ໜ້າຫຼັກ Tags ແຂວງຜົ້ງສາລີ

Tag: ແຂວງຜົ້ງສາລີ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

ແຂວງຜົ້ງສາລີ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນຕອນເຊົ້າ ວັນທີ 16 ມັງກອນ 2019 ທີ່ສະໜາມກິລາເທດສະບານ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ມີບັນດາການນຳພັກ-ລັດແຂວງ, ພະນັກງານອາວຸໂສບໍານານ, ນາຍ ແລະ ພົນທະຫານ, ນາຍ...

ແຜ່ນດິນໄຫວ 4,7 ຣິກເຕີ ຢູ່ພາກເໜືອຂອງ ສປປ ລາວ

ຈາກບົດລາຍງານຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຕໍ່ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 15 ມັງກອນ 2019 ໃຫ້ຮູ້ວ່າ: ເກີດເຫດແຜ່ນໄຫວ ຢູ່ແຂວງຜົ້ງສາລີ ເຊິ່ງມີຄວາມແຮງສັ່ນສະເທືອນ 4,7 ຣິກເຕີ ແຕ່ບໍ່ມີລາຍງານກ່ຽວກັບ ຄວາມສູນເສຍດ້ານຕ່າງໆ.

ຮອງປະທານປະເທດ ເນັ້ນໃຫ້ ຄະນະນຳເມືອງໃໝ່ ເອົາໃຈໃສ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ໃນໂອກາດທີ່ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ເມືອງໃໝ່ ແຂວງຜົ້ງສາລີ ໃນອາທິດແລ້ວນີ້, ທ່ານໄດ້ມີການພົບປະໂອ້ລົມ ໂດຍເນັ້ນໃຫ້ການນຳ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງ ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາ ການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແນໃສ່ຮັບປະກັນໃຫ້ສະພາບພາຍໃນເມືອງມີຄວາມສະຫງົບ, ພໍ່-ແມ່ປະຊາຊົນດຳລົງຊີວິດດ້ວຍຄວາມປອດໄພ.

ແຂວງຜົ້ງສາລີ ເປີດປີທ່ອງທ່ຽວລາວ 2018 ແລະ ເທດສະການດື່ມນໍ້າຊາ

ໃນວັນທີ 9 ພະຈິກ 2018, ແຂວງຜົ້ງສາລີ ໄດ້ເປີດປີທ່ອງທ່ຽວລາວ 2018 ແລະ ເທດສະການດື່ມນໍ້າຊາ ຕິດພັນກັບ ກິດຈະກໍາຕ່າງໆດ້ວຍບັນຍາກາດຄຶກຄື້ນ ແລະ ມ່ວນຊື່ນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ຄຳເຈນ ວົງໂພສີ...

ຜົ້ງສາລີ – ດຽນບ່ຽນ ແລກປ່ຽນບົດຮຽນວຽກງານ ພັດທະນາເສດຖະກິດ – ສັງຄົມ

ໃນອາທິດຜ່ານມາ, ຄະນະຜູ້ແທນແຂວງຜົ້ງສາລີ ສປປ ລາວ ຮ່ວມກັບ ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນວຽກງານ ພັດທະນາເສດຖະກິດ-ສັງຄົມຢູ່ຫ້ອງວ່າການແຂວງຜົ້ງສາລີ, ຝ່າຍລາວນຳໂດຍ ທ່ານ ແພງ ລີລາວົງ ຮອງເຈົ້າແຂວງໆຜົ້ງສາລີ ແລະ ຝ່າຍ ສສ ຫວຽດນາມ ນຳໂດຍ ທ່ານ...

ປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ ແຂວງຜົ້ງສາລີ

ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຜົ້ງສາລີ ໃນລະຫວ່າງວັນທີ 18-20 ຕຸລາ 2018, ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄໍາເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ພ້ອມຄະນະ.

ແມ່ ຈັບພ້າປາດຄໍ ລູກສາວ ອາຍຸ 2 ປີ ເສຍຊີວິດ

ເສົ້າສະຫຼົດໃຈ ໃຜຈະຄາດຄິດ ຜູ້ເປັນແມ່ອາຍຸ 37 ປີ ມີອາການຄ້າຍຄືປະສາດຫຼອນ ຈັບພ້າປາດຄໍລູກສາວຕົວເອງ ອາຍຸ 2 ປີ ເສຍຊີວິດຄ່າທີ່ ໃນວັນທີ 14 ສິງຫາ 2018 ຢູ່ບ້ານຫ້ວຍຍາງ ເມືອງຂວາ ແຂວງຜົ້ງສາລີ. ເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນ ຫາສາເຫດແຮງຈູງໃຈກໍ່ເຫດຄາດຕະກໍາໃນຄັ້ງນີ້. ຮອ ບຸນທະວີ ຄໍາແສງວົງ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ...

ປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ ຄົບຮອບ 55 ປີ

ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປກສ ແຂວງຜົ້ງສາລີ ຄົບຮອບ 55 ປີ ( 11 ພຶດສະພາ 1963-11 ພຶດສະພາ 2018) ຂຶ້ນໃນວັນທີ 23 ພຶດສະພາ 2018, ໂດຍການປາຖະກະຖາຂອງ ພັທ ຢີນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ...

ເມືອງຍອດອູ ແຂວງຜົງສາລີ ສະເຫຼີມສະຫຼອງເປີດປີທ່ອງທ່ຽວລາວ 2018

ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີສະເຫຼີມສະຫຼອງເປີດປີທ່ອງທ່ຽວລາວ ປີ 2018 ຂຶ້ນໃນວັນທີ 29 ເມສາ 2018 ທີ່ເດີ່ນຕະຫຼາດໃໝ່ ເມືອງຍອດອູ ເຂົ້າຮ່ວມເປັນກຽດລັ່ນຄ້ອງ 9 ບາດ ແລະ ຕັດແຖມຜ້າເພື່ອເປີດງານຢ່າງເປັນທາງການໂດຍ ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ, ທັງເປັນປະທານຊີ້ນຳຂັ້ນແຂວງຈັດປີທ່ອງທ່ຽວລາວ 2018 ແລະ ທ່ານ...

ເຜີຍແຜ່ວິທີປ້ອງກັນຮັກສາສຸຂະພາບ ໃຫ້ພະນັກງານ-ນັກຮົບ 3 ພາກສ່ວນ

ພັທ ສົມສັກ ອຸ່ນມີໄຊ ຮອງຫົວໜ້າຫ້ອງພະລາທິການ ປກສ ແຂວງຜົ້ງສາລີ ພ້ອມຄະນະ ໄດ້ເຄື່ອນໄຫວເຜີຍແຜ່ບົດແນະນຳວິທີການປ້ອງກັນຮັກສາສຸຂະພາບ ແລະ ກວດສຸຂະພາບໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດກອງບັນຊາການ ປກສ ເມືອງບຸນເໜືອ, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ແລະ ດ່ານປ່າຄາ ໃນລະຫວ່າງວັນທີ 11-13 ເມສາ 2018...