ລັດຖະບານ ລາຍງານຄວາມຄືບໜ້າຂອງບັນດາໂຄງການໃຫຍ່ລະດັບຊາດ ປັດຈຸບັນແມ່ນສາມາດຈັດຕັ້ງປະຕິບັດໄດ້ລື່ນຄາດໝາຍ 4% ແລະ ກຳລັງເລັ່ງຢ່າງເຄັ່ງຮ້ອນ ເປັນຕົ້ນແມ່ນບັນດາເສັ້ນທາງຫຼວງແຫ່ງຊາດ ໂດຍໄດ້ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ຜູ້ລົງທຶນດໍາເນີນການກະກຽມຂັ້ນຕອນຕ່າງໆ ເພື່ອໃຫ້ບັນດາໂຄງການດັ່ງກ່າວ ສາມາດເຂົ້າສູ່ຂັ້ນຕອນການກໍ່ສ້າງໃຫ້ໄວທີ່ສຸດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະໃໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາ 4 ເດືອນ, ຄາດຄະເນການປະຕິບັດແຜນ 6 ເດືອນຕົ້ນປີ 2018 ແລະ ທິດທາງຈຸດສຸມ ປະຈໍາ 6 ເດືອນທ້າຍປີ 2018 ໃນວັນທີ 5 ມິຖຸນາຜ່ານມາ ເຊິ່ງໃນນີ້ໄດ້ຍົກໃຫ້ເຫັນບັນດາໂຄງການໃຫຍ່ລະດັບຊາດທີ່ພວມດໍາເນີນຢ່າງເຄັ່ງຮ້ອນ ເປັນຕົ້ນແມ່ນບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງເຊື່ອມໂຍງກັບຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງ ສປ ຈີນ. ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເຊິ່ງມາເຖິງເດືອນພຶດສະພາ 2018 ມີຄວາມຄືບໜ້າ 33,7% ລື່ນຄາດໝາຍ 4%. ໂຄງການຂະຫຍາຍສະໝາມບິນສາກົນວັດໄຕ ປະຕິບັດໄດ້ 99,2%, ສໍາເລັດການເຈລະຈາ ແລະ ອະນຸມັດການເຊັນສັນຍາສໍາປະທານໂຄງການກໍ່ສ້າງທາງດ່ວນຊ່ວງ ທີ 1 ແຕ່ນະຄອນຫຼວງວຽງຈັນ-ວັງວຽງ ຄວາມຍາວ 109 ກິໂລແມັດ ແລະ ກໍາລັງລົງມືກະກຽມກໍ່ສ້າງທ້າຍປີ 2018 ນີ້, ໄດ້ສຶກສາຄວາມເປັນໄປໄດ້ການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ່ຍ (ສສ ຫວຽດນາມ) ໂດຍໄດ້ຮັບການຊ່ວຍເຫຼືອຈາກອົງການໄຈກ້າປະເທດຍີປຸ່ນ, ເຊິ່ງປັດຈຸບັນກໍາລັງດໍາເນີນໄລຍະສຸດທ້າຍ. ສໍາເລັດການສໍາຫຼວດເສດຖະກິດ-ເຕັກນິກ (FS) ໂຄງການເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ-ຄໍາມ່ວນ-ມຸຍຢ່າ-ທ່າເຮືອຫວຸ້ງອ່າງ (ສສ ຫວຽດນາມ) ໂດຍການຊ່ວຍເຫຼືອຈາກອົງການ KOICA ປະເທດ ສ ເກົາຫຼີ. ໄດ້ປັບປຸງບູລະນະເສັ້ນທາງຫຼວງແຫ່ງຊາດ ເປັນຕົ້ນແມ່ນເສັ້ນທາງເລກທີ 13, ເສັ້ນທາງ R3 ແລະ ເສັ້ນທາງເລກທີ 12 ເພື່ອໃຫ້ນໍາໃຊ້ໄດ້ຢ່າງປົກກະຕິ.

ນອກນີ້, ລັດຖະບານໄດ້ເອົາໃຈໃສ່ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງໂຄງການລົງທຶນຕ່າງໆທີ່ໄດ້ອະນຸມັດ ເຊັ່ນ: ໂຄງການສາຍສົ່ງແຫ່ງຊາດ ມີ 5 ໂຄງການ, ໂຄງການເຄື່ອນໄຟຟ້າພະລັງງານນໍ້າ ຈຸດໄຊຍະບູລີ, ດອນສະໂລງ, ນໍ້າເທີນ 1, ເຊປ່ຽນ-ເຊນໍ້ານ້ອຍ, ນໍ້າງຽບ 1, ນໍ້າອູໄລຍະ 2, ນໍ້າທາ 1, ເຊລະນອງ 1, ໂຄງການພັດທະນາທ່າບັກຢູ່ແຂວງສະຫວັນນະເຂດ ແລະ ຫຼວງນໍ້າທາ ເຊິ່ງຄາດວ່າ ໂຄງການນີ້ຈະສາມາດປະຕິບັດສໍາເລັດຕາມເວລາທີ່ກໍານົດໄວ້. ພ້ອມກັນນີ້, ລັດຖະບານກໍ່ໄດ້ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ຜູ້ລົງທຶນດໍາເນີນການກະກຽມຂັ້ນຕອນຕ່າງໆຂອງໂຄງການໃຫຍ່ລະດັບຊາດ ທີ່ໄດ້ ອະນຸມັດໃຫ້ສຶກສາ-ສໍາຫຼວດຄວາມເປັນໄປໄດ້ນັ້ນໃຫ້ສໍາເລັດ, ເພື່ອໃຫ້ບັນດາໂຄງການດັ່ງກ່າວ ສາມາດເຂົ້າສູ່ຂັ້ນຕອນການກໍ່ສ້າງໃຫ້ໄວທີ່ສຸດ ເຊັ່ນ: ໄດ້ເຊັ່ນ MOU ໂຄງການ Smart City ຢູ່ແຂວງຫຼວງນໍ້າທາ, ຈະເຊັນສັນຍາໂຄງການມະຫານາທິສີພັນດອນ.