພ້ອມນັ້ນ, ເພື່ອເຮັດໃຫ້ການກະຈາຍສຽງກວ້າງຂວາງ ກໍໄດ້ມີການສ້າງຕັ້ງ ສະຖານີເຄືອຂ່າຍຮັບ-ສົ່ງສັນຍານວິທະຍຸ ຢູ່ 5 ຈຸດ ຄື: ແຂວງອຸດົມໄຊ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ຈໍາປາສັກ.
+ ວຽກງານໂທລະພາບ:
ນໍາພາການຜະລິດລາຍການອອກອາກາດ ສະຖານີໂທລະພາບ ປກສ, ໄດ້ມີການແຜ່ພາບທາງພາຍໃນ ແລະ ຕ່າງປະເທດຕະຫຼອດ 24 ຊົ່ວໂມງ, ມີລາຍການອອກອາກາດ 29 ລາຍການ, ລາຍການທີ່ຜະລິດເອງມີ 18 ລາຍການ ແລະ ຮ່ວມມືກັບພາກສ່ວນນອກມີ 11 ລາຍການ; ເຊິ່ງຜ່ານການອອກອາກາດບັນດາລາຍການດັ່ງກ່າວ ເຮັດໃຫ້ມວນຊົນມີຄວາມສົນອົກສົນໃຈ ແລະ ຮັບຊົມໂທລະພາບ ປກສ ຫຼາຍຂຶ້ນ.
+ ວຽກງານຫ້ອງການບໍລິຫານ-ຄົ້ນຄວ້າສັງລວມ:
ເປັນໃຈກາງໃນວຽກງານການເມືອງ-ແນວຄິດ, ເປັນເສນາທິການໃນການຄຸ້ມຄອງ, ກວດກາ, ອໍານວຍຄວາມສະດວກໃຫ້ແກ່ ການພົວພັນຮ່ວມມືກັບພາກສ່ວນຕ່າງໆ ແລະ ເປັນຂົວຕໍ່ໃຫ້ຄະນະພັກ ໃນການຊີ້ນໍາ-ນໍາພາວຽກງານວິຊາສະເພາະ ໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນ.
ທັ້ງນີ້, ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກທັງໝົດ 9 ສະຫາຍ, ເລືອກເອົາ 7 ສະຫາຍ ໄດ້ແກ່:
- ສະຫາຍ ພັອ ເພີນຄໍາ ແສງດາລາ ເປັນ ເລຂາຄະນະພັກຮາກຖານ
- ສະຫາຍ ພັທ ພອນສະຫວັນ ອຸດົມເພັດ ເປັນ ຮອງເລຂາ
- ສະຫາຍ ພັທ ສີພາ ສິງທອງ ເປັນ ປະທານກວດກາພັກ
- ສະຫາຍ ພັທ ພອນພິລຸນ ປັນຍາສີລິ ເປັນ ຮອງປະທານກວດກາພັກ ແລະ ອີກ 3 ສະຫາຍ ເປັນ ຄະນະ
ເພື່ອສືບຕໍ່ປັບປຸງ ວຽກງານສື່ມວນຊົນ ປກສ ໃຫ້ກ້າວຂຶ້ນສູ່ຄຸນນະພາບໃໝ່, ເນື້ອໃນການໂຄສະນາ ຈະຕ້ອງສ່ອງແສງເຖິງລັກສະນະຕົວຈິງ, ສຶກສາອົບຮົມ, ຈັດຕັ້ງຊີ້ນໍາ ແລະ ລັກສະນະຕໍ່ສູ້; ພ້ອມທັງ ຕ້ອງເອົາໃຈໃສ່ຂະຫຍາຍ ແລະ ຄຸ້ມຄອງ ສື່ມວນຊົນ ປກສ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ຕໍ່ເນື່ອງ, ເປັນແຫຼ່ງສະໜອງຂໍ້ມູນທີ່ສໍາຄັນ, ເປັນກະບອກສຽງທີ່ແຫຼມຄົມຂອງພັກ ແລະ ຂອງກຳລັງ ປກສ ທີ່ໜ້າເຊື່ອຖື ແລະ ກ້າວສູ່ຍຸກ 4.0 ພາຍໃຕ້ຄໍາຂວັນ: ” ຖືກຕ້ອງ, ວ່ອງໄວ, ເຊື່ອຖືໄດ້, ທັນສະໄໝ ແລະ ຮັບໃຊ້ປະຊາຊົນ “.