ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປະກາດການຈັດຕັ້ງ ໃນວັນທີ 29 ກັນຍາ ຜ່ານມາ, ໂດຍການເປັນປະທານ ພົຕ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ພົຈວ ສີພອນ ຈັນສົມວົງ ຫົວ ໜ້າການເມືອງ ກອງບັນຊາການທະຫານ ນວ, ພ້ອມດ້ວຍຄະນະພັກ-ຄະນະກອງບັນຊາການ ແລະ ກົມກອງອ້ອມຂ້າງ ຕະຫຼອດຮອດພະ ນັກງານ-ນັກຮົບ ເຂົ້າຮ່ວມ
ໃນພິທີ, ພັອ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຄຳສັ່ງ ວ່າດ້ວຍການໂຍກຍ້າຍນາຍທະຫານ ໄປຮັບໜ້າທີ່ໃໝ່ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກອງບັນຊາການ ແລະ ຄະນະຫ້ອງ ຂອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີດັ່ງນີ້: ໂຍກຍ້າຍ ພັອ ສີ ທະວີໄຊ ຫົວໜ້າການທະຫານ ກອງບັນຊາການທະຫານ ນວ ຜູ້ເກົ່າ ໄປຮັບໜ້ທີ່ໃໝ່ ຢູ່ແຂວງສະຫວັນນະເຂດ ແລະ ແຕ່ງຕັ້ງ ພັອ ບຸນວານ ພົມມະວົງ ເປັນຫົວໜ້າການທະຫານ ກອງບັນຊາການທະຫານ ນວ ຜູ້ໃໝ່. ນອກຈາກນີ້, ແຕ່ງຕັ້ງ ພັທ ບຸນລິດ ສີສຸພອນ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານນວ ແລະ ແຕ່ງຕັ້ງ ພັທ ຄຳສິງ ພົນປະເສີດ ເປັນຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ນວ.
ໃນໂອກາດນີ້, ພົຕ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຜູ້ທີ່ຖືກໂຍກຍ້າຍ ແລະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງພາລະບົດບາດການຊີ້ນຳ-ນຳພາ, ບັນຊາໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສຸມໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງຂຶ້ນ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ເຂັ້ມແຂງ, ເພີ່ມທະວີຝຶກຝົນຫຼໍ່ຫຼອມຕົນເອງໃນການຊອກຮູ້ຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ກາຍເປັນນາຍທະຫານຂັ້ນນຳພາ-ບັນຊາ ເພື່ອປັບປຸງລະບຽບແບບແຜນວິທີເຮັດວຽກ ໃຫ້ທັນສະໄໝສູງຂຶ້ນເປັນກ້າວໆ, ພ້ອມທັງໃຫ້ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ,ເຮັດວຽກລວມສູນປະຊາທິປະໄຕເປັນໝູ່ຄະນະ ແລະ ແບ່ງຄວາມຮັບຜິດ ຊອບໃຫ້ບຸກຄົນ ເພື່ອປະຕິບັດໜ້າທີ່ ທີ່ພັກ-ລັດ ກໍ ຄື ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ມີຜົນສຳເລັດເປັນຢ່າງດີ.