45151280 - a portrait of an asian pregnant woman has stomachache sitting on her couch

ໃນໄລຍະແມ່ຖືພາ ຈະເປັນອີກໄລຍະໜຶ່ງທີ່ແມ່ຄວນໃຫ້ຄວາມສໍາຄັນ ແລະ ເຝົ້າຕິດຕາມເບິ່ງການເກີດຂອງລູກນ້ອຍຢ່າງຕື່ນເຕັ້ນ ເຖິງແມ່ນວ່າມັນຈະໃຊ້ເວລາດົນເຖິງ 40 ອາທິດ ແຫ່ງການລໍຖ້າໃຫ້ລູກເກີດມາ ແລະ ຮ່າງກາຍຂອງແມ່ກໍຕ້ອງມີການປັບປ່ຽນພຶດຕິກຳເພື່ອລູກ ແລ້ວກໍຕ້ອງຍອມອົດທົນ ເພາະບໍ່ມີໃຜຢາກໃຫ້ລູກນ້ອຍໃນທ້ອງຕ້ອງມີພາວະສ່ຽງຈາກການເກີດກ່ອນກຳນົດ.

ຕາມປົກກະຕິແລ້ວ ໃນໄລຍະເວລາຖືພາທີ່ສົມບູນ ແມ່ຈະມີອາຍຸຖືພາລະຫວ່າງ 37-40 ອາທິດ ຈຶ່ງຈະເປັນມື້ຄົບຮອບກຳນົດເກີດ ແຕ່ເລື່ອງທີ່ມີຄວາມກັງວົນໃຈຂອງແມ່ຍຸກໃໝ່ໃນປັດຈຸບັນ ທີ່ມີລັກສະນະມັກກິນອາຫານທີ່ມີຣົດຊາດເຜັດ ຫຼື ມີພະຍາດປະຈຳຕົວ ເຊັ່ນ: ພະຍາດເບົາຫວານ, ພະຍາດຄວາມດັນເລືອດສູງ ລວມເຖິງການເຮັດວຽກຈົນບໍ່ໄດ້ພັກຜ່ອນ ແລະອື່ນໆ ສິ່ງເຫຼົ່ານີ້ເປັນປັດໄຈສ່ຽງຕໍ່ການເກີດກ່ອນກຳນົດສູງ, ເຊິ່ງຖ້າຫາກວ່າເດັກນ້ອຍເກີດກ່ອນກຳນົດ 37 ອາທິດ ນັ້ນໝາຍເຖິງພາວະເກີດກ່ອນກໍານົດ ຖ້າຫາກວ່າເກີດກ່ອນກໍານົດໄວເທົ່າໃດ ຍິ່ງເປັນອັນຕະລາຍຕໍ່ເດັກຫຼາຍຂຶ້ນ ແລະ ສົ່ງຜົນໃຫ້ເດັກນ້ອຍມີບັນຫາກ່ຽວກັບລະບົບທາງເດີນຫາຍໃຈ, ພັດທະນາການຊ້າ ແລະ ເຮັດໃຫ້ສຸຂະພາບບໍ່ແຂງແຮງ ເປັນຕົ້ນ.

5 ສັນຍານເຕືອນວ່າ ແມ່ຖືພາອາດເກີດລູກກ່ອນກໍານົດທີ່ຕ້ອງໄດ້ລະວັງ
ການເກີດລູກກ່ອນກຳນົດ ເກີດໄດ້ຈາກຫຼາຍປັດໄຈ. ດັ່ງນັ້ນ, ໃນໄລຍະຖືພາ ນອກຈາກແມ່ຄວນປັບປ່ຽນພຶດຕິກຳເພື່ອລູກໃນທ້ອງແລ້ວ ສິ່ງທີ່ຄວນເຝົ້າລະວັງ ຄື: ສັງເກດອາການເຕືອນຈາກການເຈັບທ້ອງ ອັນເປັນສັນຍານຂອງການເກີດລູກກ່ອນກຳນົດ ດັ່ງລຸ່ມນີ້:

1. ອາການບວມ ແລະ ຄວາມດັນເລືອດສູງ: ອາການນີ້ມີໂອກາດເກີດຂຶ້ນໄດ້ກັບແມ່ຖືພາ ທີ່ມີປະຫວັດເປັນພະຍາດຄວາມດັນເລືອດສູງ, ພະຍາດເບົາຫວານ ຫຼື ແມ່ຍິງຖືພາທີ່ຖືຝາແຝດ, ອາດເປັນສັນຍານເຕືອນຂອງການເກີດພາວະຖືພາເປັນພິດ, ແມ່ທີ່ມີປະຫວັດເປັນພະຍາດດັ່ງກ່າວຂະນະຖືພາຄວນໄປປຶກສາແພດ ເພື່ອໃຫ້ໄດ້ຮັບການເບິ່ງແຍງຢ່າງໃກ້ຊິດ ເພາະນີ້ເປັນເຫດສຳຄັນຢ່າງໜຶ່ງທີ່ເຮັດໃຫ້ແມ່ອາດເກີດກ່ອນກຳນົດໄດ້.

2. ມີມູກເລືອດອອກທາງຊ່ອງຄອດ: ມູກເລືອດທີ່ມີສີນໍ້າຕານປົນເລືອດ ຫຼື ມີມູກຂຸ້ນເປັນກ້ອນຫຼຸດອອກມາທາງຊ່ອງຄອດບໍ່ວ່າປະລິມານຫຼາຍ ຫຼື ໜ້ອຍ ອາດເກີດຈາກສາເຫດທີ່ບໍ່ຮ້າຍແຮງ ເຊັ່ນ: ຊ່ອງຄອດອັກເສບ ຫຼື ສາເຫດທີ່ຮ້າຍແຮງຫຼາຍຂຶ້ນ ເຊັ່ນ: ແຫ່ເກາະຕ່ຳ ຫຼື ແຫ່ລອດກ່ອນກຳນົດ ສະແດງອາການເປີດຂອງມົດລູກ ອາດເຮັດໃຫ້ເກີດກ່ອນກຳນົດ ຫຼື ເດັກນ້ອຍໃນທ້ອງມີໂອກາດເສຍຊີວິດໄດ້ ເມື່ອມີອາການດັ່ງກ່າວເກີດຂຶ້ນຄວນໄປປຶກສາແພດທັນທີ.

3. ມີອາການນໍ້າຮົ່ວ: ນໍ້າຮົ່ວ ຄືພາວະທີ່ເກີດຈາກການແຕກ ຫຼື ຮົ່ວຂອງນ້ຳຄາວປາ ເຮັດໃຫ້ມີນໍ້າຄາວປາໄຫຼອອກມາ, ມັກເກີດຂຶ້ນເມື່ອເລີ່ມເຂົ້າສູ່ໄລຍະໃກ້ຊິເກີດ ແຕ່ບາງກໍລະນີ ກໍອາດເກີດຂຶ້ນນຳໄປສູ່ການເກີດກ່ອນກຳນົດໄດ້ ເນື່ອງຈາກການບີບຕົວຂອງມົດລູກຢ່າງຮຸນແຮງ ຫຼື ເກີດການກະແທກຈາກອຸບັດຕິເຫດ, ເຊິ່ງອາດສົ່ງຜົນເສຍຕໍ່ລູກນ້ອຍ ເພາະເມື່ອຖົງນ້ຳຄາວປາຮົ່ວມີນໍ້າໄຫຼອອກມາ ເຊື້ອພະຍາດສາມາດເຂົ້າໄປໃນຖົງນໍ້າຄາວປາ ກໍໃຫ້ເກີດການຕິດເຊື້ອໃນຕົວເດັກນ້ອຍ ແລະ ເປັນອັນຕະລາຍເຖິງຊີວິດ. ດັ່ງນັ້ນ, ຖ້າແມ່ສັງເກດວ່າມີນ້ຳໃສໆໄຫຼຈາກຊ່ອງຄອດໃນປະລິມານຫຼາຍພໍສົມຄວນ ໃຫ້ຮີບຟ້າວໄປພົບແພດທັນທີ.

4. ຮູ້ສຶກວ່າລູກດີ້ນໜ້ອຍກວ່າປົກກະຕິ: ຕາມປົກກະຕິລູກໃນທ້ອງຈະເລີ່ມດີ້ນໃນອາທິດທີ 17 ແຕ່ໃນທ້ອງ ທໍາອິດແມ່ຈະຍັງບໍ່ພົບລູກດີ້ນ ຈົນຮອດອາທິດທີ 20 ຄວາມຮູ້ສຶກວ່າລູກດີ້ນ ຈຶ່ງເປັນເຄື່ອງຊ່ວຍປະເມີນສຸຂະພາບຂອງເດັກນ້ອຍໃນທ້ອງໄດ້; ແມ່ຄວນສັງເກດ ແລະ ນັບລູກດີ້ນຕັ້ງແຕ່ອາທິດທີ 28 ຈົນຮອດກໍານົດເກີດ ວິທີການນັບລູກດີ້ນຄວນເລີ່ມນັບຕັ້ງແຕ່ເຊົ້າ ຈົນຮອດແລງ ຢ່າງໜ້ອຍ 12 ຊົ່ວໂມງ ຖ້າຫາກວ່າ ລູກດີ້ນຄົບ 10 ຄັ້ງໃນ 4 ຊົ່ວໂມງ ກໍບໍ່ຈຳເປັນນັບຕໍ່ ແຕ່ຖ້າຫາກລູກດີ້ນໜ້ອຍກວ່າ 10 ຄັ້ງໃນ 2 ຊົ່ວໂມງ ໃຫ້ລອງພັກ 1 ຊົ່ວໂມງ ແລ້ວສັງເກດເບິ່ງອີກໜຶ່ງຄັ້ງ ຖ້າລູກຍັງດີ້ນຕາມທີ່ຄວນຈະເປັນ ຫຼື ລູກດີ້ນໜ້ອຍລົງຫຼາຍ ຄວນໄປພົບແພດເພື່ອຮັບຄຳປຶກສາເພີ່ມເຕີ່ມ ແລະ ກວດເພື່ອຢືນຢັນຄວາມແຂງແຮງຂອງເດັກນ້ອຍໃນທ້ອງ.

5. ອາການທ້ອງແຂງຕະຫຼອດ: ອາການທ້ອງແຂງ ຄືການເຈັບປວດບໍລິເວນທ້ອງນ້ອຍ, ມົດລູກ, ສ່ວນທ້ອງແຂງຕຶງນັ້ນ ເປັນພາວະທີ່ມົດລູກບີບຮັດຕົວແຂງເປັນກ້ອນກົມ ເມື່ອແມ່ເອົາມືວາງບໍລິເວນໜ້າທ້ອງ ຈະສຳພັດ ແລະ ຮູ້ສຶກໄດ້ວ່າ ເປັນກ້ອນໆຂຶ້ນມາ ຫຼື ຮູ້ສຶກຕືງຫຼາຍທີ່ໜ້າທ້ອງເປັນຄັ້ງຄາວໃນໄລຍະເວລາສັ້ນໆ ເປັນວິນາທີ ແລະ ມີໄລຍະພັກເປັນນາທີເມື່ອມົດລູກຄາຍຕົວ ບາງຄົນອາດມີອາການທ້ອງແຂງຢູ່ປະມານທຸກ 10 ນາທີຕໍ່ຄັ້ງ ແລະ ເປັນສະໝ່ຳສະເໝີຢູ່ 4-5 ຄັ້ງ, ຖ້າຫາກວ່າປະໄວ້ດົນ ຈະເຮັດໃຫ້ປາກມົດລູກເປີດອາດເກີດກ່ອນກຳນົດໄດ້.