ໜຶ່ງໃນຮູບແບບອັນແນບນຽນຂອງເປົ້າໝາຍກໍ່ອາຊະຍາກຳ ແມ່ນຫຼັງຈາກທີ່ພວກເຂົາກໍ່ເຫດ ສ່ວນຫຼາຍແມ່ນຈະຫາວິທີເອົາຕົວຫຼົບໜີອອກນອກປະເທດ ຫຼື ປະເທດທີສາມ ເພື່ອເປັນການຫຼົບໜີຈາກຄວາມຜິດທີ່ກໍ່ຂຶ້ນ; ຍັງມີຫຼາຍກໍລະນີຜູ້ກໍ່ເຫດ ແມ່ນໄດ້ມີການວາງແຜນໄວ້ກ່ອນກໍ່ເຫດ ໂດຍຈອງປີ້ເຮືອບິນໄວ້ກ່ອນເມື່ອກໍ່ເຫດແລ້ວ ແມ່ນກຽມເອົາຕົວຫຼົບໜີໃນທັນທີ, ແຕ່ເຖິງວ່າພວກເຂົາຈະມີຮູບແບບການຫຼົບໜີທີ່ແນບນຽນຊໍ່າໃດ ເຖິງແນວໃດພວກເຂົາກໍຕ້ອງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ ຮັບໂທດຕາມການກະທຳຂອງຕົນກໍ່ໄວ້ຢ່າງແນ່ນອນ.

ດັ່ງເຫດຄະດີທີ່ເກີດຂຶ້ນໃນຕົ້ນປີ 2018, ທີ່ເຂດເຕີ້ຍໂຮ່ ນະຄອນຫຼວງຮ່າໂນ້ຍ ເກີດເຫດມີຄົນຖືກເຜົາທັງເປັນ ເຫດການດັ່ງກ່າວເຮັດໃຫ້ສັງຄົມເກີດຄວາມວາດລະແວງ ແລະ ມີຫາງສຽງວິພາກວິຈານເປັນບໍລິເວນກວ້າງ. ເຫດການທີ່ເກີດຂຶ້ນ ແມ່ນຍ້ອນສາເຫດຄວາມຫຶງຫວງ ລະຫວ່າງບ່າວ-ສາວ ຄື ນາງ ຫງວຽນທິ H ອາຍຸ 34 ປີ ຢູ່ຄຸ້ມຝູເທື້ອງ ເຂດເຕີ້ຍໂຮ່ ນະຄອນຫຼວງຮ່າໂນ້ຍ ຖືກແຟນໜຸ່ມຊາວອັງກິດ ຊື່ ທ້າວ Iredale Gary ເອົານ້ຳມັນຫົດແລ້ວຈູດ ເຮັດໃຫ້ ນາງ H ຖືກໄຟໄໝ້ໄດ້ຮັບບາດເຈັບສາຫັດ. ແຕ່ຍ້ອນຜູ້ກໍ່ເຫດໄດ້ຊື້ປີ້ຍົນໄວ້ກ່ອນໜ້ານີ້ແລ້ວ ສະນັ້ນເມື່ອກໍ່ເຫດແລ້ວຜູ້ກ່ຽວແມ່ນໄດ້ເອົາຕົວຫຼົບໜີໂດຍຂີ່ເຮືອບິນຂ້າມໄປຮອດນະຄອນຫຼວງບາງກອກ (ປະເທດໄທ) ໃນເວລາຕໍ່ມາບໍ່ເທົ່າໃດຊົ່ວໂມງ.

ຈາກເຫດການດັ່ງກ່າວທີ່ເກີດຂຶ້ນ, ໄດ້ເຮັດໃຫ້ສື່ສັງຄົມອອນລາຍ ກໍຄືປະຊາຊົນໃນເຂດນັ້ນສະແດງຄວາມບໍ່ພໍໃຈກັບການກະທຳຂອງຜູ້ກໍ່ເຫດຄັ້ງນີ້ ເຊິ່ງເປັນຊາວຕ່າງຊາດ ກໍ່ເຫດກັບຄົນໃນປະເທດຕົນ ແລ້ວເອົາຕົວຫຼົບໜີໄດ້ເປັນຢ່າງຍິ່ງ; ນອກຈາກນັ້ນ, ສື່ໜັງສືພິມ Daily Mail, The Sun, Miror ແລະອື່ນໆ ໄດ້ລົງຂ່າວເປັນສຽງດຽວກັນວ່າ ຕ້ອງນຳຕົວເປົ້າໝາຍກັບໄປຮັບໂທດໃຫ້ໄວທີ່ສຸດ.

ຫຼັງຈາກໄດ້ຮັບແຈ້ງເຫດຕໍ່ກັບເຫດການທີ່ເກີດຂຶ້ນດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນຄະດີອາຍາ ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ໄດ້ຮີບຮ້ອນລົງກວດກາສະພາບການທີ່ເກີດຂຶ້ນຕົວຈິງ; ຜ່ານການກວດສອບປະຫວັດ ຈຶ່ງຮູ້ວ່າ ຜູ້ກໍ່ເຫດແມ່ນໄດ້ນຳໃຊ້ 2 ສັນຊາດ ຄື: ສັນຊາດອັງກິດ ແລະ ອົດສະຕາລີ. ໃນການນຳໃຊ້ໜັງສືຜ່ານແດນຜູ້ກ່ຽວແມ່ນໃຊ້ໜັງສືທີ່ເປັນຄົນອົດສະຕາລີ. ດັ່ງນັ້ນ, ຈຶ່ງໄດ້ສ້າງຄວາມຫຍຸ້ງຍາກໃຫ້ເຈົ້າໜ້າທີ່ພວກເຮົາໃນວຽກສືບສວນ-ສອບສວນພໍສົມຄວນ.

ທີ່ສຳຄັນກ່ອນໜ້າທີ່ເຈົ້າໜ້າທີ່ຜູ້ຊີ້ນຳຄະດີດັ່ງກ່າວ ຈະອອກຄຳສັ່ງໃຫ້ດຳເນີນຄະດີຕໍ່ຜູ້ກ່ຽວ ໃນສະຖານຄາດຕະກຳຄົນອື່ນໂດຍເຈດຕະນາ ຜູ້ກ່ຽວໄດ້ເອົາຕົວຫຼົບໜີອອກນອກປະເທດ, ໂດຍຂີ່ເຮືອບິນຈາກຫວຽດນາມໄປປະເທດໄທ ຈາກນັ້ນໄປຕໍ່ທີ່ປະເທດຟິລິບປິນ ໃນເວລາບໍ່ເທົ່າໃດຊົ່ວໂມງ. ເວລາຕໍ່ມາເຈົ້າໜ້າທີ່ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ກໍໄດ້ສົມທົບກັບຜູ້ຊີ້ນຳຂັ້ນເທິງ ເພື່ອອອກຄຳສັ່ງ ແລະ ຂຶ້ນເປົ້າໝາຍໄລ່ຊອກໄລ່ຈັບເປົ້າໝາຍສາກົນຕໍ່ກັບການກະທຳຜິດຂອງຜູ້ກ່ຽວ ແມ່ນຄາດຕະກຳຜູ້ອື່ນໂດຍເຈດຕະນາ.

ຕາມການລາຍງານຂອງເຈົ້າໜ້າທີ່ຕິດຕາມເປົ້າໝາຍສາກົນໃຫ້ຮູ້ວ່າ: ຫຼັງຈາກຜູ້ກ່ຽວໄດ້ເອົາຕົວຫຼົບໜີໄປຟິລິບປິນແລ້ວ ຜູ້ກ່ຽວຍັງຫຼົບໜີໄປອີກຫຼາຍປະເທດຕື່ມອີກ; ແຕ່ເຖິງຢ່າງໃດກໍຕາມ, ມາຮອດເດືອນມີນາ 2018 ຜູ້ກ່ຽວແມ່ນຖືກຕົກເຂົ້າໃນກຳມືຂອງເຈົ້າໜ້າທີ່ຕຳຫຼວດປະເທດເປຣູ. ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດເປຣູ ໃຫ້ຮູ້ວ່າ: ທ້າວ Iredale Gary ແມ່ນມີຄຳສັ່ງຈັບຕົວຈາກສາກົນ; ເມື່ອຕິດຕາມຮູ້ການເຄື່ອນໄຫວຂອງຜູ້ກ່ຽວໄດ້ ເຈົ້າໜ້າທີ່ໄດ້ເຂົ້າຈັບຕົວຜູ້ກ່ຽວ ແລະ ສົ່ງຂ່າວມາເຖິງເຈົ້າໜ້າທີ່ຕຳຫຼວດຫວຽດນາມຊາບ.

ເມື່ອໄດ້ຮັບແຈ້ງຂ່າວດັ່ງກ່າວ, ອົງການສືບສວນ-ສອບສວນ ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ໄດ້ສະເໜີຂໍຄຳເຫັນຂອງຜູ້ຊີ້ນຳແຕ່ລະຂັ້ນ ພ້ອມທັງສົມທົບກັບທຸກພາກສ່ວນ ເພື່ອຂໍເອົາຜູ້ຖືກຫາໃນຄະດີດັ່ງກ່າວກັບຄືນມາ ຫວຽດນາມ ໃຫ້ໄວທີ່ສຸດ.

ຕາມພະນັກງານສືບສວນ-ສອບສວນ ທ່ານໜຶ່ງໃຫ້ຮູ້ວ່າ: ຕາມພາກທີ 1 ມາດຕາ 32 ຂອງກົດໝາຍ ວ່າດ້ວຍການນຳສົ່ງຜູ້ຮ້າຍຂ້າມແດນ ປີ 2007 ໄດ້ກຳນົດວ່າ ການນຳສົ່ງຜູ້ຮ້າຍຂ້າມແດນ ແມ່ນໜ້າວຽກຂອງປະເທດໜຶ່ງສົ່ງໄປອີກປະເທດໜຶ່ງທີ່ກ່ຽວຂ້ອງທີ່ຜູ້ກ່ຽວໄດ້ກໍ່ເຫດຄະດີໄວ້ ເພື່ອໃຫ້ປະເທດດັ່ງກ່າວນຳຕົວບຸກຄົນນັ້ນມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ປັດຈຸບັນ, ຫວຽດນາມໄດ້ລົງນາມເຊັນສັນຍາຕໍ່ກັບການສົ່ງຕົວຜູ້ຮ້າຍຂ້າມແດນກັບຫຼາຍປະເທດເຊັ່ນ: ລັດເຊຍ, ກູບາ, ລາວ, ສ ເກົາຫຼີ, ແອງຈີລີ ແລະ ອີກຫຼາຍປະເທດໃນໂລກ. ສະນັ້ນ, ບຸກຄົນທີ່ມີການກະທຳຜິດໃນປະເທດຫວຽດນາມ ແລ້ວເອົາຕົວຫຼົບໜີໄປປະເທດອື່ນ ໂດຍສະເພາະຢູ່ຕາມບັນດາປະເທດທີ່ໄດ້ເຊັນຮ່ວມສັນຍາສົ່ງຕົວຜູ້ຮ້າຍຂ້າມແດນ ແມ່ນຈະຖືກຈັບຕົວ ແລະ ສົ່ງໃຫ້ປະເທດຕົ້ນເຫດຕາມສັນຍາດັ່ງກ່າວ.

ສ່ວນບຸກຄົນທີ່ກໍ່ເຫດ ແລະ ໂຕນໜີໄປຢູ່ປະເທດທີ່ບໍ່ທັນໄດ້ມີສັນຍາສົ່ງຜູ້ຮ້າຍກັບ ຫວຽດນາມ ນັ້ນ ແມ່ນຂຶ້ນກັບປະເທດນັ້ນຈະນຳໃຊ້ວິທີການໄປ-ກັບ. ຍ້ອນວ່າປະເທດຫວຽດນາມ ຍັງບໍ່ທັນໄດ້ເຊັນສັນຍາກັບປະເທດເປຣູ ດັ່ງນັ້ນເປົ້າໝາຍ Iredale Gary ແມ່ນຈະຖືກທາງການຂອງເປຣູ ໃຊ້ຮູບແບບການນຳສົ່ງມາແລ້ວ ຈະຖືກນຳຕົວກັບຄືນຄືເກົ່າ.

ດັ່ງຫຼາຍປີກ່ອນ, ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ໄດ້ແກ້ໄຂຄະດີກຸ່ມກໍ່ອາຊະຍາກຳທາງເອເລັກໂຕຼນິກນຳໃຊ້ເຄືອຂ່າຍສື່ສານເຄື່ອນໄຫວຍັກຍອກຊັບ; ເປີດການດຳເນີນຄະດີຈັບກຸມຕົວເປົ້າໝາຍຄື່ ທ້າວ ຫງວຽນມິ້ງທີ ເກີດປີ 1988 ຢູ່ຄຸ້ມອ້ານບິ່ງ ເມືອງບ້ຽນຮວ່າ ແຂວງດົ່ງນ້າຍ. ນອກນັ້ນ, ທ້າວ ທີ ຍັງໄດ້ສ້າງກຸ່ມເຄືອຂ່າຍໃນປະເທດ ແລະ ຕ່າງປະເທດ ຈັດຕັ້ງວາງແຜນຫຼອກລວງເອົາເງິນປະຊາຊົນຫຼາຍຮ້ອຍກໍລະນີ ຜ່ານສື່ອອນລາຍ; ມີຜູ້ເປັນຫົວໂປ່ຕົວການໃຫຍ່ ແມ່ນ ທ້າວ Oshanugor James Anyasi ຫຼື ເອີ້ນອີກຊື່ໜຶ່ງວ່າ ທ້າວ James ເກີດປີ 1980 ຄົນສັນຊາດໄນຈີເຣຍ.

ອາດເວົ້າໄດ້ວ່າ ທ້າວ James ແມ່ນເປົ້າໝາຍຕົ້ມຕຸນອັນດັບໜຶ່ງ ເຊິ່ງປະກົດຕົວແຕ່ອາຟຣິກກາ; ຜູ້ກ່ຽວສາມາດເວົ້າໄດ້ຫຼາຍພາສາ ແລະ ເປັນຜູ້ກໍ່ຕັ້ງເຄື່ອຂ່າຍຕົ້ມຕຸນຊັບໃນບັນດາປະເທດອາຊີ ເຊັ່ນ: ມາເລເຊຍ, ກຳປູເຈຍ, ຫວຽດນາມ ແລະອື່ນໆ. ຜູ້ກ່ຽວໄດ້ມາຮູ້ຈັກກັບຜູ້ຍິງຄົນໜຶ່ງທີ່ນະຄອນໂຮ່ຈິມິນ, ເປົ້າໝາຍດັ່ງກ່າວແມ່ນມີພິກໄຫວດີ ເມື່ອກໍ່ເຫດແລ້ວກໍ່ຫາວິທີເອົາຕົວຫຼົບອອກນອກປະເທດ ເຮັດໃຫ້ວຽກສືບສວນ-ສອບສວນ ໄດ້ພົບຄວາມຫຍຸ້ງຍາກ ແລະ ອາດເວົ້າໄດ້ວ່າບໍ່ມີທາງຊິຕາມຈັບຕົວຜູ້ກ່ຽວໄດ້; ເຖິງແມ່ນວ່າຈະມີຄຳສັ່ງຕິດຕາມຈັບຕົວສາກົນ ແຕ່ກໍຄືກັບວ່າບໍ່ມີວີ່ແວວຈະຈັບຕົວໄດ້.

ຫຼັງຈາກເວລາຕິດຕາມເປົ້າໝາຍຢ່າງບໍ່ຢຸດເຊົາຂອງເຈົ້າໜ້າທີ່ດົນສົມຄວນ ຈົນມາມື້ໜຶ່ງເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ຈຶ່ງສາມາດຮູ້ໄດ້ ແລະ ຮັບຮູ້ແຫຼ່ງຂ່າວຂອງເປົ້າໝາຍ James ໃນຂະນະທີ່ຜູ້ກ່ຽວກຽມແຈ້ງປີ້ເຮືອບິນເດີນທາງຈາກນະຄອນໂດຮາ ປະເທດກາຕາ ໄປທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ແລະ ໄປຕໍ່ທີ່ນະຄອນໂຮ່ຈິມິນ ຫວຽດນາມ; ເມື່ອສາມາດຮູ້ແຫຼ່ງຂ່າວອັນມີຄຸນຄ່ານີ້ ເຈົ້າໜ້າທີ່ທຸກພາກສ່ວນຈຶ່ງໄດ້ວາງແຜນ ແລະ ເນັ້ນຈັບຕົວຜູ້ກ່ຽວໃຫ້ໄດ້ ເມື່ອມາຮອດສະໜາມບິນເຕິ້ນເຊີ້ນເຍີດ ນະຄອນໂຮ່ຈິມິນ; ທ້າວ James ບໍ່ຮູ້ຕົວເອງວ່າ ກຳລັງຕົກເຂົ້າໃນເປົ້າສາຍຕາຂອງເຈົ້າໜ້າທີ່ຕຳຫຼວດແຕ່ຍາມໃດ.

ພະນັກງານສືບຂ່າວທີ່ມີປະສົບການສູງ 2 ຄົນ ໂດຍໄດ້ຮັບການແຕ່ງຕັ້ງປະຕິບັດວຽກວິຊາສະເພາະແບບປິດລັບ ຈາກນະຄອນຫຼວງຮ່າໂນ້ຍ ເດີນທາງໄປທີ່ນະຄອນໂຮ່ຈິມິນ ສົມທົບກັບຕຳຫຼວດເຂດທີ່ປະຈຳຢູ່ສະໜາມບິນສາກົນເຕິ້ນເຊີ້ນເຍີດ ເພື່ອກຽມຈັບຕົວເປົ້າໝາຍ. ໃນຂະນະທີ່ກຳລັງຖືກເຊີນລົງຈາກເຮືອບິນເຈົ້າໜ້າທີ່ ໄດ້ເຂົ້າຈັບຕົວຜູ້ກ່ຽວໃນທັນທີ, ໃນຂະນະທີ່ນຳຕົວມາຫ້ອງການຕຳຫຼວດ ຜູ້ກ່ຽວຍັງປະຕິເສດດ້ວຍສຽງແຂງວ່າ ເຈົ້າໜ້າທີ່ຈັບຜິດຄົນ ແລະ ເຂົາຍັງຊີ້ແຈງກັບເຈົ້າໜ້າທີ່ວ່າເປົ້າໝາຍທີ່ເຈົ້າໜ້າທີ່ຕ້ອງການຕົວແມ່ນອ້າຍນ້ອງທີ່ເປັນຝາແຝດກັບຕົນເອງ, ແຕ່ຢ່າງໃດກໍຕາມເຈົ້າໜ້າທີ່ບໍ່ໄດ້ຫຼົງເຊື່ອກົນອຸບາຍດັ່ງກ່າວ. ຜ່ານການສອບສວນຜູ້ກ່ຽວ ສຸດທ້າຍເຈົ້າໜ້າທີ່ສາມາດຮູ້ໄດ້ຄວາມຈິງເຖິງການເປັນຫົວໂປ່ຕົວການຂອງເຄືອຂ່າຍຕົ້ມຕຸນຊັບພົນລະເມືອງ ໂດຍນຳໃຊ້ລະບົບຄອມພິວເຕີຜ່ານສື່ອອນລາຍທີ່ສ້າງຄວາມເສຍຫາຍເປັນເງິນຈຳນວນມະຫາສານ; ຈາກນັ້ນ, ສານຈຶ່ງໄດ້ຕັດສິນຜູ້ກ່ຽວຮັບໂທດຕັດອິດສະຫຼະພາບ 12 ປີ.

ເຈົ້າໜ້າທີ່ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ໄດ້ຍົກຄະດີເມື່ອປີ 2013 ຂຶ້ນມາປຽບທຽບກັບເຫດການທີ່ເກີດຂຶ້ນວ່າ: ເມື່ອເດືອນສິງຫາ 2013 ຫ້ອງຕຳຫຼວດໄລ່ຊອກໄລ່ຈັບເປົ້າໝາຍ, ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ໄດ້ສົມທົບກັບກົມຕຳຫຼວດໄລ່ຊອກໄລ່ຈັບເປົ້າໝາຍ, ກະຊວງຕຳຫຼວດໄດ້ດຳເນີນນຳຮັບຕົວຄົນຮ້າຍ ຊື່ ນາງ ຟາມຖຸຍເງິນ ຢູ່ຄຸ້ມຫຼຽວຢ້າຍ ເຂດບາດິ່ງ ຮ່າໂນ້ຍ ຈາກປະເທດລັດເຊຍ ກັບມາຫວຽດນາມ ເຊິ່ງກ່ອນໜ້ານັ້ນຜູ້ກ່ຽວແມ່ນຖືກສາກົນຕິດຕາມຈັບຕົວໃນຂໍ້ຫາເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບສາຫັດໂດຍເຈດຕະນາ.

ຕາມຂໍ້ມູນຈາກເອກະສານໃຫ້ຮູ້ເຖິງປະຫວັດຂອງຜູ້ກ່ຽວວ່າ: ໄລຍະປີ 2002-2006 ນາງ ເງິນ ແມ່ນໄດ້ປະກອບອາຊີບຫາເງິນຮ່ວມ ທ້າວ ເຈິ່ນ ກວ້າງແຂ້ງ ເກີດປີ 1966 ຢູ່ເຂດເກືອດົ້ງ ຄຸ້ມຮວ່ານກຽມ ຮ່າໂນ້ຍ ແຕ່ຢູ່ມາໄລຍະໜຶ່ງຈຶ່ງແຍກຕົວອອກ ໂດຍ ນາງ ເງິນ ຍ້າຍໄປຢູ່ປະເທດລັດເຊຍ, ແຕ່ໄດ້ເອົາເງິນໃຫ້ ທ້າວ ແຂ້ງ ຢືມຈຳນວນ 180.000 ໂດລາສະຫະລັດ.

ເມື່ອເວລາຜ່ານໄປຫຼາຍປີ ນາງ ເງິນ ໄດ້ຖາມເງິນທີ່ໃຫ້ ທ້າວ ແຂ້ງ ຢືມນັ້ນຫຼາຍຄັ້ງກໍບໍ່ໄດ້ເກີດຄວາມໂມໂຫ; ດັ່ງນັ້ນ, ຜູ້ກ່ຽວໄດ້ຕິດຕໍ່ຫາ ທ້າວ ໂງ້ ວັນລັອງ ເກີດປີ 1962 ຢູ່ຄຸ້ມຟ້າມ ດິ່ງໂຫຮ່າໂນ້ຍ ໂດຍມີກຸ່ມນັກເລງ ເຊິ່ງຊື່ກຸ່ມນີ້ແມ່ນ ( ລັອງຄໍາ ) ເປັນຜູ້ຮັບພາລະທວງໜີ້ຈາກ ທ້າວ ແຂ້ງ ໃຫ້.

ການໄປທວງໜີ້ຂອງພວກກ່ຽວ ແມ່ນໄດ້ລົງມືທຳຮ້າຍຮ່າງກາຍທ້າວ ແຂ້ງ ເຮັດໃຫ້ໄດ້ຮັບບາດເຈັບສາຫັດເຖິງ 47% ຂອງຮ່າງກາຍ; ກຸ່ມລົງມືທຳຮ້າຍນີ້ແມ່ນຖືກເຈົ້າໜ້າທີ່ຕຳຫຼວດ ຕາມຈັບຕົວມາໄດ້ທັງໝົດ. ສ່ວນຜູ້ບົງການ ເຊິ່ງແມ່ນ ນາງ ເງິນ ທີ່ອາໄສຢູ່ປະເທດລັດເຊຍ ຈຶ່ງຖືກດຳເນີນການຕິດຕາມຕົວສາກົນ. ສຸດທ້າຍເຈົ້າໜ້າທີ່ຂອງລັດເຊຍ ກໍສາມາດຈັບຕົວ ແລະ ປະຕິບັດຕາມສັນຍາສົ່ງຜູ້ຮ້າຍກັບມາປະເທດຫວຽດນາມ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ອີກກໍລະນີໜຶ່ງ ກໍແມ່ນຄົນສັນຊາດຫວຽດນາມ ທີ່ດຳລົງຊີວິດຢູ່ຕ່າງປະເທດ ເມື່ອມີການກະທຳຜິດ ທາງການຂອງປະເທດດັ່ງກ່າວ ກໍມີສິດສົ່ງຕົວກັບມາປະເທດບ້ານເກີດຂອງຕົນໄດ້ຕາມສັນຍາເຊັ່ນກັນ. ດັ່ງເຫດການສອງຜົວ-ເມຍ ທີ່ສວຍໂອກາດຕົ້ມຕຸນຊັບຂອງພໍ່-ແມ່ປະຊາຊົນຄົນປະເທດດຽວກັນ ທີ່ດຳລົງຊີວິດຢູ່ຕ່າງປະເທດ; ເຈົ້າໜ້າທີ່ໄດ້ເລົ່າວ່າ: ສອງຜົວ-ເມຍຊື່ ທ້າວ ວິ້ງ ແລະ ນາງ ລານ ທັງສອງແມ່ນຄົນພື້ນຖານທີ່ນະຄອນຫຼວງຮ່າໂນ້ຍ ໄປອາໄສ ແລະ ດຳລົງຊີວິດຢູ່ປະເທດລັດເຊຍ; ເບື້ອງຕົ້ນທັງສອງຜົວ-ເມຍ ແມ່ນປະກອບອາຊີບເປັນເຈົ້າຂອງຮ້ານຫຍິບເຄື່ອງຂອງຮ້ານຄົນຫວຽດ ທີ່ເຂດຊານເມືອງຂອງນະຄອນ Moskva ແລະ ມີລາຍຮັບດີພໍສົມຄວນ. ແຕ່ເຖິງຢ່າງນັ້ນກໍຕາມ, ຜ່ານໄປໄລຍະໜຶ່ງທັງສອງຜົວ-ເມຍດັ່ງກ່າວ ໄດ້ຮູ້ຈັກລື້ງເຄີຍກັບປະຊາຊົນຫວຽດນາມ ທີ່ດຳລົງຊີວິດຢູ່ຕ່າງປະເທດເຊັ່ນດຽວກັນເປັນຈຳນວນຫຼາຍ ຈຶ່ງເຮັດໃຫ້ທັງສອງເກີດແນວຄິດ ແລະ ສວຍໂອກາດຕົ້ມຕຸນຊັບຂອງປະຊາຊົນປະເທດດຽວກັນທີ່ທຳມາຫາກິນ, ຄ້າຂາຍຢູ່ໃນປະເທດດັ່ງກ່າວ.

ໄລຍະຕົ້ນປີ 2010, ທັງສອງຜົວ-ເມຍ ໄດ້ກາຍເປັນບຸກຄົນທີ່ເປັນໜ້າຢ້ານກົວສຳລັບຫຼາຍຄົນທີ່ດຳລົງຊີວິດໃນລັດເຊຍ ໂດຍສະເພາະແມ່ນບຸກຄົນທີ່ເຮັດທຸລະກິດຫຍິບຜ້າ ເພາະວ່າຖ້າຫາກວ່າ ຜູ້ປະກອບກິດຈະການດັ່ງກ່າວຕ້ອງໄດ້ຈ່າຍຄ່າຄຸ້ມຄອງໃຫ້ກັບສອງຜົວ-ເມຍດັ່ງກ່າວ ຖ້າບໍ່ປະຕິບັດຕາມ ກິດຈະການທີ່ພວກເຂົາໄດ້ລົງທຶນໄປຫຼາຍສິບພັນໂດລາ ແມ່ນຈະຖືກທຳລາຍ ຫຼື ຖືກສັ່ງປິດການບໍລິການຖາວອນ. ດັ່ງນັ້ນ, ຄົນຫວຽດນາມ ທີ່ເຮັດກິດຈະການດັ່ງກ່າວ ໃນປະເທດລັດເຊຍ ແມ່ນຕ້ອງຍອມປະຕິບັດຕາມບໍ່ມີໃຜກ້າລາຍງານເພາະຢ້ານຜູ້ກ່ຽວທຳຮ້າຍ.

ໃນໄລຍະດຽວກັນ, ເມື່ອໄດ້ຮັບການລາຍງານຂ່າວຈາກຫຼາຍພາກສ່ວນຕ່າງກັນຕໍ່ກັບສະພາບການທີ່ເກີດຂຶ້ນຢູ່ຕ່າງປະເທດ, ອົງການຕຳຫຼວດສືບສວນ-ສອບສວນ ກະຊວງຕຳຫຼວດ ຈຶ່ງໄດ້ປະສານສົມທົບກັບຫ້ອງການອົງການສາກົນຫວຽດນາມ ຈຶ່ງສາມາດເກັບກຳຂໍ້ມູນກ່ຽວກັບການເຄື່ອນໄຫວກໍ່ເຫດພວກກ່ຽວໄດ້ຫຼາຍສົມຄວນ; ເຊິ່ງໄດ້ຮູ້ລາຍລະອຽດວ່າ: ສອງຜົວ-ເມຍ ທ້າວ ວິ້ງ ແລະ ນາງ ລານ ໄດ້ເຄື່ອນໄຫວຂົ່ມຂູ່ເຖິງຊີວິດ ແລະ ຊັບສິນຂອງພົນລະເມືອງຂອງຄົນຫວຽດນາມ ທີ່ດຳລົງຊີວິດຢູ່ທີ່ນັ້ນໂດຍກົງ, ເຊິ່ງໄດ້ເຮັດໃຫ້ເສື່ອມເສຍບົດບາດຂອງຄົນຫວຽດນາມ ທີ່ຢູ່ຕ່າງປະເທດ ໂດຍສະເພາະແມ່ນຕໍ່ລັດຖະບານ ແລະ ປະຊາຊົນຊາວລັດເຊຍ ທີ່ເບິ່ງພວກຕົນແບບ (ກິນເຂົ້າໝໍ້ດຽວ ແຕ່ຜິດກັນເອງ).

ດັ່ງນັ້ນ, ທາງກະຊວງຕຳຫຼວດຫວຽດນາມ ຈຶ່ງໄດ້ແຕ່ງຕັ້ງພະນັກງານເດີນທາງໄປທີ່ລັດເຊຍ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນທັງໝົດ ພ້ອມທັງເຮັດໜ້າທີ່ສືບສວນຢ່າງລະອຽດກ່ຽວກັບການເຄື່ອນໄຫວກະທຳຜິດຂອງທັງສອງຜົວ-ເມຍດັ່ງກ່າວ.

ຫຼັງຈາກທີ່ສາມາດເກັບກູ້ຂໍ້ມູນຫຼັກຖານໄດ້ຄົບຖ້ວນ, ອົງການສືບສວນ-ສອບສວນ ຈຶ່ງຕົກລົງອອກຄຳສັ່ງດຳເນີນຄະດີ ສັ່ງຈັບຕົວເປົ້າໝາຍທັງສອງຜົວ-ເມຍ ໃນສະຖານຍັກຍອກຊັບພົນລະເມືອງ. ພ້ອມດຽວກັນນັ້ນ, ກົມຕຳຫຼວດ ໄລ່ຊອກໄລ່ຈັບເປົ້າໝາຍໄດ້ສົມທົບກັບຫ້ອງການສາກົນຫວຽດນາມ ສະເໜີຄະນະເລຂາອົງການສາກົນຈັດຕັ້ງ ແລະ ອອກຄຳສັ່ງຕິດຕາມ ແລະ ຈັບຕົວສາກົນ ຕໍ່ກັບສອງຜົວ-ເມຍ ທ້າວ ວິ້ງ ແລະ ນາງ ລານ.

ຮອດເດືອນເມສາ 2013, ທັງສອງເປົ້າໝາຍ ແມ່ນຖືກນຳສົ່ງຕົວກັບຄືນມາປະເທດຫວຽດນາມ ເພື່ອດຳເນີນການສອບສວນປະກອບໃສ່ຮ່າງສຳນວນຄະດີສະເໜີຕໍ່ສານຄົ້ນຄວ້າຕັດສິນຕາມຂັ້ນຕອນຂອງກົດໝາຍ.