ມໍແກນ ສະແຕນລີ ບໍລິສັດທາງການເງິນລະດັບໂລກ ອອກລາຍງານໃນວັນທີ 17 ພຶດສະພາ ທີ່ຜ່ານມາວ່າ: ຄວາມຕ້ອງການນ້ຳມັນດີເຊວ (ກາຊວນ) ແລະ ນ້ຳມັນສຳລັບເຮືອບິນ ຈະຊຸກຍູ້ໃຫ້ລາຄານ້ຳມັນດິບ ເບຣນ ເພີ່ມຂຶ້ນເຖິງລະດັບ 90 ໂດລາ ໃນປີ 2020 ເຊິ່ງກ່ອນໜ້ານີ້ ມໍແກນ ສະແຕນລີ ຄາດການວ່າ ລາຄານ້ຳມັນຈະມີຄ່າສະເລ່ຍ ປະມານ 65 ໂດລາ ໃນປີ 2020.

ທັ້ງນີ້, ລາຄານ້ຳມັນດິບ ເບຣນ ໄດ້ເພີ່ມຂຶ້ນເຖິງລະດັບ 79,47 ໂດລາສະຫະລັດຕໍ່ບາເຣວ ໃນວັນທີ 16 ພຶດສະພາ ຜ່ານມາ ເຊິ່ງເປັນລະດັບສູງສຸດໃນຮອບ 3 ປີເຄິ່ງ ໂດຍໄດ້ແຮງສະໜັບສະໜູນມາຈາກການທີ່ ປະທານາທິບໍດີ ໂດໂນ ທຣຳ ປະກາດຖອນຕົວອອກຈາກຂໍ້ຕົກລົງນິວເຄຣຍ ອີຣານ. ລາຄານ້ຳມັນດິບ ເບຣນ ຍັງບໍ່ເຄີຍເພີ່ມຂຶ້ນເຖິງລະດັບ 90 ໂດລາສະຫະລັດຕໍ່ບາເຣວ ເລີຍ ນັບຕັ້ງແຕ່ເດືອນຕຸລາ ປີ 2014.

ມໍແກນ ສະແຕນລີ ລະບຸວ່າ: ຈາກການຄຳນວນຂອງບໍລິສັດ ປະລິມານການຜະລິດນ້ຳມັນທົ່ວໂລກຈະຕ້ອງເພີ່ມຂຶ້ນ 5,7 ລ້ານບາເຣວຕໍ່ມື້ ພາຍໃນປີ 2020 ເພື່ອໃຫ້ສາມາດຮັບຮອງຄວາມຕ້ອງການໃຊ້ນ້ຳມັນກັ່ນຕອງ, ເຊິ່ງບໍລິສັດຄາດການວ່າ: ບໍ່ມີທາງເປັນໄປໄດ້ ຈຶ່ງເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນຈາກການທີ່ມີຄວາມຕ້ອງການ ຢູ່ໃນລະດັບສູງກວ່າ ການຈັດສົ່ງ.