ອົງການອະນາໄມໂລກ (WHO) ສົ່ງວັກແຊັງຕ້ານໄວຣັສອີໂບລາຊຸດທຳອິດ 4.000 ຊຸດ ໄປຍັງຄົງໂກ ແລ້ວ ໃນວັນທີ 16 ພຶດສະພາ ທີ່ຜ່ານມາ ເຊິ່ງນັບວ່າເປັນການຈັດສົ່ງວັກແຊັງທົດລອງຊຸດທຳອິດທີ່ໄດ້ມີການພັດທະນາ ຫຼັງຈາກທີ່ພະຍາດອີໂບລາ ໄດ້ມີການລະບາດຄັ້ງໃຫຍ່ໃນ 2 ປີຜ່ານມາ.

ບໍລິສັດເມີກ ເຊິ່ງເປັນຜູ້ພັດທະນາວັກແຊັງ ຍັງບໍ່ໄດ້ຮັບໃບອະນຸຍາດຢ່າງເປັນທາງການ ແຕ່ສາມາດພິສູດໄດ້ວ່າ: ໃຊ້ໄດ້ຢ່າງມີປະສິດທິພາບໃນການທົດລອງຢ່າງຈຳກັດ ໃນອາຟຣິກກາຕາເວັນຕົກ ໃນໄລຍະທີ່ພະຍາດອີໂບລາລະບາດຄັ້ງໃຫຍ່ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 11.300 ຄົນ ໃນປະເທດກິເນ, ໄລບີເຣຍ ແລະ ເຊຍຣາລີໂອນ ລະຫວ່າງປີ 2014-2016. ເຈົ້າໜ້າທີ່ສາທາລະນະສຸກ ຄາດຫວັງວ່າ: ການສົ່ງວັກແຊັງຄັ້ງນີ້ ຈະສາມາດໃຊ້ຄວບຄຸມການລະບາດຄັ້ງຫຼ້າສຸດໃນ ສາທາລະນະລັດ ປະຊາທິປະໄຕ ຄົງໂກ ເຊິ່ງອົງການອະນາໄມໂລກ ຄາດວ່າມີຜູ້ເສຍຊີວິດໄປແລ້ວ 20 ຄົນ ນັບຕັ້ງແຕ່ເດືອນເມສາ ທີ່ຜ່ານມາ.